ຄະນະປະຈຳສະພາປະຊາຊົນແຂວງ ລົງເຄື່ອນໄຫວວຽກງານຕິດຕາມກວດກາ ຢູ່ເມືອງນານ.

​ພ.ຈ. 10, 2025

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ແຜນການເຄື່ອນໄຫວວຽກງານຕິດຕາມກວດກາ ປະຈຳຫົກເດືອນທ້າຍປີ 2025 ຂອງ ຄະນະປະຈຳສະພາປະຊາຊົນແຂວງຫຼວງພະບາງ ສະບັບເລກທີ 54/ຄປຈ,​ ລົງວັນທີ 23 ມິຖຸນາ 2025 ໃຫ້ປະກົດຜົນ ລົງເຄື່ອນໄຫວວຽກງນຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິ ຂອງສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນແຂວງ ຢູ່ເມືອງນານ

ໃນວັນທີ 5 ພະຈິກ 2025 ນີ້ ສະພາປະຊາຊົນແຂວງ ເຊິ່ງນໍາໂດຍທ່ານ ນາງ ແກ້ວລາ ມະນີຈິດ ກໍາມະການພັກແຂວງ ຄະນະປະຈໍາສະພາປະຊາຊົນແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ  ຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນແຂວງ ຢູ່ເມືອງນານ ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການພາຍໃນເມືອງເຂົ້າຮ່ວມ.

 ໂອກາດດັ່ງກ່າວທ່ານ ສຸລິໂຍ ໄຊວິສິດ ຮອງປະທານຄະນະກໍາມະການປົກຄອງເມືອງ  ກໍ່ໄດ້ຕາງໜ້າອົງການປົກຄອງເມືອງຂື້ນລາຍງານສະພາບໂດຍຫຍໍ້ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງເມືອງ ທີ່ຕິດພັນກັບການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ, ມະຕິຂອງສະພາປະຊາຊົນແຂວງ ໃນໄລຍະຜ່ານມາ  ເຊິ່ງການຈັດຕັ້ງບັນດາວຽກງານຕ່າງໆແມ່ນມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ຮ່ວມກັນປັບປຸງ ແລະ ແກ້ໄຂໃຫ້ມີຄວາມຖືກຕ້ອງ ສອດຄ່ອງ ແລະ ປະສົບຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້. ຈາກນັ້ນບັນດາຂະແໜງການຕ່າງໆຂອງເມືອງ ກໍ່ໄດ້ພັດປ່ຽນກັນຂື້ນມີຄໍາເຫັນ ລາຍງານຕາມຄໍາຖາມເຈາະຈ້ຽມຈາກທ່ານປະທານ ເປັນຕົ້ນ ຂະແໜງການເງີນ ລາຍງານກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍຂອງເມືອງ ການຈັດຕັ້ງປະຕິບັດມີຄວາມຖືກຕ້ອງ ສອດຄ່ອງກັບສະພາບຕົວຈິງ ຫັນເປັນທັນສະໄໝ ເພື່ອໃຫ້ວຽກງານງົບປະມານ ມີຄວາມແຂງແຮງ-ຍືນຍົງ ແລະ ມີຖານລາຍຮັບທີ່ໝັ້ນຄົງ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາໂຄງການລົງທືນຂອງລັດພາຍໃນເມືອງ ບັນດາຄວາມຫຍຸ້ງຍາກໃນການປະຕິບັດ ແລະ ວິທີການແກ້ໄຂໃນຕໍ່ໜ້າ; ໂອກາດນີ້ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ກໍ່ໄດ້ປະກອບຄໍາເຫັນຕາມຄໍາຖາມເຈາະຈ້ຽມ ກ່ຽວກັບການຊຸກຍູ້ ສົ່ງເສີມປະຊາຊົນ ໃນການປູກຫຍ້າລ້ຽງສັດ ລວມທັງສິ່ງທ້າທາຍທີ່ເກີດຂື້ນກັບສະພາບຕົວຈິງທີ່ເສດຖະກິດ-ສັງຄົມພວມຂະຫຍາຍຕົວໃນປະຈຸບັນ, ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດມາດຕະຖານຄອບຄົວພົ້ນທຸກ, ມາດຕະຖານບ້ານພົ້ນທຸກ ແລະ ມາດຕະຖານເມືອງພົ້ນທຸກ, ມາດຕະຖານຄອບຄົວພັດທະນາ, ມາດຕະຖານບ້ານພັດທະນາ, ມາດຕະຖານເມືອງເຂັ້ມແຂງຮອບດ້ານ ແລະ ມາດຕະຖານການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ, ລວມທັງການຈັດສັນຄຸ້ມຄອງທີ່ດິນຂອງເມືອງ ແລະ ວຽກງານສໍາຫຼວດ-ວັດແທກທີ່ດິນ, ການພິສູດຫຼັກຖານທີ່ດິນ, ການຂື້ນທະບຽນທີ່ດິນ ແລະ ການຂື້ນສໍາມະໂນທີ່ດິນ ໄລຍະ 9 ເດືອນຜ່ານມາ, ຂົງເຂດໂຍທາທິການ ແລະ ຂົນສົ່ງ ໄດ້ປະກອບຄໍາເຫັນ ກ່ຽວກັບການປັບປຸງເສັ້ນທາງທ້ອງຖິ່ນໃຫ້ສາມາດທຽວໄດ້ທັງສອງລະດູຂອງທຸກໆບ້ານພາຍໃນເມືອງ ລວມທັງການບູລະນະເສັ້ນທາງຫຼວງແຫ່ງຊາດຕາມຂອບເຂດຄວາມຮັບຜິດຊອບ, ຂົງເຂດອຸດສາຫະກໍາ ແລະ ການຄ້າ ການສົ່ງເສີມການຜະລິດພາຍໃນເພື່ອເປັນສິນຄ້າຕາມທ່າແຮງທີ່ມີຢູ່ ແລະ ສິນຄ້າທີ່ພົ້ນເດັ່ນມີຄວາມຍືນຍົງ, ວຽກງານການສືກສາ  ການບັນຈຸ, ຊັບຊ້ອນຄູ ແລະ ບຸກຄະລາກອນ ບັນດາຄາດໝາຍຕົວຊີ້ວັດຂອງແຜນພັດທະນາການສືກສາ ທີ່ປະຕິບັດຍັງບໍ່ທັນບັນລຸ, ອັດຕາການເຂົ້າຮຽນໃໝ່ຂອງນັກຮຽນ ປໍ5,ມໍ4ລຸດລົງໃນແຕ່ລະປີ ແລະ ວິທີການແກ້ໄຂຕ່າງໆ, ສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານສາທາລະນະສຸກໃນ 11ຄາດໝາຍ ຕົວຊີ້ວັດທີ່ກອງປະຊຸມສະພາແຂວງຮັບຮອງ, ຕົວຊີ້ວັດທີ່ປະຕິບັດບັນລຸ ແລະ ບໍ່ທັນບັນລຸ, ການປະຕິບັດນະໂຍບາຍ 5 ດີ 1ພໍໃຈ, ບັນຫາການຈັດຫາງານໃຫ້ແກ່ແຮງງານໄປເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ, ການຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນພາຍໃນເມືອງ, ສະພາບການແກ້ໄຂບັນຫາຢາເສບຕິດ ແລະ ຄະດີ ຫຼືຂໍ້ຂັດແຍ່ງພາຍໃນເມືອງຕາມຂະບວນການ ແລະ ລະບຽບກົດໝາຍ.