ຄະນະປະຈຳສະພາປະຊາຊົນແຂວງ ສະເໜີອົງການປົກຄອງແຂວງເອົາໃຈໃສ່ 12ມາດຕະການ.​

ສ.ຫ. 11, 2025

ໃນວະລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ, ວັນທີ 7 ສິງຫາ 2025,   ທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ ສະແດງຄວາມຊົມເຊີຍ ແລະ ເຫັນດີຕໍ່ບົດລາຍງານອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໄລຍະ 6 ເດືອນຕົ້ນປີ 2025. ທີ່ມີຄວາມພະຍາຍາມ ແລະ ເອົາໃຈໃສສູ້ຊົນຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງ, ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການສືບຕໍ່ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສະເໜີໃຫ້ ອົງການປົກຄອງແຂວງ ເອົາໃຈໃສ່ບາງມາດຕະການເພີ່ມເຕີມດັ່ງນີ້:1.ເພີ່ມທະວີຄວາມເອົາໃຈໃສ່ ໃນການຜັນຂະຫຍາຍ ມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ມະຕິກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງສະໄໝທີ XI, ມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ແລະ 2 ວາລະແຫ່ງຊາດ ໃນໄລຍະປີມ້ວນທ້າຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຄັ້ງທີ IX (2021-2025) ໃຫ້ມີຜົນສໍາເລັດຕາມຄາດໝາຍ;2.ສືບຕໍ່ປະຕິບັດຄາດໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ຕິດພັນກັບວາລະແຫ່ງຊາດ ທີ່ຍັງມີຄວາມຄືບໜ້າໜ້ອຍໃຫ້ບັນລຸຕາມແຜນການ, ໃນນັ້ນສະເໜີໃຫ້ອົງການປົກຄອງແຂວງ ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງຄົມ ໃນປະຈຸບັນເປັນຕົ້ນ: ແກ້ໄຂບັນຫາເງິນເຟີ້ຄຸ້ມຄອງໃຫ້ບັນລຸໄດ້ໜຶ່ງຕົວເລກຕາມມະຕິສະພາປະຊາຊົນແຂວງ, ຄຸ້ມຄອງຮ້ານຊື້-ຂາຍອັດແລກປ່ຽນເງິນຕາ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ຈຳເປັນ ເປັນຕົ້ນ ອາຫານ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ໂດຍສືບຕໍ່ຈັດຕັ້ງປະຕິບັດມາດຕະການ ໃຫ້ເປັນລະບົບຄົບຊຸດ ແລະ ເຂັ້ມງວດ ຕິດພັນກັບທຸກຂະແໜງການ;3.ຍົກສູງປະສິດທິພາບຂອງການລົງທຶນເພື່ອບັນລຸເປົ້າໝາຍຂອງແຜນການທີ່ກໍານົດໄວ້ ອໍານວຍຄວາມສະດວກການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ;4.ສືບຕໍ່ຄຸ້ມຄອງງົບປະມານແຫ່ງລັດ ໂດຍສະເພາະ ການຈັດເກັບລາຍຮັບຂອງຖານລາຍຮັບທີ່ມີຢູ່ປະຈຸບັນໃຫ້ຄົບຖ້ວນ, ແກ້ໄຂຜົນການກວດສອບ ແລະ ກວດກາຕາມທີ່ໄດ້ກໍານົດໃນກົດໝາຍ, ພິຈາລະນາຜົນການກວດສອບ ແລະ ກວດກາ ທີ່ພົບເຫັນການລະເມີດກົດໝາຍນັ້ນເຂົ້າແຜນປີ 2025, ຂຸດຄົ້ນແຫຼ່ງລາຍຮັບໃໝ່ ເພື່ອຮັບປະກັນໃຫ້ແຂວງ ສາມາດກຸ້ມຕົນເອງດ້ານລາຍຮັບ, ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິຜົນ;5.ສືບຕໍ່ເກັບກໍາ ແລະ ເກັບກູ້ຄືນໜີ້ຕ້ອງຮັບ, ອາກອນຄ້າງມອບ ແລະ ຊັບສິນ ທີ່ຖືກຮິບຈາກການຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ອັດຊ່ອງຫວ່າງການຮົ່ວໄຫຼ່ຂອງລາຍຮັບຈາກການປະຕິບັດໜ້າທີ່ ຂອງພະນັກງານ, ສັງລວມທຸກປະເພດລາຍຮັບ ເຂົ້າງົບປະມານໃຫ້ໄດ້ຢ່າງຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 6 ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ;6.ເອົາໃຈໃສ່ຊຸກຍູ້ສົ່ງເສີມ ການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ແຂງແຮງ ຂຶ້ນກວ່າເກົ່າ, ປະຕິບັດມາດຕະການຈຳກັດສິນຄ້ານຳເຂົ້າທີ່ສາມາດຜະລິດຢູ່ພາຍໃນ;7.ເອົາໃຈໃສ່ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດຈາກໂຄງການພັດທະນາກະສິກຳ, ໂຄງການພັດທະນາແຮ່ທາດ ແລະ ພະລັງງານຕ້ອງລະອຽດຊັດເຈນ, ເພື່ອຮັບປະກັນຜົນກະທົບຕໍ່ປະຊາຊົນ;8.ເອົາໃຈໃສ່ປະຕິບັດຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມໃຫ້ໄດ້ ຕາມຄາດໝາຍ, ໂດຍສະເພາະການອອກໃບຕາດິນໃຫ້ໄດ້ຕາມມະຕິສະພາປະຊາຊົນແຂວງໄດ້ຮັບຮອງ ເພື່ອເປັນຖານລາຍຮັບ ທີ່ໝັ້ນຄົງຂອງງົບປະມານແຫ່ງລັດ;9.ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງ ບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດ ຂອງຊາວກະສິກອນ ໃຫ້ໄດ້ຕາມແຜນການ ເພື່ອສົ່ງເສີມການຜະລິດກະສິກຳມີຕົ້ນທຶນຕໍ່າ ສາມາດຄ້ຳປະກັນດ້ານສະບຽງອາຫານໄດ້, ພ້ອມທັງ ຄົ້ນຄວ້າສະໜອງສິນເຊື່ອແກ່ຊາວກະສິກອນ, ຫົວໜ່ວຍທຸລະກິດທີ່ຜະລິດຝຸ່ນ, ປຸ໋ຍ, ແນວພັນ, ຢາຂ້າສັດຕູພືດ, ອຸປະກອນ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳ, ຈຳໜ່າຍພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ;10..ເອົາໃຈໃສ່ສ້ອມແປງ ເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອອຳນວຍຄວາມສະດວກ ການຂົນສົ່ງ ສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ ໂດຍສະເພາະໃນລະດູຝົນ: ດຶງດູດການ ລົງທຶນຂອງທຸກພາກສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະໂຄງລ່າງພື້ນຖານ ໃຫ້ມີຄວາມສະດວກ, ຄວບຄຸມ ລົດບັນທຸກສິນຄ້ານໍ້າໜັກເກີນ ແລະ ມີມາດຕະການຕໍ່ຜູ້ລະເມີດຢ່າງ ເຂັ້ມງວດ

  1. ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງລາຄາ, ຄຸນນະພາບຂອງການກໍ່ສ້າງສ້ອມແປງ ໂດຍມີການຕິດຕາມກວດກາຂອງທຸກພາກສ່ວນໃນສັງຄົມ;12.ເອົາໃຈໃສ່ປະຕິບັດ ມະຕິ 09/ລບ ໂດຍເລັງໃສ່ການຈັດຕັ້ງ ການຮຽນ-ການສອນໃຫ້ມີຄຸນນະພາບສູງຂື້ນ, ແກ້ໄຂບັນຫານັກຮຽນປະລະ ແລະ ການຂາດແຄນຄູໃນສົກຮຽນ 2025 – 2026ໃຫ້ພຽງພໍ,  ປັບປຸງການບໍລິການຂອງໂຮງໝໍຂັ້ນຕ່າງໆໃຫ້ມີຄຸນນະພາບດີຂື້ນ, ປຸກລະດົມຊາວໝຸ່ມ – ໄວໝຸ່ມ ເຂົ້າຮ່ວມພັດທະນາສີມືແຮງງານຕາມສາຂາວິຊາຊີບຕ່າງໆ,  ສ້າງຖານຂໍ້ມູນຂ່າວສານແຮງງານໃຫ້ເຂັ້ມແຂງສາມາດເກັບກໍາ,  ຂື້ນທະບຽນ ແລະ ຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດໃຫ້ມີປະສິດທິຜົນສູງຂື້ນ,  ສຸມໃສ່ປົກປັກຮັກສາ,  ພັດທະນາ ແລະ ປັກຫຼັກໝາຍເຂດດິນທ່ອງທ່ຽວທຸກແຫ່ງໃຫ້ສໍາເລັດ, ຖືເອົາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງໂດຍເລັງໃສ່ພັດທະນາເຂດຈຸດສຸມຂອງລັດຖະບານ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍ.