ໃນຕອນແລງຂອງວັນທີ 19 ມັງກອນ 2026 ນີ້ ຄະນະກໍາມະການເລືອກຕັ້ງລະດັບຊາດ ນໍາໂດຍທ່ານ ພົຕ ປອ ວົງສັກ ພັນທະວົງ ກໍາະມການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະ ພາແຫ່ງຊາດ, ກຳມະການ ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ນໍາໂດຍທ່ານ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ເມືອງສິງ ແຂວງຫຼວງນໍ້າທາ ມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງສິງ, ບັນດາອະນຸກໍາມະການ, ກອງເລຂາຊ່ວຍວຽກຄະນະກໍາມະການເລືອກຕັ້ງເມືອງສິງ ເຂົ້າຮ່ວມທັງໝົດ 80 ທ່ານ, ຍິງ 12 ທ່ານ.
ໃນກອງປະຊຸມ ທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງສິງ ໄດ້ລາຍກ່ຽວກັບສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ພາຍໃນເມືອງສິງ ເປັນຕົ້ນ: ການຈັດຕັງປະຕິບັດວຽກງານໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຫັນວ່າມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້ ເຊິ່ງເຂດເລືອກຕັ້ງເມືອງສິງ ມີທັງໝົດ 93 ບ້ານ ແລະ ໄດ້ກໍານົດເປັນ 68 ໜ່ວຍປ່ອນບັດດລືອກຕັ້ງ ໂດຍຄາດຄະເນພົນລະເມືອງທີ່ສິດເລືອກຕັ້ງ (ອາຍຸ 18 ປີ ຂື້ນໄປ) ມີຈໍານວນ 31,234 ຄົນ, ຍີງ 16,346 ຄົນ.
ໃນໂອກາດລົງຕິດຕາມ ຊຸກຍູ້ວຽກງານຄັ້ງນີ້, ພົຕ ປອ ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດກຳມະການ ອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະກໍາມະການເລືອກຕັ້ງລະ ດັບຊາດ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ສືບຕໍ່ເພີ່ມທະວີປະຕິບັດບາງວຽກງານທີ່ຍັງບໍ່ທັນສໍາເລັດໃນບາດກ້າວທີ 2 ເປັນຕົ້ນ ວຽກງານໂຄສະນາ ແລະ ປຸກລະດົມໃຫ້ມີການສ້າງຂະບວນໃຫ້ມີຄວາມຟົດຟື້ນກວ້າງຂວາງທົ່ວສັງຄົມ ແລະ ແນະນໍາວຽກງານທີ່ຈະຈັດຕັ້ງປະຕິບັດ ໃນບາດກ້າວທີ 3 ໃຫ້ຮັບປະກັນ 100%, ເອົາໃຈໃສ່ວຽກງານປະສານສົມທົບ ລະຫວ່າງ ຂັ້ນເມືອງກັບຂັ້ນແຂວງໃຫ້ມີຄວາມກົມກຽວຂຶ້ນຕື່ມ; ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປປ່ອນບັດຄົບຕາມຈໍານວນ, ມີຄວາມຖືກຕ້ອງຕາມກົດໝາຍ, ຂັ້ນຕອນ, ແລະ ວິທີການທີ່ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວສັງຄົມ ໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ.
ຂ່າວ ທອງລຸນ ອູຄຳຫຼ້
