ຂ່າວ ກສຕສ ຕິດຕາມກວດກາ ການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢູ່ທີ່ແຂວງສາລະວັນ

ພ.ພ. 16, 2025 | ເຂດ 14 ສາ​ລະ​ວັນ

ວັນທີ 15 ພຶດສະພາ 2025 ນີ້, ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢູ່ທີ່ແຂວງສາລະວັນ ນໍາພາໂດຍ: ທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ, ຮ່ວມເຄື່ອນໄຫວມີບັນດາທ່ານຕາງໜ້າຈາກກະຊວງ ແລະ ກົມ ທີ່ກ່ຽວຂ້ອງ, ຕ້ອນຮັບ ແລະ ເຂົ້າຮ່ວມຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສາຍສະໝອນ ອິນທິເສນ ປະທານຄະນະກໍາມະການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ບັນດາທ່ານຫົວໜ້າພະແນກການອ້ອມແຂວງ ເຂົ້າຮ່ວມ;

ໃນທີ່ປະຊຸມ ໄດ້ຮັບຟັງການລາຍງານວຽກງານ ຈາກ 4 ພາກສ່ວນຂອງແຂວງ 1.ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ລາຍງານສະພາບການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະ ການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນໃນໄລຍະຜ່ານມາ; ພະແນກການເງິນແຂວງ ລາຍງານກ່ຽວກັບ ການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະ ການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ ໃນລະຍະຜ່ານມາ; ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນ ແລະ ການປະຕິບັດພັນທະຄ່າເຊົ່າ, ສໍາປະທານທີ່ດິນ ແລະ ການຈັດຕັ້ງປະຕິບັດວຽກງານໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ; ພະແນກກະສິກໍາ ແລະ ປ່າໄມ້ແຂວງ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຊົນລະປະທານ, ໂຮງງານຜະລິດຝຸ່ນ, ປຸ໋ຍ ແລະ ຫົວອາຫານສັດ, ສູນ, ສະຖານີ, ກຸ່ມ, ສະຫະກອນ ການຜະລິດກະສິກໍາທີ່ພົວພັນເຖິງການສົ່ງເສີມການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ;  ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມໃນທີ່ປະຊຸມໄດ້ສົນທະນາແລກປ່ຽນ, ຕັ້ງຄໍາຖາມເຈາະຈິ້ມ ແລະ ຕອບຂໍ້ມູນ ເພື່ອຊອກໃຫ້ເຫັນດ້ານດີ ທີ່ຄວນເສີມຂະຫຍາຍ, ຊຸກຍູ້ສົ່ງເສີມ ແລະ ດ້ານອ່ອນ ຂໍ້ຄົງຄ້າງ ທີ່ຈະຕ້ອງຊອກຫາວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແນ່ໃສ່ໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ; ທັງຈະເປັນຂໍ້ມູນ ແລະ ບ່ອນອີງໃນການສັງລວມລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງ;

ການເຄື່ອນໄຫວຄັ້ງນີ້ ທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງລົງເບິ່ງພື້ນທີ່ການຜະລິດເຂົ້າເປັນສິນຄ້າ ຂອງສະຫະກອນໜອງໃສຮ່ວມໃຈນາເພີເລີນ ມີ 50 ຄອບຄົວ, ມີເນື້ອທີ່ການຜະລິດລະດູຝົນ 114 ເຮັກຕາ, ລະດູແລ້ງ 40 ກວ່າເຮັກຕາ ແລະ ໃນວັນທີ 16 ພຶດສະພາ 2025 ຄະນະໄດ້ສືບຕໍ່ເດີນທາງໄປເບິ່ງພື້ນທີ່ຕົວຈິງຂອງຊົນລະປະທານ ທີ່ບ້ານນາທຶນ ແລະ ໂຮງງານຜະລິດເຫຼົ້າຂາວ ບ້ານນາແພງໃຫຍ່ ເມືອງຄົງເຊໂດນ;

ກ່ອນໜ້ານີ້, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ທ່ານ ປອ ດາວວົງ ພອນແກ້ວ ເລຂາພັກແຂວງ ເຈົ້າແຂວງສາລະວັນ ເພື່ອລາຍງານຈຸດປະສົງຂອງການມາເຄື່ອນໄຫວວຽກງານຢູ່ທີ່ແຂວງສາລະວັນ ໄດ້ຮັບຊາບ;

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ