(ສພຊ) ໃນວັນທີ 4 ກໍລະກົດ 2023 ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ພາຍຫຼັງ ສປປລາວ ໄດ້ຫັນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລັດຖະທໍາມະນູນ ແລະ ກົດໝາຍ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປລາວ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບທໍາອິດ, ຕາມມະຕິຂອງສະພາປະຊາຊົນສູງສຸດ ສະບັບເລກທີ 30/ສປສ ແລະ ສະບັບເລກທີ 31/ສປສ, ລົງວັນທີ 23 ທັນວາ 1989 ເຊິ່ງໄດ້ປະກາດໃຊ້ໂດຍລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 05/ປທທ ແລະ 07/ປທທ, ລົງວັນທີ 9 ມັງກອນ 1990 ແລະ ໄດ້ຖືເອົາວັນທີ 9 ມັງກອນ 1990 ເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປລາວ ຢ່າງເປັນທາງການ.
ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປລາວ ສະບັບດັ່ງກ່າວ ປະກອບມີ VI ພາກ, 27 ມາດຕາ ແລະ ອົງການໄອຍະການປະຊາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຂັ້ນສູນກາງມີອົງການອະທິໄອຍະການປະຊາຊົນ, ຂັ້ນທ້ອງຖິ່ນ ມີອົງການໄອຍະການປະຊາຊົນແຂວງ, ກຳແພງນະຄອນ, ອົງການໄອຍະການປະຊາຊົນເມືອງ, ເທດສະບານ.
ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບທໍາອິດ ປະກອບມີ VIII ພາກ, 10 ໝວດ ແລະ 96 ມາດຕາ. ກົດໝາຍສະບັບດັ່ງກ່າວ ໄດ້ກໍານົດສິດ, ໜ້າທີ່ ແລະ ຫຼັກການພື້ນຖານໃນການດໍາເນີນຄະດີອາຍາ, ສິດ ແລະ
ພັນທະ ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ, ບັນດາມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ, ຂັ້ນຕອນຕ່າງໆຂອງການດໍາເນີນຄະດີອາຍາ ນັບແຕ່ຂັ້ນຕອນສືບສວນ-ສອບສວນ, ຂັ້ນຕອນສັ່ງຟ້ອງ ແລະ ຂັ້ນຕອນຕັດສິນຂອງສານ, ສິດໃນການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ.
ເພື່ອເຮັດໃຫ້ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນມີຄວາມຮັດກຸມ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງປະເທດ. ປີ 2003 ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງຄັ້ງທີໜຶ່ງ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 06/ສພຊ, ລົງວັນທີ 21 ຕຸລາ 2003 ປະກອບມີ VII ພາກ, 8 ໝວດ ແລະ 56 ມາດຕາ. ພ້ອມກັນນັ້ນ, ກໍໄດ້ປ່ຽນຊື່ຈາກ “ອົງການອະທິໄອຍະການ” ມາເປັນ “ອົງການໄອຍະການປະຊາຊົນສູງສຸດ” ແລະ ໄດ້ປັບປຸງລະບົບການຈັດຕັ້ງຂອງອົງການໄອຍະການຄືນໃໝ່ ແນໃສ່ເຮັດໃຫ້ອົງການໄອຍະການປະຊາຊົນແຕ່ລະຂັ້ນ ສາມາດເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມກົດໝາຍ.
ປີ 2009 ຄະນະປະຈໍາສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ສະບັບເລກທີ 113/ຄປຈ, ລົງວັນທີ 28 ພຶດສະພາ 2009 ວ່າດ້ວຍການໂຮມສານປະຊາຊົນເມືອງ ແລະ ອົງການໄອຍະການປະຊາຊົນເມືອງ ເຂົ້າເປັນສານປະຊາຊົນເຂດ ແລະ ອົງການໄອຍະການປະຊາຊົນເຂດ ພ້ອມທັງຫັນງົບປະມານຂອງສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ໃຫ້ຂຶ້ນກັບສາຍຕັ້ງ ແລະ ໃນປີດຽວກັນນີ້ ຄະນະປະຈໍາສະພາແຫ່ງຊາດ ໄດ້ອອກມະຕິຕົກລົງ ສະບັບເລກທີ 179/ຄປຈ, ລົງວັນທີ 5 ຕຸລາ 2009 ປ່ຽນຊື່ຈາກ “ອົງການໄອຍະການປະຊາຊົນຂັ້ນອຸທອນ” ມາເປັນ “ອົງການໄອຍະການປະຊາຊົນພາກ”.
ໂດຍປະຕິບັດຕາມມະຕິຕົກລົງດັ່ງກ່າວ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງເປັນຄັ້ງທີສອງ, ປະກອບມີ IX ພາກ, 9 ໝວດ ແລະ 70 ມາດຕາ ເຊິ່ງໄດ້ກາຍເປັນຂີດໝາຍສໍາຄັນແຫ່ງການປັບປຸງ ແລະ ພັດທະນາລະບົບອົງການໄອຍະການປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນກວ່າເກົ່າ ເປັນຕົ້ນ ໄດ້ກຳນົດໃຫ້ອົງການໄອຍະການປະຊາຊົນພາກ ເຊິ່ງມີສິດ ແລະ ໜ້າທີ່ໃນການຄົ້ນຄວ້າ ແລະ ດຳເນີນຄະດີ ເປັນຂັ້ນອຸທອນ ສຳລັບຄະດີທີ່ຕັດສິນເປັນຂັ້ນຕົ້ນ ໂດຍສານປະຊາຊົນແຂວງ, ນະຄອນຫຼວງ ແລະ ຄົ້ນຄວ້າ, ດໍາເນີນຄະດີ ເປັນຂັ້ນລົບລ້າງ ສໍາລັບຄະດີທີ່ພິພາກສາເປັນຂັ້ນອຸທອນ ໂດຍສານປະຊາຊົນແຂວງ, ນະຄອນຫຼວງ ເຊິ່ງຖືກອຸທອນ ໂດຍຄູ່ຄວາມ ຫຼື ຖືກສະເໜີຄັດຄ້ານ ໂດຍຫົວໜ້າອົງການໄອຍະການປະຊາຊົນແຂວງ, ນະຄອນຫຼວງ.
ປີ 2017 ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງເປັນຄັ້ງທີສາມ, ປະກອບມີ IX ພາກ, 9 ໝວດ ແລະ 70 ມາດຕາ. ໃນນັ້ນ, ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ກໍໄດ້ຮັບການປັບປຸງເພີ່ມຕື່ມ ໂດຍສະເພາະໃນມາດຕາ 18 ວັກ 3 ແລະ 4 ໄດ້ກໍານົດການສ້າງຕັ້ງອົງການໄອຍະການປະຊາຊົນເຂດ ໂດຍເອົາຫຼາຍເມືອງ, ເທດສະບານ, ນະຄອນ ມາໂຮມກັນເປັນເຂດໜຶ່ງ ຕາມສະພາບພູມສາດ, ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຫຼື ມີຄະດີເກີດຂຶ້ນຫຼາຍ. ສຳລັບເມືອງ, ເທດສະບານ, ນະຄອນ ທີ່ບໍ່ມີອົງການໄອຍະການປະຊາຊົນເຂດຕັ້ງຢູ່ນັ້ນ ໃຫ້ມີພະນັກງານໄອຍະການປະຊາຊົນ ຫຼື ພະນັກງານວິຊາການກົດໝາຍ ຂອງອົງການໄອຍະການປະຊາຊົນເຂດ ສາມ ຫາ ຫ້າຄົນ ປະຈໍາຢູ່ຕາມການແຕ່ງຕັ້ງ ຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອປະຕິບັດສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນເຂດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ເຖິງແມ່ນວ່າກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນໄດ້ມີການປັບປຸງ, ປ່ຽນແປງ ຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງຂອງພັກ-ລັດ ໃນແຕ່ລະໄລຍະກໍຕາມ ແຕ່ພາລະບົດບາດພື້ນຖານຂອງອົງການໄອຍະການປະຊາຊົນ ກໍຍັງແມ່ນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ຕາມກົດໝາຍ. ພ້ອມກັນນັ້ນ, ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ຮັບການຍົກສູງຄຸນນະພາບໃນການຄົ້ນຄວ້າ ແລະ ຖືເອົາການພິຈາລະນາຄະດີເປັນໜ້າທີ່ສໍາຄັນຕົ້ນຕໍ ບົນພື້ນຖານຫຼັກການດໍາເນີນຄະດີຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ໂດຍຍຶດໝັ້ນ 4 ຮັບປະກັນຄື: ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຍຸຕິທໍາ, ໂປ່ງໃສ ແລະ ທັນຕາມກໍານົດເວລາ.
ການປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາຄັ້ງທີໜຶ່ງ ແມ່ນເນື່ອງມາຈາກການປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ເຊິ່ງລັດຖະທໍາມະນູນສະບັບປັບປຸງ ໄດ້ຖືກຮັບຮອງຕາມມະຕິຕົກລົງຂອງສະພາແຫ່ງຊາດ ສະບັບເລກທີ 25/ສພຊ, ລົງວັນທີ 6 ພຶດສະພາ 2003 ແລະ ມີຜົນບັງຄັບໃຊ້ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 32/ປປທ, ລົງວັນທີ 28 ພຶດສະພາ 2003 ເຊິ່ງໄດ້ສົ່ງຜົນໃຫ້ມີການປັບປຸງລະບົບກົດໝາຍ ແລະ ວຽກງານຍຸຕິທໍາ ຢູ່ ສປປລາວ; ໃນນັ້ນ, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ກໍໄດ້ຮັບການປັບປຸງຄັ້ງທີໜຶ່ງ ໃນປີ 2004 ເພື່ອໃຫ້ສອດຄ່ອງຕາມລັດຖະທໍາມະນູນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ພ້ອມທັງເຮັດໃຫ້ການດໍາເນີນຄະດີອາຍານັບມື້ເປັນລະບົບຄົບຊຸດ ແລະ ມີມາດຕະຖານດີຂຶ້ນ ເຊິ່ງກົດໝາຍສະບັບດັ່ງກ່າວ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ V, ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 01/ສພຊ, ລົງວັນທີ 15 ພຶດສະພາ 2004, ປະກອບມີ XII ພາກ, 8 ໝວດ ແລະ 122 ມາດຕາ.
ປີ 2012 ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໄດ້ຮັບການປັບປຸງເປັນຄັ້ງທີສອງ ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII, ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 079/ສພຊ, ລົງວັນທີ 10 ກໍລະກົດ 2012 ແລະ ປະກາດໃຊ້ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 236/ປປທ, ລົງວັນທີ 01 ສິງຫາ 2012, ປະກອບມີ XV ພາກ, 31 ໝວດ ແລະ 275 ມາດຕາ ເຊິ່ງໄດ້ກໍານົດບັນດາຫຼັກການພື້ນຖານຂອງການດໍາເນີນຄະດີອາຍາ ໃຫ້ຈະແຈ້ງຂຶ້ນກວ່າເກົ່າ, ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຂອງຫົວໜ້າໄອຍະການປະຊາຊົນ ນອກຈາກການສັ່ງຟ້ອງໂດຍທົ່ວໄປແລ້ວ ຍັງກໍານົດໃຫ້ມີການສັ່ງຟ້ອງຂຶ້ນສານໂດຍກົງອີກ (ຕາມມາດຕາ 157-159) ແລະ ພ້ອມກັນນັ້ນ, ກໍໄດ້ກໍານົດໃຫ້ສານປະຊາຊົນພາກ ແລະ ສານປະຊາຊົນສູງສຸດ ມີສິດ ແລະ ໜ້າທີ່ໃນການພິຈາລະນາຄະດີເປັນຂັ້ນລົບລ້າງ, ກໍານົດໃຫ້ອົງການໄອຍະການປະຊາຊົນເຂດ ແລະ ສານປະຊາຊົນເຂດ ມີສິດ ແລະ ໜ້າທີ່ ພິຈາລະນາຄະດີເປັນຂັ້ນຕົ້ນ, ຄະດີອາຍາທີ່ກົດໝາຍກໍານົດໂທດຕັດອິດສະຫຼະພາບ 3 ປີລົງມາ ແລະ ມີມູນຄ່າຄວາມເສຍຫາຍທາງແພ່ງ 300 ລ້ານກີບລົງມາ. ການປັບປຸງຄັ້ງນີ້ ເຫັນວ່າ ເປັນການປ່ຽນແປງຄັ້ງສໍາຄັນໃນລະບົບສານປະຊາຊົນ ແລະ ລະບົບອົງການໄອຍະການປະຊາຊົນ ໃນການດໍາເນີນຄະດີ ແລະ ພິຈາລະນາຕັດສິນຄະດີ.
ປີ 2017 ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໄດ້ຮັບການປັບປຸງເປັນຄັ້ງທີສາມ ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 069/ສພຊ, ລົງວັນທີ 14 ພະຈິກ 2017 ແລະ ປະກາດໃຊ້ຕາມລັດຖະດໍາລັດຂອງປະທານປະເທດ ສະບັບເລກທີ 321/ປປທ, ລົງວັນທີ 22 ທັນວາ 2017.
ໂດຍລວມແລ້ວ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ຍັງຮັກສາຕາມໂຄງຮ່າງ ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2012 ເຊິ່ງປະກອບມີ XV ພາກ, 34 ໝວດ ແລະ 275 ມາດຕາຄືເກົ່າ ພຽງແຕ່ໄດ້ປັບປຸງບາງເນື້ອໃນ, ໃນບາງມາດຕາໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ ແລະ ໃຫ້ມີເນື້ອໃນຈະແຈ້ງຂຶ້ນກວ່າເກົ່າ.
ອົງການໄອຍະການປະຊາຊົນ ຖືສໍາຄັນວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ, ເຄົາລົບ ແລະ ປະຕິບັດກົດໝາຍທັງສອງສະບັບຢ່າງຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະ ເທດ ໂດຍໄດ້ຈັດພິມປຶ້ມກົດໝາຍ, ຈັດຊຸດເຝິກອົບຮົມ, ສໍາມະນາ, ປາຖະກະຖາ, ອອກໜັງສືພິມ, ອອກລາຍການໂທລະພາບຢ່າງເປັນລະບົບ. ເປັນຕົ້ນ ລາຍການກົດໝາຍເພື່ອປະຊາຊົນ ຂອງສະພາແຫ່ງຊາດ, ລາຍການລັດ ແລະ ກົດໝາຍ ຂອງໂທລະພາບແຫ່ງຊາດລາວ; ຈັດພິມກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ຈໍານວນ 5.000 ຫົວ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ 5.000 ຫົວ, ລົງເວັບໄຊຂອງສະພາແຫ່ງຊາດ http//na.gov.la, ເວັບໄຊຂອງລັດຖະບານ http://Laoofficialgazette.gov.la, ເວັບໄຊຂອງອົງການໄອຍະການປະຊາຊົນສູງສຸດ http//ospp.gov.la ຢ່າງກວ້າງຂວາງ ແລະ ທົ່ວເຖິງ, ໄດ້ສ້າງວາລະສານໄອຍະການປະຊາຊົນ ໃນປີ 2016 ຮອດປັດຈຸບັນ ເຊິ່ງໄດ້ຈັດພິມເປັນລາຍໄຕມາດ ເພື່ອເຜີຍແຜ່ໃຫ້ພະນັກງານໄອຍະການປະຊາຊົນ, ການຈັດຕັ້ງ ແລະ ສັງຄົມຜ່ານມາໄດ້ 29 ສະບັບ, ຈໍານວນ 43.500 ຫົວ, ພ້ອມທັງເກັບກໍາຂ່າວລົງໜັງສືພິມ, ວາລະສານ ແລະ ເວັບໄຊ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອື່ນໆ.
ເຖິງຢ່າງໃດກໍຕາມການໂຄສະນາ, ເຜີຍແຜ່ກົດໝາຍ ແລະ ການຍົກສູງສະຕິເຄົາລົບກົດໝາຍ ໃຫ້ແກ່ພະນັກ ງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຍັງມີລັກສະນະຈໍາກັດ, ບໍ່ທັນກວ້າງຂວາງ ແລະ ທົ່ວເຖິງເທົ່າທີ່ຄວນ, ບໍ່ທັນໄດ້ລົງໂຄສະນາເປັນອັນສະເພາະໂດຍກົງຢູ່ຂັ້ນພື້ນຖານ ພຽງແຕ່ໄດ້ໂຄສະນາສອດຫ້ອຍເຂົ້າວຽກງານ ຕົວຈິງກັບການດໍາເນີນຄະດີ ແລະ ການໂຄສະນາລວມ ຮ່ວມກັບພາກສ່ວນອື່ນທີ່ກ່ຽວຂ້ອງເທົ່ານັ້ນ ເຮັດໃຫ້ປະຊາຊົນບັນດາເຜົ່າຈໍານວນໜຶ່ງຍັງບໍ່ທັນເຂົ້າໃຈຕໍ່ລະບຽບກົດໝາຍ, ຂັ້ນຕອນການດໍາເນີນຄະດີ ທັງເປັນສາເຫດໜຶ່ງທີ່ພາໃຫ້ປະ
ຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ຂະບວນການຍຸຕິທໍາ ໄດ້ຢ່າງສະດວກເທົ່າທີ່ຄວນ.
ໂດຍອີງຕາມຂໍ້ມູນຈາກການສັງລວມແບບຟອມສອບຖາມຜູ້ເຂົ້າຮ່ວມກອງປະຊຸມປະເມີນຜົນກົດໝາຍ ຢູ່ 3 ພາກ ເຊິ່ງມີຜູ້ເຂົ້າຮ່ວມ 316 ທ່ານ ທີ່ມາຈາກກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນ, ອົງການປົກຄອງທ້ອງຖິ່ນ, ສະພາປະຊາຊົນຂັ້ນແຂວງ, ທະນາຍຄວາມ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນໃນຂອບເຂດທົ່ວປະເທດ ເຫັນວ່າ 89,52% ຂອງຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ຮັບການເຜີຍແຜ່ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ 10,48% ແມ່ນບໍ່ໄດ້ຮັບການເຜີຍແຜ່. ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈດີຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ 79,46%, ພໍເຂົ້າໃຈ 19,95% ແລະ 0,59% ເຫັນວ່າບໍ່ເຂົ້າໃຈ.
ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເຫັນວ່າຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບການເຜີຍແຜ່ 89,31%, ບໍ່ໄດ້ຮັບການເຜີຍແຜ່ 10,69%. ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈດີກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການດໍາເນີນຄະດີອາຍາ 78%, ພໍເຂົ້າໃຈ 21,06% ແລະ 0,94 % ເຫັນວ່າບໍ່ເຂົ້າໃຈ. ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈດີກ່ຽວກັບຂັ້ນຕອນການດໍາເນີນຄະດີອາຍາ 70,67%, ພໍເຂົ້າໃຈ 27,38% ແລະ 1,95% ເຫັນວ່າບໍ່ເຂົ້າໃຈ.
ໂດຍອີງຕາມຂໍ້ມູນທີ່ສັງລວມໄດ້ຈາກແບບຟອມສອບຖາມຜູ້ເຂົ້າຮ່ວມກອງປະຊຸມປະເມີນຜົນກົດໝາຍ ທີ່ກ່າວມານັ້ນ ການສະໜອງຂໍ້ມູນ ແລະ ການບໍລິການແກ່ປະຊາຊົນ ເຫັນວ່າເຮັດໄດ້ດີ 82,72%, ດີພໍໃຊ້ 12,13% ແລະ 5,15% ເຫັນວ່າຍັງມີຄວາມຫຍຸ້ງຍາກ. ການເຂົ້າເຖິງອົງການໄອຍະການປະຊາຊົນ ເຫັນວ່າມີສະດວກດີ 71,63%; ພໍເຂົ້າເຖິງໄດ້ 26,21% ແລະ 2,16% ເຫັນວ່າຍັງມີຄວາມຫຍຸ້ງຍາກ.
ສໍາລັບອົງການດໍາເນີນຄະດີອາຍາ ມີ 78,65% ຂອງຜູ້ເຂົ້າຮ່ວມ ເຫັນວ່າການສະໜອງຂໍ້ມູນ ແລະ ການບໍລິການແກ່ປະຊາຊົນ ເຮັດໄດ້ດີ, 17,33% ເຫັນວ່າພໍໃຊ້ໄດ້ ແລະ 4,02% ເຫັນວ່າມີຄວາມຫຍຸ້ງຍາກ. ການເຂົ້າເຖິງອົງການດໍາເນີນຄະດີອາຍາ 77,16% ເຫັນວ່າສະດວກດີ, 17,52% ເຫັນວ່າ ພໍເຂົ້າເຖິງໄດ້ ແລະ 5,32% ເຫັນວ່າ ມີຄວາມຫຍຸ້ງຍາກ. ນອກຈາກນັ້ນ, ຍັງໄດ້ສອບຖາມກ່ຽວກັບກົນໄກປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາອື່ນ ມີ 74,01% ເຫັນວ່າມີຄວາມສະດວກດີ; 20,68% ເຫັນວ່າພໍໃຊ້ໄດ້ ແລະ 5,31% ເຫັນວ່າມີຄວາມຫຍຸ້ງຍາກ.
ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2017 ໄດ້ກໍານົດໃຫ້ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍ ມີ 3 ມາດຕາຄື: ມາດຕາ 21 ໂຄງປະກອບການຈັດຕັ້ງ; ມາດຕາ 25 ມາດຕະຖານຂອງຫົວໜ້າອົງການໄອຍະການປະຊາຊົນ ແລະ ພະນັກງານໄອຍະການປະຊາຊົນ ແລະ ມາດຕາ 68 ງົບປະມານຂອງອົງການໄອຍະການປະຊາຊົນ.
ນອກຈາກການຜັນຂະຫຍາຍ 3 ມາດຕາ ຕາມທີ່ກົດໝາຍໄດ້ກໍານົດໃຫ້ຜັນຂະຫຍາຍແລ້ວ ກໍຍັງໄດ້ຜັນຂະຫຍາຍມາດຕາອື່ນທີ່ກ່ຽວຂ້ອງກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນຕື່ມອີກ 18 ນິຕິກໍາ.
ມາດຕາທີ່ກໍານົດໃຫ້ຜັນຂະຫຍາຍ ມີ 8 ມາດຕາ ຄື: ມາດຕາ 83 ສິດທາງດ້ານພື້ນທີ່, ມາດຕາ 156 ຄໍາຖະແຫຼງ, ມາດຕາ 172 ລະບຽບການປະຊຸມສານ, ມາດຕາ 205 ຄໍາຕັດສິນ, ມາດຕາ 221 ຄໍາພິພາກສາຂອງສານຂັ້ນອຸທອນ, ມາດຕາ 230 ຄໍາພິພາກສາຂອງສານຂັ້ນລົບລ້າງ, ມາດຕາ 248 ການຍົກຍ້າຍນັກໂທດ ແລະ ມາດຕາ 256 ການປະຕິບັດຄໍາຕັດສິນປະຫານຊີວິດ. ໃນຈໍານວນ 8 ມາດຕາທີ່ກ່າວມານັ້ນ, ມາດຕາທີ່ຕິດພັນກັບພາລະບົດບາດຂອງອົງການໄອຍະການປະຊາຊົນ ມີ 1 ມາດຕາຄື ມາດຕາ 156 ກ່ຽວກັບຄໍາຖະແຫຼງ.
ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ເຫັນວ່າມາດຕາທີ່ຄວນປັບປຸງ ມີ 15 ມາດຕາຄື: ມາດຕາ 7 ການປົກປ້ອງ; ມາດຕາ 15 ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນພາກ; ມາດຕາ 18 ວັກ 4 ອົງການໄອຍະການປະຊາຊົນເຂດ; ມາດຕາ 23 ຄະນະກໍາມະການໄອຍະການປະຊາຊົນທ້ອງຖິ່ນ; ມາດຕາ 27 ຂໍ້ 6 ລົບລ້າງຄຳສັ່ງ ຂອງຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມ ທີ່ບໍ່ຖືກຕ້ອງຕາມກົດໝາຍ; ມາດຕາ 31 ຂໍ້ 4 ລົບລ້າງຄໍາສັ່ງບໍ່ຖືກຕ້ອງ ຂອງຫົວໜ້າອົງການໄອຍະການປະຊາຊົນຂັ້ນລຸ່ມທີ່ບໍ່ຖືກຕ້ອງຕາມກົດໝາຍ; ມາດຕາ 33 ຂໍ້ 4 ລົບລ້າງຄໍາສັ່ງບໍ່ຖືກຕ້ອງຂອງຫົວໜ້າອົງການໄອຍະການປະຊາຊົນເຂດ; ມາດຕາ 39 ການຕິດຕາມກວດກາທົ່ວໄປ; ມາດຕາ 40 ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາທົ່ວໄປ; ມາດຕາ 41 ຜົນບັງຄັບປະຕິບັດນິຕິກໍາ ຂອງອົງການໄອຍະການປະຊາຊົນຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ; ມາດຕາ 42 ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ; ມາດຕາ 47 ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ; ມາດຕາ 49 ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີແພ່ງ, ການຄ້າ, ຄອບຄົວ, ເດັກ, ແຮງງານ ແລະ ຄະດີອື່ນໆ; ມາດຕາ 51 ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ; ມາດຕາ 52 ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ.
ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ມາດຕາທີ່ບໍ່ໄດ້ຈັດຕັ້ງປະຕິບັດ ມີ 1 ມາດຕາຄື: ມາດຕາ 157 ການສັ່ງຟ້ອງຂຶ້ນສານໂດຍກົງ ເຊິ່ງໃນພາກປະຕິບັດຕົວຈິງ ເຫັນວ່າບັນດາອົງການດໍາເນີນຄະດີອາຍາ ຍັງບໍ່ທັນຈັດຕັ້ງປະຕິບັດໄດ້.
ມາດຕາທີ່ຄວນປັບປຸງ ມີ 41 ມາດຕາຄື: ມາດຕາ 12 ການບໍ່ລ່ວງລະເມີດສິິດ ແລະ ເສລີພາບຂອງພົນລະເມືອງ; ມາດຕາ 14 ການຮັບປະກັນສິດໃນການຕໍ່ສູ້ຄະດີ; ມາດຕາ 26 ການປະສານສົມທົບ; ມາດຕາ 30 ການເກັບໂຮມ ແລະ ການເກັບຮັກສາຫຼັກຖານທາງດ້ານວັດຖຸ ຫຼື ຂອງກາງຄະດີ; ມາດຕາ 46 ອົງການສືບສວນ-ສອບສວນ; ມາດຕາ 64 ແລະ ມາດຕາ 65 ສິດຂອງຜູ້ຖືກສົງໄສ ແລະ ສິດຂອງຜູ້ຖືກຫາ; ມາດຕາ 71 ທະນາຍຄວາມ ຫຼື ຜູ້ປົກປ້ອງອື່ນ; ມາດຕາ 74 ຜູ້ແປພາສາ; ມາດຕາ 77 ຂໍ້ 4 ສິດ ແລະ ໜ້າທີ່ ຂອງອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທະຫານ; ມາດຕາ 84 ການເປີດການສືບສວນ-ສອບສວນ; ມາດຕາ 90 ກໍານົດເວລາໃນການພິຈາລະນາຄໍາຮ້ອງຟ້ອງ ຫຼື ການແຈ້ງຄວາມ; ມາດຕາ 91 ຄໍາສັ່ງເປີດການສືບສວນ-ສອບສວນ; ມາດຕາ 93 ຄໍາສັ່ງບໍ່ເປີດການສືບສວນ-ສອບສວນ; ມາດຕາ 108 ການຍຶດ ຫຼື ອາຍັດຊັບ, ວັດຖຸສິ່ງຂອງ; ມາດຕາ 110 ກໍານົດເວລາໃນການສືບສວນ-ສອບສວນ; ມາດຕາ 111 ກໍານົດເວລາການກັກຂັງພາງ; ມາດຕາ 121 ການກວດຄົ້ນ; ມາດຕາ 128 ການຍຶດ ຫຼື ອາຍັດຊັບ ທີ່ເປັນປະໂຫຍດໃຫ້ແກ່ການດຳເນີນຄະດີ; ມາດຕາ 139 ການຈັບຕົວ; ມາດຕາ 142 ການກັກຂັງພາງ; ມາດຕາ 143 ການປ່ອຍຕົວພາງ; ມາດຕາ 146 ການໂຈະການສືບສວນ-ສອບສວນ; ມາດຕາ 148 ການຊັດມ້ຽນຄະດີ; ມາດຕາ 149 ການສືບຕໍ່ການສືບສວນ-ສອບສວນ ຄະດີທີ່ຖືກຊັດມ້ຽນ; ມາດຕາ 150 ການສິ້ນສຸດການສືບສວນ-ສອບສວນ; ມາດຕາ 151 ສິດ ແລະ ໜ້າທີ່ ຂອງອົງການໄອຍະການ; ມາດຕາ 152 ກໍານົດເວລາໃນການຄົ້ນຄວ້າຄະດີ ແລະ ລົງຄໍາເຫັນ; ມາດຕາ 154 ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ; ມາດຕາ 157 ການສັ່ງຟ້ອງຂຶ້ນສານໂດຍກົງ; ມາດຕາ 158 ເງື່ອນໄຂການສັ່ງຟ້ອງຂຶ້ນສານໂດຍກົງ; ມາດຕາ 174 ການເຂົ້າຮ່ວມຂອງຫົວໜ້າອົງການໄອຍະການ; ພາກທີ VIII, ໝວດທີ 5 ການໄຕ່ສວນໃນທີ່ປະຊຸມສານ; ມາດຕາ 201; ມາດຕາ 202; ມາດຕາ 203 ການໂຕ້ຖຽງໃນທີ່ປະຊຸມສານ; ມາດຕາ 209 ການປ່ອຍຕົວຈໍາເລີຍ; ມາດຕາ 220 ຂອບເຂດສິດໃນການພິຈາລະນາຄະດີຂັ້ນອຸທອນ; ມາດຕາ 239 ວິທີການຈັດຕັ້ງປະຕິບັດການປ່ອຍຕົວນັກໂທດ; ມາດຕາ 246 ການປະຕິບັດໂທດປັບໃໝ ແລະ ການໃຊ້ແທນຄ່າເສຍຫາຍ; ມາດຕາ 259 ການສະເໜີຮື້ຟື້ນຄະດີ; ມາດຕາ 261 ກໍານົດເວລາໃນການຮື້ຟື້ນຄະດີ.
ຂໍ້ສະເໜີ:
– ສະເໜີປັບປຸງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
– ສະເໜີສ້າງກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, ສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ທີ່ຈໍາເປັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດກົດໝາຍທັງສອງສະບັບດັ່ງກ່າວໃຫ້ໄດ້ຮັບຜົນດີ;
– ສະໜີເພີ່ມງົບປະມານ ແລະ ໂກຕາ ພະນັກງານ-ລັດຖະກອນ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາຕາມກົດໝາຍ.