ຄະນະນໍາສະພາປະຊາຊົນແຂວງສະຫວັນນະເຂດ ເຂົ້າຮ່ວມວາງກະຕ່າດອກໄມ້ຕໍ່ໜ້າອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ຈູດທູບຢູ່ອະສອນສະຖານບ້ານໄຊຍະພູມ.

ທ.ວ. 18, 2024

ໃນຕອນເຊົ້າວັນທີ 13 ທັນວາ 2024 ນີ້ ການນຳຂັ້ນສູງຂອງແຂວງສະຫວັນນະເຂດ ໄດ້ວາງກະຕ່າດອກໄມ້ ຢູ່ອະນຸສາວະລີ ປະທານ ໄກກສອນ ພົມວິຫານ ແລະ ຈູດທູບຢູ່ອະນຸສອນສະຖານ ບ້ານໄຊຍະພູມ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດ ຂອງທ່ານປະທານ ໄກສອນ ພົມວິຫານ ທີ່ໝູນວຽນມາບັນຈົບ ຄົບຮອບ 104 ປີ ( 13 ທັນວາ 1920 – 13 ທັນວາ 2024 ) ໂດຍການນຳພາຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພອ້ມດວ້ຍບັນດາທ່ານການນຳຂັ້ນສູງຂອງແຂວງ,ກຳລັງປ້ອງກັນຊາດ,ກຳລັງປ້ອງກັນຄວາມສະຫງົບ,ພະແນກການ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງແຂວງ. ໃນນັ້ນຄະນະນຳຂອງສະພາປະຊາຊົນແຂວງ ນຳໂດຍ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ພອ້ມດວ້ຍຄະນະກໍໄດ້ເຂົ້າຮ່ວມຢ່າງພອ້ມພຽງ ທັງນີ້ກໍເພື່ອ ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອປະເທດຊາດ ແລະ ການປະຕິວັດ ຊຶ່ງທ່ານເປັນຜູ້ນໍາທີ່ດີເດັ່ນ, ເຄົາລົບຮັກຂອງພັກ, ລັດ ແລະ ປວງຊົນລາວທັງຊາດ. ທ່ານໄດ້ສຸມສະຕິບັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ປະທານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ນຳພາສ້າງຕັ້ງ, ຖະນຸບຳລຸງ, ສ້າງສາ ແລະ ພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ.