loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄລສ ເຊກອງ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ 9 ເດືອນຜ່ານມາ

ຕ.ລ. 10, 2024 | ເຂດ 16 ເຊກອງ

          ເພື່ອເປັນການສະຫລຸບຕີລາຄາຄືນ ກ່ຽວກັບການເຄື່ອນໄຫວວຽກງານ ໃນໄລຍະ 9 ເດືອນຜ່ານມາ (1-9 ປີ 2024) ແລະ ວາງທິດທາງແຜນການ ປະຈໍາ 3 ເດືອນ ທ້າຍປີ (10-12 ປີ 2024) ຂອງຄະນະເລຂາທິການສະພາປະຊາຊົນ ແຂວງເຊກອງ (ຄລສ) ແລະ ແລກປ່ຽນຄໍາຄິດຄໍາເຫັນ ລະຫວ່າງ ຄລສ ກັບບັນດາກົງຈັກພາຍໃນສະພາປະຊາຊົນແຂວງ ກັບຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ແລະ ຜ່ານແຜນສັບຊ້ອນ, ປັບປຸງບຸກຄະລາກອນພາຍໃນສະພາປະຊາຊົນແຂວງ.           ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວວຽກງານຂອງ ຄລສ ປະຈໍາ 9 ເດືອນ 2024 ແລະ ທິດທາງແຜນການປະຈໍາ 3 ເດືອນທ້າຍປີ 2024; ຮັບຟັງກ່ຽວກັບແຜນສັບຊ້ອນ ແລະ ປັບປຸງບຸກຄະລາກອນພາຍໃນສະພາປະຊາຊົນແຂວງ. ພ້ອມນັ້ນ, ຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນແລກປ່ຽນປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນບົດສະຫຼຸບຂອງ ຄລສ ຢ່າງມີຈຸດສຸມ ໂດຍຍົກສູງຄວາມຮັບຜິດຊອບນຳໃຊ້ຄວາມຮູ້, ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ບັນດາເນື້ອໃນກອງປະຊຸມ ແທດເໝາະກັບຄວາມເປັນຈິງ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະ ສະເໜີວິທີການແກ້ໄຂຢ່າງຈະແຈ້ງ ເພື່ອເປັນບົດຮຽນໃຫ້ແກ່ການແກ້ໄຂວຽກງານໃນຕໍ່ໜ້າ.                                                                                                                                                ກອງປະຊຸມໄດ້ດໍາເນີນເປັນເວລາ 1 ຄາບຂອງວັນທີ 10 ຕຸລາ 2024 ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ປອ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານ ຄະນະປະຈໍາ, ຫົວໜ້າ-ຮອງປະທານກຳມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຂະແໜງ ພ້ອມດວ້ຍພະນັກງານລັດຖະກອນສະພາປະຊາຊົນຂັ້ນແຂວງເຂົ້າຮ່ວມ.

#ໂດຍ: ນາລີວັນ