ກຳມາທິການຍຸຕິທໍາ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ສະພາປະຊາຊົນແຂວງອຸດົມໄຊ.

ສ.ຫ. 18, 2025

ຕອນເຊົ້າວັນທີ 1 ສິງຫາ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ນໍາໂດຍທ່ານ ສີສຸທອນ ສ.ຜາບມີໄຊ ຮອງປະທານກຳມາທິ ການຍຸຕິທໍາ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວເຮັດວຽກຢູ່ສະພາປະຊາຊົນແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການ ແລະ ຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງ.
ຈຸດປະສົງ, ກໍ່ເພື່ອເປັນຕິດຕາມກວດກາ, ເກັບກໍາຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດວຽກງງານຂົງເຂດຍຸຕິທໍາ. ພ້ອມນັ້ນ, ໄດ້ຮັບການລາຍງານຈາກຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວ ກັບຜົນການຕິດຕາມກວດກາວຽກງານຂົງເຂດຍຸຕິທໍາ ປະຈໍາປີ 2025 ແລະ ໄດ້ຮັບການລາຍງານຈາກພະແນກ, ອົງການ ກ່ຽວຂ້ອງຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດດຊອບຕື່ມອີກ. ຫຼັງຈາກນັ້ນ, ໄດ້ມີຄໍາຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ພາບ\ຂ່າວ: ສະພາປະຊາຊົນແຂວງ.