(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໃນຕອນບ່າຍວັນທີ 20 ມິຖຸນານີ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີ 6 ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍຊົນລະປະທານ ຄື: 1) ການກຳນົດນິຍາມຊົນລະປະທານ ຍັງບໍ່ກວມຮອດການຄຸ້ມຄອງບໍລິຫານ-ຈັດການນ້ຳຊົນລະປະທານ ເຊິ່ງເປັນວຽກສຳຄັນ ແລະ ຈຳເປັນໃນສະພາບປັດຈຸບັນ; 2) ກິດຈະການຊົນລະປະທານ ຍັງບໍ່ທັນກໍານົດການຄວບຄຸມກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ເຊິ່ງຖືເປັນໜຶ່ງໃນກິດຈະກໍາທີ່ສໍາຄັນຂອງວຽກງານຊົນລະປະທານ; 3) ການກຳນົດໃຫ້ທຸກກິດຈະການ ແລະ ຂະໜາດຊົນລະປະທານ ຕ້ອງຜ່ານສະພາວິທະຍາສາດກົມຊົນລະປະທານ ແມ່ນບໍ່ສອດຄ່ອງກັບທິດນໍາໃນວຽກງານ 3 ສ້າງ ເນື່ອງຈາກຂັ້ນແຂວງບໍ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເທົ່າທີ່ຄວນ; 4) ກອງທຶນພັດທະນາຊົນລະປະທານ ເປັນກອງທຶນທີ່ກວ້າງຂວາງ, ແຕ່ຕົວຈິງເປັນພຽງກອງທຶນຂອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານເທົ່ານັ້ນ (ບໍ່ແມ່ນກອງທຶນລັດ); 5) ຍັງມີບັນດາພາກ, ໝວດ ແລະ ມາດຕາ ທີ່ບໍ່ຈຳເປັນ ເພາະໄດ້ກຳນົດໄວ້ໃນກົດໝາຍກ່ຽວຂ້ອງແລ້ວ ແລະ ຕັດອອກ ເຊັ່ນ: ມາດຕາທີ່ກຳນົດກ່ຽວກັບການແກ້ໄຂຂໍ້ຂັດແຍ້ງ, ມາດຕາກ່ຽວກັບມາດຕະການຕໍ່ຜູ້ລະເມີດ ທັງນີ້ ກໍເພື່ອໃຫ້ສອດຄ່ອງກັບເຕັກນິກການສ້າງນິຕິກຳໃນປັດຈຸບັນ; 6) ກົດໝາຍສະບັບປັດຈຸບັນ ຍັງບໍ່ໄດ້ກຳນົດບັນດາຫຼັກການທີ່ສຳຄັນ ແລະ ຈໍາເປັນດ້ານເຕັກນິກ ແລະ ວຽກງານພັດທະນາຊົນລະປະທານ ເປັນຕົ້ນການຄວບຄຸມກວດກາຄຸນນະພາບການກໍ່ສ້າງ, ຄວາມປອດໄພຂອງເຂື່ອນ, ອ່າງເກັບນໍ້າຊົນລະປະທານ, ລະບົບຂໍ້ມູນຂ່າວສານ ລວມທັງກອງທຶນ, ເຄື່ອງແບບ, ເຄື່ອງໝາຍຊົນລະປະ ທານ ທັງນີ້ ກໍເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ.
ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ກ່າວຕື່ມວ່າ: ເມື່ອກົດໝາຍສະບັບປັບປຸງນີ້ ຖືກຮອງຮັບ ແລະ ປະກາດໃຊ້ ຈະມີຄວາມສອດຄ່ອງກັບກົດໝາຍ, ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ແລະ ສະພາບຕົວຈິງຂອງປະເທດ ທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີຂຶ້ນ; ຂະແໜງກະສິກຳ ແລະ ປ່າໄມ້ ຈະມີບ່ອນອີງດ້ານນິຕິກຳທີ່ເປັນລະບົບໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ພັດທະນາຊົນລະປະທານ ຕາມການແບ່ງຂັ້ນຄຸ້ມຄອງກິດຈະການຊົນລະປະທານ ແຕ່ສູນກາງລົງຮອດທ້ອງຖິ່ນ; ຮັບປະກັນຄວາມປອດໄພຂອງເຂື່ອນ ແລະ ອ່າງເກັບນໍ້າຊົນລະປະທານ ຫຼາຍຂຶ້ນກວ່າເກົ່າ; ມີລະບົບຂໍ້ມູນຂ່າວສານຊົນລະປະທານທີ່ທັນສະໄໝ, ສາມາດສະໜອງ ແລະ ແລກປ່ຽນເຂົ້າໃນວຽກງານຊົນລະປະທານຢ່າງເປັນລະບົບ; ມີກອງທຶນຊົນລະປະທານທີ່ເປັນຂອງລັດ ແລະ ມີເຄື່ອງແບບ-ເຄື່ອງໝາຍຊົນລະປະທານ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ; ເຮັດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີຄວາມເຊື່ອໝັ້ນ ແລະ ກ້າລົງທຶນເຂົ້າໃນຂົງເຂດກະສິກຳຫຼາຍຂຶ້ນ.
ທ່ານ ສົມມາດ ພົລເສນາ ໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງຄົ້ນຄວ້າ, ປະກອບຄຳເຫັນ ແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ກົງທະນູຄຳ ພິພັດເສລີ)