: ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ລົງຕິດຕາມ ຊຸກຍູ້ວຽກງານເລືອກຕັ້ງເມືອງນາແລ

ມ.ກ. 20, 2026

ໃນຕອນແລງຂອງວັນທີ 19 ມັງກອນ 2026 ນີ້ ຄະນະກໍາມະການເລືອກຕັ້ງລະດັບຊາດ ນໍາໂດຍທ່ານ ເລັດ  ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ນໍາໂດຍທ່ານ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີV ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ, ບັນດາອະນຸກໍາມະການເລືອກຕັ້ງເຂົ້າຮ່ວມ 40 ຄົນ,

ໃນກອງປະຊຸມ ທ່ານ ທຳມະວົງ ບຸນຖາວອນ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງ ໄດ້ລາຍກ່ຽວກັບສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ພາຍໃນເມືອງເປັນຕົ້ນ: ການຈັດຕັງປະຕິບັດວຽກງານໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຫັນວ່າມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້ ເຊິ່ງເຂດເລືອກຕັ້ງເມືອງສິງ ມີທັງໝົດ 57 ບ້ານ ແລະ ກຳນົດເປັນ 42 ໜ່ວຍເລືອກຕັ້ງ; ນອກນັ້ນ ບັນດາອານຸກຳມະການເລືອກຕັ້ງ ຍັງໄດ້ແລກປ່ຽນປະກອບຄໍາຄິດເຫັນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ໃນການກະກຽມແຕ່ລະອານຸກຳການຜ່ານມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກະກຽມໃຫ້ມີຜົນສໍາເລັດ.

ໃນໂອກາດລົງຕິດຕາມ ຊຸກຍູ້ວຽກງານຄັ້ງນີ້, ທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະກຳມະການເລືອກຕັ້ງຂັ້ນເມືອງທີ່ໄດ້ສຸມໃສ່ໃນການກະກຽມບັ້ນເລືອກຕັ້ງຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ສືບຕໍ່ເພີ່ມທະວີປະຕິບັດບາງວຽກງານທີ່ຍັງບໍ່ທັນສໍາເລັດໃນບາດກ້າວທີ 2 ເປັນຕົ້ນ ວຽກງານໂຄສະນາ ແລະ ປຸກລະດົມໃຫ້ມີການສ້າງຂະບວນໃຫ້ມີຄວາມຟົດຟື້ນກວ້າງຂວາງທົ່ວສັງຄົມ ແລະ ແນະນໍາວຽກງານທີ່ຈະຈັດຕັ້ງປະຕິບັດ ໃນບາດກ້າວທີ 3 ໃຫ້ຮັບປະກັນ 100%, ເອົາໃຈໃສ່ວຽກງານປະສານສົມທົບ ລະຫວ່າງ ຂັ້ນເມືອງກັບຂັ້ນແຂວງໃຫ້ມີຄວາມກົມກຽວຂຶ້ນຕື່ມ; ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປປ່ອນບັດຄົບຕາມຈໍານວນ, ມີຄວາມຖືກຕ້ອງຕາມກົດໝາຍ, ຂັ້ນຕອນ, ແລະ ວິທີການທີ່ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ.