(ສພຊ) – ໃນວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເມື່ອຕອນບ່າຍວັນທີ 23 ມີນາຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ມີຄໍາເຫັນຕໍ່ພາກທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍສະເໜີໃຫ້ລັດຖະບານເອົາໃຈໃສ່ບາງມາດຕະການເພີ່ມຕື່ມດັ່ງນີ້:
1. ເພີ່ມທະວີການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຊື່ອມຈອດ ດ້ວຍການນໍາໃຊ້ທ່າແຮງຂອງສູນກາງ ແລະ ທ້ອງຖິ່ນ ເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ມີປະສິດທິພາບ, ມີປະສິດທິຜົນ, ມີຈຸດສຸມບຸລິມະສິດ, ສີຂຽວ ແລະ ຍືນຍົງ.
2. ສືບຕໍ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໃຫ້ບັນລຸຕາມແຜນການ ໂດຍສະເພາະສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເປັນຕົ້ນ:
1) ຄຸ້ມຄອງອັດຕາແລກປ່ຽນ, ຄຸ້ມຄອງລາຄາສິນຄ້າ ແລະ ການສະໜອງສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດ ໂດຍສະເພາະການສະໜອງນໍ້າມັນເຊື້ອໄຟໃນໄລຍະປັດຈຸບັນ ໃຫ້ສາມາດກັບຄືນສູ່ສະພາບປົກກະຕິ ແລະ ມີມາດຕະການແກ້ໄຂສະພາບການຂາດເຂີນນໍ້າມັນໃນໄລຍະຕໍ່ໜ້າ ໃຫ້ມີຄວາມຍືນຍົງ ເປັນຕົ້ນການຫັນໄປສູ່ການນໍາໃຊ້ລົດໄຟຟ້າ;
2) ແກ້ໄຂບັນຫາຂາດຄູ, ຍົກສູງຄຸນນະພາບການຮຽນ-ການສອນ, ສະໜອງອຸປະກອນການຮຽນ-ການສອນ, ຄູສອນໃຫ້ພຽງພໍໃນເຂດຫ່າງໄກສອກຫຼີກ ແລະ ການອຸດໜູນຢ່າງເໝາະສົມຕໍ່ຄູ-ແພດອາສາສະໝັກ; ຮີບຮ້ອນການໂຮມກັນຂອງອົງການປະກັນສັງຄົມ ແລະ ຫ້ອງການປະກັນສຸຂະພາບ ໃຫ້ສໍາເລັດ; ບໍລິການປິ່ນປົວໃຫ້ມີຄຸນນະພາບ ແລະ ຄຸ້ມຄອງລາຄາໃຫ້ສົມເຫດສົມຜົນ; ຍົກລະດັບສີມືແຮງງານ, ສ້າງວຽກເຮັດງານທໍາ ແລະ ຂະຫຍາຍອັດຕາປົກຄຸມຂອງປະກັນສັງຄົມ;
3) ສືບຕໍ່ແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ, ສະແກມເມີ ແລະ ປາກົດການຫຍໍ້ທໍ້ດ້ານສັງຄົມ.
3. ຮີບຮ້ອນນໍາໃຊ້ງົບປະມານໂຄງການລົງທຶນຂອງລັດປະຈຳປີ 2026 ເພື່ອກໍ່ສ້າງ, ບູລະນະ ແລະ ສ້ອມແປງເສັ້ນທາງທີ່ເປ່ເພ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ; ດຶງດູດການລົງທຶນຂອງທຸກພາກສ່ວນເສດຖະກິດໃນຮູບແບບຕ່າງໆ ເພື່ອກໍ່ສ້າງ ແລະ ບູລະນະພື້ນຖານໂຄງລ່າງ ໃຫ້ມີຄວາມສະດວກ, ຄວບຄຸມນ້ຳໜັກລົດບັນທຸກ ແລະ ມີມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ, ຮີບຮ້ອນກໍ່ສ້າງຕາຝັ່ງເຈື່ອນທີ່ເປັນຈຸດລໍ່ແຫຼມ ແລະ ມີການເຊາະເຈື່ອນຢ່າງຮ້າຍແຮງ ໃຫ້ສຳເລັດ.
4. ຈັດສັນເຂດຜະລິດຢ່າງມີຈຸດສຸມ, ລະອຽດ ແລະ ຊັດເຈນ ໃນແຕ່ລະທ້ອງຖິ່ນ; ຊຸກຍູ້ການຜະລິດສະບຽງອາຫານໃຫ້ພຽງພໍຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ; ຮັບປະກັນການຜະລິດກຸ້ມຕົນເອງທາງດ້ານແນວພັນ, ເຕັກນິກວິທະຍາສາດ ແລະ ປັດໄຈການຜະລິດ; ມີສິນຄ້າສົ່ງອອກເພີ່ມຂຶ້ນ, ຫັນຫົວໜ່ວຍການຜະລິດເປັນອຸດສາຫະກຳທັນສະໄໝ, ສ້າງຖານລາຍຮັບໃໝ່, ຍົກສູງຄຸນນະພາບ, ສ້າງມູນຄ່າເພີ່ມ ແລະ ມີຜະລິດຕະພັນຂອງລາວໃຫ້ຫຼາຍຂຶ້ນ; ສົ່ງເສີມການຮ່ວມມືລະຫວ່າງພາກລັດ-ຊາວກະສິກອນ-ວິສາຫະກິດ-ນັກຄົ້ນຄວ້າ-ທະນາຄານ-ຜູ້ຈຳໜ່າຍພາຍໃນ ແລະ ຕ່າງ ປະເທດ; ສົ່ງເສີມ ແລະ ສ້າງຄ່ານິຍົມໃນການຊົມໃຊ້ຜະລິດຕະພັນພາຍໃນ ແລະ ຊຸກຍູ້ການຄ້າພາຍໃນໃຫ້ເປັນຮູບປະທຳ.
5. ຄຸ້ມຄອງ ແລະ ສ້ອມແປງບັນດາໂຄງການຊົນລະປະທານ; ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ພ້ອມທັງມີກົນໄກການສະໜອງສິນເຊື່ອແກ່ຊາວກະສິກອນ ແລະ ຫົວໜ່ວຍທຸລະກິດ ທີ່ຜະລິດຝຸ່ນ, ປຸ໋ຍ, ແນວພັນ, ຢາຂ້າສັດຕູພືດ, ອຸປະກອນ ແລະ ເຄື່ອງມື ເຂົ້າໃນການຜະລິດ, ປຸງແຕ່ງກະສິກຳ, ອຸດສາຫະກຳປຸງແຕ່ງ ທີ່ນໍາໃຊ້ວັດຖຸດິບພາຍໃນ ສ້າງມູນຄ່າເພີ່ມ ຈໍາໜ່າຍພາຍໃນ, ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ລວມທັງສິນຄ້າເອກະລັກຂອງຊາດ ກໍຄືຂອງແຕ່ລະທ້ອງຖິ່ນ ຄຽງຄູ່ກັບການສະໜອງດ້ານເຕັກນິກວິຊາການ, ຮັບປະກັນການສະໜອງທຶນຢ່າງມີຈຸດສຸມ, ຖືກຕ້ອງກັບນະໂຍບາຍ ແລະ ເປັນກິດຈະການທີ່ຂະແໜງການສົ່ງເສີມ.
6. ສືບຕໍ່ຄົ້ນຄວ້າມີນະໂຍບາຍສົ່ງເສີມດຶງດູດການລົງທຶນເຂົ້າໃນຂະແໜງອຸດສາຫະກຳໃຫ້ຫຼາຍຂຶ້ນ, ຮັບປະກັນການຜະລິດ, ປຸງແຕ່ງສິນຄ້າ ເພື່ອຈໍາໜ່າຍພາຍໃນໃຫ້ມີຄວາມພຽງພໍ, ຫຼຸດຜ່ອນການນໍາເຂົ້າ ແລະ ຫັນເປັນອຸດສາຫະກຳຄົບວົງຈອນແບບລະບົບຕ່ອງໂສ້ ໂດຍການນໍາໃຊ້ວັດຖຸດິບພາຍໃນເຂົ້າໃນການປຸງແຕ່ງ, ສ້າງມູນຄ່າເພີ່ມເພື່ອສົ່ງອອກ ແລະ ຫັນອຸດສາຫະກຳເປັນທັນສະໄໝ.
7. ສືບຕໍ່ນໍາໃຊ້ບັນດາເຄື່ອງມື ແລະ ຫັນເປັນທັນສະໄໝ ໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເປັນລະບົບຄົບຊຸດ, ລວມສູນ ແລະ ສາມາດເຊື່ອມຕໍ່ກັບທຸກຂະແໜງການ; ເກັບລາຍຮັບຈາກຖານລາຍຮັບທີ່ເປັນທ່າແຮງໃນປັດຈຸບັນ ແລະ ຖານລາຍຮັບທີ່ສ້າງໃໝ່ ໃຫ້ຄົບຖ້ວນ; ສືບຕໍ່ປະຕິຮູບລັດວິສາຫະກິດ ແລະ ທະນາຄານ ໃຫ້ມີປະສິດທິຜົນ, ມີກຳໄລ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ຮັບປະກັນການຊຳລະໜີ້ສິນຕາມກຳນົດເວລາ ແລະ ບໍ່ສ້າງໜີ້ສິນເພີ່ມ.
8. ສືບຕໍ່ສ້າງສະຖຽນລະພາບດ້ານເງິນຕາ, ຍົກສູງການນໍາໃຊ້ເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ, ບໍ່ໃຫ້ຜູກຂາດການນໍາໃຊ້ເງິນຕາຕ່າງປະເທດສະກຸນໃດໜຶ່ງ; ຄຸ້ມຄອງການນໍາເຂົ້າເງິນຕາຈາກການສົ່ງອອກຜ່ານລະບົບທະນາຄານ ໃຫ້ໄດ້ 80% ຂຶ້ນໄປ, ເພີ່ມຄັງສຳຮອງໃຫ້ກຸ້ມການນໍາເຂົ້າ 6-7 ເດືອນຂຶ້ນໄປ ໂດຍສະເພາະການສະໜອງໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟໃຫ້ພຽງພໍ ແລະ ແກ້ໄຂການຂາດດຸນຊຳລະກັບຕ່າງປະເທດ (BOP) ໃຫ້ຫຼຸດລົງ.
9. ປະຕິບັດຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ໃຫ້ໄດ້ຕາມຄາດໝາຍ; ເພີ່ມທະວີການຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນຄືນ ວຽກງານປົກປັກຮັກສາປ່າໄມ້ ທັງເຂັ້ມງວດໃນການຄຸ້ມຄອງທີ່ດິນ 3 ປະເພດປ່າ ແລະ ອຸທິຍານແຫ່ງຊາດ ເພື່ອຍົກລະດັບເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ກວມເຖິງ 70%.
10. ຮີບຮ້ອນຄົ້ນຄວ້າສ້າງແຜນຍຸດທະສາດນໍ້າມັນເຊື້ອໄຟ ແລະ ມີນະໂຍບາຍສົ່ງເສີມດຶງດູດການລົງທຶນໃນກິດຈະການໂຮງງານຜະລິດ ແລະ ປຸງແຕ່ງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດ ຮັບປະກັນໃຫ້ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນໃຫ້ພຽງພໍ ແລະ ລາຄາສົມເຫດສົມຜົນ, ຫຼີກລ່ຽງບັນຫາຂາດແຄນນໍ້າມັນເຊື້ອໄຟໃນຕໍ່ໜ້າ ແລະ ໄລຍະຍາວ ທັງຊຸກຍູ້ໃຫ້ຫັນມານໍາໃຊ້ພະລັງງານທົດແທນ.
11. ຄຸ້ມຄອງການນໍາໃຊ້ຊັບພະຍາກອນທຳມະຊາດຢ່າງເຂັ້ມງວດ, ສ້າງນິຄົມອຸດສາຫະກຳຕົວແບບ, ເຂດອຸດສາຫະກຳປຸງແຕ່ງແຮ່ທາດເປັນຜະລິດຕະພັນສໍາເລັດຮູບກ່ອນສົ່ງອອກ; ຄັດເລືອກນັກລົງທຶນທີ່ດີ, ມີຄຸນນະພາບ, ມີຄວາມພ້ອມດ້ານການເງິນ ແລະ ເຕັກນິກວິຊາການແບບມືອາຊີບ ເຂົ້າມາພັດທະນາ; ສຸມໃສ່ກວດກາ ແລະ ປະເມີນຜົນໂຄງການທີ່ໄດ້ຮັບການອະນຸຍາດຊອກຄົ້ນ-ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ໄດ້ຮັບອະນຸຍາດ ພ້ອມທັງທົບທວນສັນຍາສຳປະທານຂອງບັນດາໂຄງການດັ່ງກ່າວ ເພື່ອຮັບປະກັນໃຫ້ປະເທດຊາດໄດ້ຮັບຜົນປະໂຫຍດສູງສຸດ.
12. ປະເມີນຄືນຍຸດທະສາດການພັດທະນາໄຟຟ້າໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າໃຫ້ພຽງພໍ ໂດຍສຸມໃສ່ພະລັງງານທົດແທນ ຄຽງຄູ່ກັບການຄຸ້ມຄອງລາຄາໄຟຟ້າໃຫ້ເໝາະສົມ.
13. ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຈຸດສຸມ, ເປັນບຸລິມະສິດ ລວມທັງຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ, ຖືເປັນວາລະແຫ່ງຊາດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.
14. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ, ຫຼຸດຜ່ອນການຍົກເວັ້ນການປະຕິບັດພັນທະພາສີອາກອນຫຼາຍເກີນໄປ, ແກ້ໄຂຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ແລະ ເກັບມອບລາຍຮັບທີ່ກວດພົບເຫັນ ເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

