ກຳມາທິການ ວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ເມືອງຫຼາ

ພ.ພ. 19, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 14 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນເມືອງຫຼາ, ນໍາໂດຍທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງຫຼາ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼາ, ຄະນະນໍາຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.ກອງປະຊຸມ, ໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກບັນດາຫ້ອງການກ່ຽວຂ້ອງ ຕາມຄໍາຖາມເຈາະຈີ້ມຂອງຄະນະຮັບຜິດຊອບຈາກສະພາແຫ່ງຊາດ, ໂດຍສະເພາະແມ່ນການສຸມໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ, ຂົງເຂດສາທາລະນະສຸກ, ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ຫຼັງຈາກນັ້ນ, ໄດ້ມີຄໍາຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ. ຈຸດປະສົງ, ຂອງການລົງເຄື່ອນໄຫວກໍ່ເພື່ອເປັນຕິດຕາມກວດກາ, ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025 ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ປະຕິບັດຕາມແຜນການເຄື່ອນໄຫວ ປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ຍັງລົງຢ້ຽມຢາມແຫຼງທ່ອງທ່ຽວ ແລະ ສະຖານທີ່ຕ່າງໆຕື່ມອີກ.ພາບ\ຂ່າວ: ສະພາປະຊາຊົນແຂວງ