
ຕອນເຊົ້າຂອງວັນອັງຄານ, ວັນທີ 08 ພະຈິກ 2022, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ກໍາມະບານຮາກຖານ ສະພາປະຊາຊົນແຂວງ ໄດ້ດໍາເນີນຊີວິດປະຈໍາເດືອນ 10 ປີ 2022, ໂດຍການເປັນປະທານຂອງສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານ ສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາ, ຄະນະກໍາມະບານ ແລະ ສະຫາຍສະມາຊິກກໍາມະບານພາຍໃນ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.



ການດໍາເນີນຊີວິດຄັ້ງນີ້, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາເດືອນ 10 ແລະ ທິດທາງແຜນການປະຈໍາເດືອນ 11 ປີ 2022 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ, ເຊິ່ງຕະຫຼອດໄລຍະ 1 ເດືອນຜ່ານມາ ກໍາມະບານຮາກຖານ ສະພາປະຊາຊົນແຂວງ ໄດ້ຖືເອົາການສຶກສາອົບຮົມດ້ານການເມືອງ-ແນວຄິດເປັນບັນຫາກົກ ເພື່ອເຮັດໃຫ້ສະມາຊິກກຳມະບານມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີພາຍໃນ-ພາຍນອກໃຫ້ແໜ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມຫ້າວຫັນປະຕິບັດໜ້າທີວຽກງານວິຊາສະເພາະສຳເລັດຜົນຕາມລະດັບຄາດໝາຍ ແລະ ໄດ້ຮັບຟັງທາງຄະນະຮັບຜິດຊອບຜ່ານຮ່າງບົດປະເມີນ 5 ເປັນເຈົ້າ ຂອງກໍາມະບານຮາກຖານ ສະພາປະຊາຊົນແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023, ຫລັງຈາກນັ້ນ, ບັນດາທ່ານສະມາຊິກກຳມະບານ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດສະຫຼຸບ ແລະ ບົດປະເມີນດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວມ, ສົມບູນ ແລະ ຖືກຕ້ອງຕາມສະພາບການເຄື່ອນໄຫວຕົວຈິງໃນແຕ່ລະໄລຍະ ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ.

ໃນຕອນທ້າຍ, ປະທານສະຫະພັນກໍາມະບານຮາກຖານ ສະພາປະຊາຊົນແຂວງ ໄດ້ມີຄໍາເຫັນສະຫຼຸບ ແລະ ສັງລວມບັນດາຄໍາຄິດເຫັນຕ່າງໆ ພ້ອມທັງມີຄໍາເຫັນເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງເພີ່ມທະວີໃນການເຊື່ອມຊຶມບັນ ດານິຕິກໍາ, ມີແນວຄິດຫຼັກໝັ້ນ, ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ, ເຊື່ອໝັ້ນຕໍ່ການນໍາພາຂອງກົມກອງ, ເພີ່ມທະວີຄວາມສາມັກຄີພາຍໃນເປັນຈິດໜຶ່ງໃຈດຽວ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.
