ກົດໝາຍພະນັກງານໄອຍະການ ໄດ້ນຳເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 9

ມ.ຖ. 17, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 16 ມິຖຸນານີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນສະເໜີກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງກົດໝາຍວ່າດ້ວຍພະນັກງານໄອຍະການ (ສ້າງໃໝ່) ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງອົງການໄອຍະການປະຊາຊົນ ແລະ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຕາມທິດການສ້າງລັດທີ່ປົກຄອງດ້ວຍກົດໝາຍ; ພ້ອມກັນນັ້ນ, ສານປະຊາຊົນ ກໍມີກົດໝາຍວ່າດ້ວຍຜູ້ພິພາກສາ ເຊິ່ງໄດ້ກຳນົດມາດຕະຖານ, ເງື່ອນໄຂ, ການສອບເສັງ, ການປະເມີນຜົນ, ການເລື່ອນຂັ້ນ, ການຍົກຍ້າຍ, ນະໂຍບາຍຕໍ່ພະນັກງານ, ຈັນຍາບັນ, ຈັນຍາທຳ, ການປະຕິບັດວິໄນ, ການກວດກາ, ການປົກປ້ອງ, ສິດ ແລະ ໜ້າທີ່ຂອງຜູ້ພິພາກສາເເຕ່ລະຂັ້ນ ຢ່າງຄົບຖ້ວນ. ອີງຕາມບົດຮຽນຂອງ ສສ.ຫວຽດນາມ, ສປຈີນ ເເລະ ບັນດາປະເທດສະມາຊິກອາຊຽນຈຳນວນໜຶ່ງ ກໍມີກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ ເຊິ່ງຢັ້ງຢືນວ່າ ການຄຸ້ມຄອງພະນັກງານໄອຍະການປະຊາຊົນໂດຍມີກົດໝາຍສະເພາະເປັນເຄື່ອງມື ຈະຮັບປະກັນ ແລະ ຍົກສູງຄຸນນະພາບຂອງພະນັກງານໄອຍະການປະຊາຊົນສູງຂຶ້ນ, ມີລະບຽບວິໄນ, ມີຄວາມເຂັ້ມງວດຕໍ່ຕົນເອງແລ້ວ ຍັງເປັນການຫຼຸດຜ່ອນປາກົດການຫຍໍ້ທໍ້ໃນສັງຄົມ, ເພີ່ມທະວີຄວາມຍຸຕິທຳ ເເລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມເປັນຢ່າງດີ.
ທ່ານ ໄຊຊະນະ ໂຄດພູທອນ ກ່າວວ່າ: ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນເຄື່ອງມືອັນສຳຄັນໃນການຄຸ້ມຄອງພະນັກງານໄອຍະການໃນຂອບເຂດທົ່ວປະເທດຢ່າງລວມສູນ, ເປັນເອກະພາບ ແລະ ມີປະສິດທິຜົນ; ພະນັກງານໄອຍະການ ຈະໄດ້ຮັບການພັດທະນາຮອບດ້ານ ແລະ ດ້ວຍຄຸນນະພາບ ກ່ຽວກັບທິດສະດີການເມືອງ-ການປົກຄອງ, ວຽກງານວິຊາສະເພາະ ເຊິ່ງປະກອບດ້ວຍທິດສະດີ ແລະ ພຶດຕິກໍາກ່ຽວກັບວຽກງານໄອຍະການ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ; ຄຸນນະພາບວຽກງານໄອຍະການກ່ຽວກັບການສັ່ງຟ້ອງ ແລະ ການຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີ ໄດ້ຮັບການຈັດຕັ້ງປະຕິບັດມີປະສິດທິພາບ, ປະສິດທິຜົນ ແລະ ຖືກຕ້ອງຕາມກົດໝາຍ; ການປະຕິບັດກົດໝາຍວ່າດ້ວຍພະນັກງານໄອຍະການ ແມ່ນຕິດພັນກັບກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເຊິ່ງຈະເຮັດໃຫ້ກົດໝາຍມີຜົນສັກສິດ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນທົ່ວສັງຄົມ ຈະໄດ້ຮັບການເຊີດຊູສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກໍໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ໃນການຄົ້ນຄວ້າ, ປະກອບຄຳເຫັນຢ່າງມີຈຸດສຸມ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍດັ່ງກ່າວ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັັດໄດ້ແທດເໝາະກັບຕົວຈິງ ແລະ ບັນທ່ານ ສສຊ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຕາມລຳດັບ.
(ກົງທະນູຄຳ ພິພັດເສລີ)