(ສພຊ) – ຕອນສວາຍວັນອາທິດທີ 25 ມັງກອນນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການ ຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X.
ອີງຕາມມາດຕາ 11 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024 ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ໂດຍຜ່ານການຄົ້ນຄວ້າພິຈາລະນາຕົກລົງເຫັນດີຂອງກອງປະຊຸມຄະນະກຳມະການເລືອກຕັ້ງລະດັບຊາດ ຄັ້ງວັນທີ 23 ມັງກອນ 2026, ຄະນະກໍາມະການເລືອກຕັ້ງລະດັບຊາດ ປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆ ໃນຂອບເຂດທົ່ວປະເທດ (ລາຍລະອຽດ ຕາມປະກາດແຈ້ງການ ສະບັບເລກທີ 87/ຄລຊ, ລົງວັນທີ 25 ມັງກອນ 2026 ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ).
ການປ່ອນບັດເລືອກຕັ້ງແມ່ນຈະຈັດຂຶ້ນໃນວັນອາທິດທີ 22 ກຸມພາ 2026.


