ຄະນະປະຈໍາສະພາແຫ່ງຊາດ ຊີ້ແຈງຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ

ທ.ວ. 29, 2022

(ສພຊ) ຕອນບ່າຍວັນທີ 28 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ແຈງຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ໂດຍສະເພາະແມ່ນກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈຳປີ 2022 ເເລະ ເເຜນການ ປະຈໍາປີ 2023; ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມມະຕິ ສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ແຈງຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ໂດຍສະເພາະແມ່ນກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025.
ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ແຈງຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ ໂດຍສະເພາະແມ່ນກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ສະຫຼຸບສັງລວມກ່ຽວກັບການປະກອບຄໍາເຫັນຂອງ ສະມາຊິກສະພາແຫ່ງຊາດ.