![](https://na.gov.la/wp-content/uploads/2022/10/311706701_546421430820680_1921616851464100783_n.jpeg)
![](https://na.gov.la/wp-content/uploads/2022/10/311642641_546421467487343_5668066729771468008_n-1.jpeg)
ກອງປະຊຸມໄດ້ຮັບຟັງ ການລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກອງບັນຊາການທະຫານອາກາດ ໃນໄລຍະຜ່ານມາ; ຮັບຟັງການສະເໜີເອກະສານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II; ສະເໜີກ່ຽວກັບສະພາບຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ; ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບໃນກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ຮັບຟັງການໂອ້ລົມຕໍ່ກອງປະຊຸມຂອງທ່ານ ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.![]()
![](https://na.gov.la/wp-content/uploads/2022/10/311695209_546421487487341_8870082703409530516_n.jpeg)
ນອກຈາກນີ້ ຄະນະ ຍັງຈະໄດ້ສືບຕໍ່ເຄື່ອນໄຫວພົບປະອ້າຍນ້ອງສອງກໍາລັງຈົນຮອດວັນທີ 18 ຕຸລາ 2022 ເຊິ່ງມີິພົບປະຢູ່ວິທະຍາຄານຕໍາຫຼວດປະຊົນ; ໂຮງຮຽນທິດສະດີການເມືອງ ປ້ອງກັນຄວາມສະຫງົບ; ກອງບັນຊາການຕໍາຫຼວດປ້ອງກັນທີ່ຕັ້ງ ແລະ ກອງບັນຊາການຕໍາຫຼວດປ້ອງກັນສູນກາງ.![]()
![](https://na.gov.la/wp-content/uploads/2022/10/311634983_546421417487348_7097188399913327_n.jpeg)
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)