
ເພື່ອສະຫຼຸບ ຜົນງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານ ປະຈໍາເດືອນ ເມສາ 2024 ແລະ ວາງທິດທາງແຜນການ ປະຈໍາເດືອນ ພຶດສະພາ 2024, ຕອນບ່າຍຂອງວັນທີ 2 ພຶດສະພາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງ ກໍາມະບານຮາກຖານສະພາປະຊາຊົນປະຊາຊົນ ປະຈໍາເດືອນ ເມສາ 2024 ໂດຍການເປັນປະທານຂອງສະຫາຍ ນາງ ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ມີຄະນະກໍາມະບານຮາກຖານ, ພ້ອມດ້ວຍສະມາຊິກກໍາມະບານພາຍໃນ ສະພາປະຊາຊົນແຂວງເຂົ້າຮ່ວມ.




ຫຼັງຈາກນັ້ນ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາເດືອນ ເມສາ 2024 ແລະ ທິດທາງແຜນການ ປະຈໍາເດືອນ ພຶດສະພາ 2024; ຕະຫຼອດໄລຍະໜຶ່ງເດືອນຜ່ານມາ ຄະນະກໍາມະບານຮາກຖານສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກໍາມະບານເປັນປົກກະຕິ, ໄດ້ເຜີຍແຜ່ເຊື່ອມຊຶມບັນດາເອກະສານສໍາຄັນຕ່າງໆ, ຄົ້ນຄວ້າຮໍ່າຮຽນ, ເຊື່ອມຊຶມກໍາແໜ້ນແນວທາງຂອງພັກ ແລະ ລະບຽບກົດໝາຍ, ສະມາຊິກກໍາມະບານມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມການມອບໝາຍ ຊຶ່ງມີຜົນສໍາເລັດຫຼາຍດ້ານ. ພ້ອມນັ້ນ, ສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນກັນເຊິ່ງກັນ ແລະ ກັນ ເພື່ອຄົ້ນຄວ້າ, ປຶກສາຫາລື, ຊອກຫາວິທີທາງແກ້ໄຂ ຈຸດຂໍ້ຄົງຄ້າງແລະ ການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການເຄື່ອນໄຫວຂອງກໍາມະບານຮາກຖານ ສະພາປະຊາຊົນແຂວງ ໃຫ້ໄດ້ຮັບຜົນດີກວ່າເກົ່າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.

