(ສພຊ) – ຕອນແລງວັນສຸກທີ 18 ກໍລະກົດຜ່ານມາ ທີ່ເດີ່ນບານເຕະເຟີຣາຣີ ນະຄອນຫຼວງວຽງຈັນ, ໄດ້ມີກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ທະນາຄານແຫ່ງ ສປປລາວ ກັບ ສະພາແຫ່ງຊາດ; ໂດຍມີທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປລາວ, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍພະນັກງານ ແລະ ນັກກິລາຂອງ 2 ພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທັງນີ້, ກໍເພື່ອສ້າງຂະບວນການຂໍ່ານັບຮັບຕອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955-20/7/2025) ທັງເປັນການສ້າງກິດຈະກຳພົບປະແລກປ່ຽນ, ຮັດແໜ້ນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ທະນາຄານແຫ່ງ ສປປລາວ ກັບ ສະພາແຫ່ງຊາດ.

(ນາງ ອາລິນ ສຸພິມມະປະດິດ)