
ໃນລະວ່າງວັນທີ 4-6 ພະຈິກ 2024 ຄະນະປະຈຳສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ ຈຳນວນ 3 ສະບັບຄື: ຂໍ້ຕົກລົງວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະແກ້ໄຂຢາເສບຕິດ ສະບັບເລກທີ 110/ອຊ, ລົງວັນທີ 24 ກຸມພາ 2022, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ແຂວງອຸດົມໄຊ ເລກທີ 1234/ອຊ ລົງວັນທີ 6 ທັນວາ 2022 ແລະຂໍ້ຕົກລົງ ວ່າດ້ວຍການທົດແທນຄ່າເສຍຫາຍຈາກໂຄງການພັດທະນາ ຂອງແຂວງອຸດົມໄຊ ເລກທີ 112/ອຊ, ລົງວັນທີ 24 ກຸມພາ 2022 ຢູ່ເມືອງນາໝໍ້ ແລະເມືອງຫລາ, ນຳພາໂດຍ ທ່ານ ນາງ ຄຳພອນ ພິມມະຈັນ, ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະທີມງານສະພາປະຊາຊົນແຂວງ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອຕັ້ງເມືອງ, ແລະການນໍາທັງ 2 ເມືອງເຂົ້າຮ່ວມ.



ການຕິດຕາມປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງໃນຄັ້ງນີ້ແມ່ນການຫັນລົງຮາກຖານ, ເກັບກຳຂໍ້ມູນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະຄຳສະເໜີ ເພື່ອນຳໄປພິຈາລະນາ ປັບປຸງຂໍ້ຕົກລົງດັ່ງກ່າວໃຫ້ແທດເໝາະກັບສະພາບຕົວຈິງຂອງສັງຄົມໃນປັດຈຸບັນ.




