ໃນວັນທີ 14 ພະຈິກ 2022 ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນແຂວງ ເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍ ຄະນະທີມງານຕິດຕາມ ໄດ້ເຄື່ອນໄຫວຕິດຕາມກວດກາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງເມືອງ ແລະ ອົງການໄອຍະການປະຊາຊົນ, ສານປະຊາຊົນ ໂດຍເປັນກຽດຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກ ຂອງທ່ານ ບຸນກວ້າງ ແກ້ວບຸນຍົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງບົວລະພາ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ ແລະ ຫ້ອງໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການເຄື່ອນໄຫວຕິດຕາມກວດກາຄັ້ງນີ້:

1. ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II;
2. ເພື່ອເປັນຂໍ້ມູນສັງລວມ ໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ພິຈາລະນາ;
3. ເພື່ອຕິດຕາມກວດກາ ການເຄົາລົບ ແລະ ຈັດຕັ້ງປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ບັນດານິຕິກຳໃຕ້ກົດໝາຍ ຂອງບັນດາອົງການອຳນາດລັດຢູ່ຂັ້ນເມືອງ ພາຍໃນແຂວງ;
4. ເພື່ອເປັນການສ້າງຄວາມເຂັ້ມແຂງ ປະຈໍາເຂດເລືອກຕັ້ງ ຢູ່ບັນດາເມືອງ ໃນການຈັດຕັ້ງປະຕິບັດພາລະບົດບາດ ຕິດຕາມກວດກາ ຂອງສະພາປະຊາຊົນຂັ້ນແຂວງ.

ໂດຍ: ເອື້ອ ມະໂນສິງ