ລະຫວ່າງວັນທີ 18 – 27 ກັນຍາ 2023 ຜ່ານມານີ້ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າສະພາປພຊາຊົນແຂວງ ເຂົ້າຮ່ວມກອງປະຊຸມປຸກລະດົມ, ຕິດຕາມຊຸກຍູ້ ສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ ຂອງໂຄງການແພດໂລກຢີ່ປຸ່ນປະຈໍາຢູ່ ສສປລາວ ຢູ່ເມືອງຊໍາເໜືອ ແລະ ເມືອງກວັນ ນຳທີມງານໂດຍ ທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ແລະ ທ່ານ ນາງ ພວງວອນ ລັດຕະນະສຸກ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະຮັບຜິດຊອບຜູ້
ປະສານງານໂຄງການແພດໂລກ ແລະ ຂະແໜງການທີ່ກ່ຽວຂ້ອງເມືອງ ລົງຕິດຕາມຊຸກຍູ້ ສົ່ງເສີມສຸຂະພາບ ແລະ ປ້ອງກັນພະຍາດ ຢູ່ 6 ບ້ານເປົ້າໝາຍ ຂອງໂຄງການໃນ 2 ເມືອງຄື: ຊໍາເໜືອ ແລະ ເມືອງກວັນ ພ້ອມທັງນໍາເອົາເນື້ອໃນເອກະສານທີ່ສໍາຄັນເປັນຕົ້ນ: ກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍປົກປ້ອງສິດ ແລະ ຜົນປະໂຫຍດແມ່ຍິງ ແລະ ເດັກນ້ອຍ ແລະ ກົດໝາຍວ່າດ້ວຍການໃຫ້ວັກຊິນກັນພະຍາດ ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ.


ຈາກນັ້ນ ຄະນະຮັບຜິດຊອບຜູ້ປະສານງານໂຄງການ, ພະແນກສາທາແຂວງ ໄດ້ຜ່ານປະຫວັດຄວາມເປັນມາຂອງອົງການແພດໂລກ ແລະ ການປຸກລະດົມໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ວັດທີ່ເຫັນວ່າບາງຄາດໝາຍທີ່ຍັງມີຄວາມສ່ຽງບໍ່ບັນລຸ ເປັນຕົ້ນ: ອັດຕາການຕາຍຂອງແມ່, ອັດຕາການຕາຍຂອງເດັກ, ການຝາກທ້ອງ, ການເກີດລູກມີແພດຊ່ວຍ, ການໃຫ້ບັກຊີນກັນພະຍາດ ແລະ ການຊົມໃຊ້ວິດຖ່າຍ ເຫັນວ່າຍັງຕໍ່າບໍ່ສາມາດປະຕິບັດໄດ້ຕາມແຜນທີ່ກະຊວງວາງອອກ ພ້ອມກັນນັ້ນຂະແໜງການໄດ້ອະທິບາຍຊີ້ແຈງ ຜົນດີຂອງການເຂົ້າເຖິງວຽກງານດັ່ງກ່າວ.

ຕອນທ້າຍ ທ່ານ ພຸດພັນ ແກ້ວວົງໄຊ ໄດ້ໂອ້ລົມ ແລະ ເນັ້ນໜັກບາງບັນຫາທີ່ສຳຄັນເປັນຕົ້ນ ທຸກຄອບຄົວຕ້ອງໄດ້ພ້ອມກັນ ສ້າງເສດຖະກິດຄອບຄົວ ໃຫ້ມີຢູ່ມີກິນ ແລະ ໃຫ້ກາຍເປັນສິນຄ້າ, ເອົາໃຈໃສ່ເບິ່ງແຍງລູກຫຼານໃຫ້ຫ່າງຈາກສິງເສບຕິດຕ່າງໆ, ລູກຫຼານໄດ້ຮັບການປິ່ນປົວໃນເວລາເຈັບເປັນ ແລະ ໃຫ້ລູກຫຼານໄດ້ເຂົ້າໂຮງຮຽນຕາມເກນອາຍຸເພື່ອໃຫ້ພວກເຂົາມີອານາຄົດ ແລະ ສຸຂະພາບແຂງແຮງເພື່ອປະກອບສ່ວນໃນການສ້າງສາພັດທະນາບ້ານເມືອງ ແລະ ປະເທດຊາດໃນຕໍ່ໜ້າ.