(ສພຊ) – ຕອນເຊົ້າວັນທີ 19 ມິຖຸນານີ້, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຂຶ້ນລາຍງານກ່ຽວກັບເຫດຜົນ ແລະ ຄວາມຈຳເປັນໃນການສ້າງຮ່າງກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ກໍເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍກະສິກໍາ ທີ່ໄດ້ປະກາດໃຊ້ໃນປີ 1998 ອອກເປັນອັນສະເພາະ ເຊິ່ງໄລຍະຜ່ານມາໄດ້ຜັນຂະຫຍາຍອອກເປັນວຽກງານລ້ຽງສັດ, ການປະມົງ ແລະ ຊົນລະປະທານ ແຕ່ຍັງບໍ່ມີກົດໝາຍວ່າດ້ວຍການປູກຝັງເປັນອັນສະເພາະ ທີ່ເປັນລະບົບຄົບຊຸດ; ເພື່ອຄຸ້ມຄອງວຽກງານປູກຝັງ ເປັນຕົ້ນ ທີ່ດິນປູກຝັງ, ປັດໄຈການຜະລິດ, ການຜະລິດ, ການປຸງແຕ່ງ ແລະ ຕະຫຼາດ, ການນຳເຂົ້າ-ສົ່ງອອກ, ການຄົ້ນຄວ້າທົດລອງດ້ານການປູກຝັງ ລວມທັງການກໍານົດນະໂຍບາຍສົ່ງເສີມວຽກງານດັ່ງກ່າວ; ປະຕິບັດແນວທາງປ່ຽນແປງໃໝ່ທີ່ມີຫຼັການຂອງພັກ ໂດຍສະເພາະທິດນຳໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືການເສີມຂະຫຍາຍຄວາມເປັນເຈົ້າໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ຮັບປະກັນການຜະລິດກະສິກຳ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ສະອາດ, ປອດໄພ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ; ເພື່ອເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາວຽກງານປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ເຊິ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິ ພາບກວ່າເກົ່າ.
ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ກ່າວວ່າ: ເມື່ອກົດໝາຍສະບັບນີ້ ຖືກຮອງຮັບ ແລະ ປະກາດໃຊ້ ຈະສາມາດຄຸ້ມຄອງວຽກງານປູກຝັງເຂົ້າສູ່ລະບົບ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕົວຈິງຂອງ ສປປລາວ ສອດ ຄ່ອງກັບກົດໝາຍທີ່ຖືກຮັບຮອງໃໝ່; ເພີ່ມປະສິດທິພາບ ແລະ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ນຳໃຊ້ດິນກະສິກໍາ ເຊິ່ງກໍາລັງເປັນບັນຫາຂອງສັງຄົມທີ່ຕິດພັນກັບວຽກງານກະສິກຳໃນປັດຈຸບັນ; ວຽກງານປູກຝັງໄດ້ຮັບການພັດທະນາຢ່າງເປັນລະບົບ ຜ່ານການສຳຫຼວດສະຖິຕິ ແລະ ກຳນົດແຜນຍຸດທະສາດໃນການພັດທະນາກະສິກຳ ລວມທັງມີການຄົ້ນຄວ້າການປູກຝັງ; ການປູກຝັງໄດ້ຮັບການສົ່ງເສີມຢ່າງຮອບດ້ານ ເພາະມີນະໂຍບາຍສົ່ງເສີມການປູກຝັງທີ່ຫຼາກຫຼາຍ ນອກນີ້, ຈະຫັນໄປສູ່ການຜະລິດແບບກະສິກຳສະອາດ ໂດຍການສົ່ງເສີມທາງດ້ານເຕັກໂນໂລຊີ ແລະ ວິຊາການ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ດຳເນີນທຸລະກິດ ແລະ ຍາດແຍ່ງການຊ່ວຍເຫຼືອລ້າ, ກູ້ຢືມເງິນຕ່າງປະເທດ, ອົງການການຈັດຕັ້ງສາກົນຕ່າງໆ ເຂົ້າໃນວຽກງານດັ່ງກ່າວ; ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາກິດຈະການການປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ແມ່ນລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ເຊິ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ.
ຈາກນັ້ນ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ມີບາງຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການຄົ້ນຄວ້າ, ປະກອບຄຳເຫັນ ເພື່ອເຮັດໃຫ້ເນື້ອໃນຮ່າງກົດໝາຍມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ແທດເໝາະກັບຕົວຈິງ; ບັນດາທ່ານສະມາຊິກສະພາແຫ່ງຊາດ ກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງມີຈຸດສຸມ.
(ກົງທະນູຄຳ ພິພັດເສລີ)