(ສພຊ) ໃນວັນທີ 4 ກໍລະກົດ 2023 ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ສຈ. ປອ. ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ລາຍງານກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍສານປະຊາຊົນ ສະບັບທໍາອິດ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນຄົບຄະນະເທື່ອທີ 2 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນປີ 1989 ແລະ ປະກາດນໍາໃຊ້ຢ່າງເປັນທາງການຕາມດໍາລັດຂອງ ປະທານປະເທດ ສະບັບເລກທີ 06, ລົງວັນທີ 09 ມັງກອນ 1990 ປະກອບມີ 6 ພາກ, 38 ມາດຕາ; ກົດໝາຍສະບັບນີ້ ຖືເປັນນິຕິກຳ ທີ່ີມີຄວາມໝາຍສໍາຄັນ ແລະ ເປັນເຄື່ອງມືພື້ນຖານໃນການສ້າງຕັ້ງ ແລະ ພັດທະນາລະບົບສານປະຊາຊົນ ທັງຢູ່ສູນກາງ, ແຂວງ, ກໍາແພງນະຄອນ ແລະ ເມືອງ, ເປັນການກໍານົດພາລະບົດບາດ, ໜ້າທີ່ຂອງສານປະຊາຊົນແຕ່ລະຂັ້ນ ໃນການຕັດສິນຄະດີ ແລະ ການປະກອບຄະນະສານຕັດສິນ, ທັງເປັນບ່ອນອີງໃຫ້ສານປະຊາຊົນໄດ້ເຄື່ອນໄຫວປະຕິບັດໜ້າທີ່ ໄດ້ເປັນຢ່າງດີ.
ການປັບປຸງກົດໝາຍວ່າດ້ວຍສານປະຊາຊົນ ໃນແຕ່ລະຄັ້ງມີຄື: ຄັ້ງທີ 1 ໃນປີ 1991 ພາຍຫຼັງຮັບຮອງ ແລະ ປະກາດນໍາໃຊ້ລັດຖະທໍາມະນູນ ສະບັບທໍາອິດ ຂອງ ສປປລາວ, ໄດ້ປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ສະບັບປີ 1990 ທີ່ພົວພັນເຖິງການສ້າງຕັ້ງສານປະຊາຊົນ, ການພິຈາລະນາຕັດສິນຄະດີເປັນໝູ່ຄະນະ (ແຕ່ກ່ອນມີຕຸລາການປະຊາຊົນ ປະກອບເປັນຄະນະສານຕັດສິນ), ການຊີ້ນໍາການຈັດຕັ້ງສານປະຊາຊົນ ແລະ ອື່ນໆ; ຄັ້ງທີ 2 ໃນປີ 2003 ເພື່ອຮັບປະກັນຄວາມສອດຄ່ອງກັບລັດຖະທໍາມະນູນທີ່ໄດ້ຮັບການປັບປຸງ ຈຶ່ງໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍສານປະຊາຊົນ ສະບັບປີ 1991 ເປັນ 6 ພາກ, 5 ໝວດ 66 ມາດຕາ ເພື່ອແນໃສ່ເຮັດໃຫ້ ລະບົບການຈັດຕັ້ງສານປະຊາຊົນມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງປະສິດທິພາບໃນການບໍລິການຮັບໃຊ້ປະຊາຊົນດ້ານວຽກງານຍຸຕິທໍາ; ຄັ້ງທີ 3 ໃນປີ 2009 ໄດ້ມີການທົບທວນລະບົບການຈັດຕັ້ງຂອງສານປະຊາຊົນເມືອງ ເພື່ອໃຫ້ສອດຄ່ອງກັບການປັບປຸງກົງຈັກບໍລິຫານລັດຂັ້ນເມືອງ ຕາມນະໂຍບາຍຂອງລັດຖະບານ ຈຶ່ງໄດ້ສະເໜີ ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາອະນຸມັດໂຮມການຈັດຕັ້ງຂອງສານປະຊາຊົນຂັ້ນເມືອງ ມາເປັນສານປະຊາຊົນເຂດ ເພື່ອເພີ່ມສິດອໍານາດຂອງສານປະຊາຊົນເຂດ ແລະ ຫັນງົບປະມານຂອງສານປະຊາຊົນທົ່ວປະເທດຂຶ້ນກັບສາຍຕັ້ງສານປະຊາຊົນສູງສຸດ ຕາມມະຕິຕົກລົງ ສະບັບເລກທີ 113/ຄປຈ, ລົງວັນທີ 28 ພຶດສະພາ 2009 ຂອງຄະນະປະຈໍາສະພາແຫ່ງຊາດ, ສະນັ້ນ ຈຶ່ງໄດ້ ປັບປຸງກົດໝາຍວ່າດ້ວຍສານປະຊາຊົນ ສະບັບປີ 2003 ເຊິ່ງປະກອບມີ 9 ພາກ, 5 ໝວດ ແລະ 66 ມາດຕາ; ຄັ້ງທີ 4 ໃນປີ 2017 ພາຍຫຼັງລັດຖະທໍາມະນູນ ໄດ້ຮັບການປັບປຸງໃນປີ 2015 ຈຶ່ງໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍສານປະຊາຊົນ ສະບັບປີ 2009 ຄືນໃໝ່ ເພື່ອເຮັດໃຫ້ການຈັດຕັ້ງສານປະຊາຊົນ ມີຄວາມໜັກແໜ້ນ, ເຂັ້ມແຂງ ເຊິ່ງໃນນັ້ນ ໄດ້ສ້າງຕັ້ງຄະນະສານປົກຄອງຂຶ້ນຢູ່ໃນລະບົບສານປະຊາຊົນ, ເຮັດໃຫ້ກົດໝາຍສະບັບນີ້ ປະກອບມີ 9 ພາກ, 5 ໝວດ ແລະ 69 ມາດຕາ; ຄັ້ງທີ 5 ໃນປີ 2022 ເພື່ອຮັບປະກັນການແບ່ງຂັ້ນຄຸ້ມຄອງ ແລະ ກະຈາຍອໍານາດໃຫ້ສານປະຊາຊົນແຕ່ລະຂັ້ນໃນການຄຸ້ມຄອງບໍລິຫານສານ ໂດຍສະເພາະສິດອໍານາດຂອງສານປະຊາຊົນສູງສຸດ ໃນການແຕ່ງຕັ້ງ, ຍົກຍ້າຍປົດຕໍາແໜ່ງພະນັກງານບໍລິຫານຂອງສານ, ພະນັກງານຕຸລາການບາງຕໍາແໜ່ງ ແລະ ການສັບປ່ຽນບ່ອນປະຈໍາການຂອງພະນັກງານໃນລະບົບສານປະຊາຊົນ ຈຶ່ງໄດ້ປັບປຸງບາງມາດຕາຄື ມາດຕາ 2, 3, 21, 37 ແລະ ມາດຕາ 38 ທີ່ພົວພັນເຖິງສິດອໍານາດຂອງສານປະຊາຊົນສູງສຸດ.
ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບທໍາອິດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1990 ຕາມມະຕິ ສະບັບເລກທີ 09/90/ສປສ, ລົງວັນທີ 29 ພະຈິກ 1990, ປະກອບມີ 6 ພາກ, 14 ໝວດ, 88 ມາດຕາ. ໃນນັ້ນ, ໄດ້ກໍານົດ ຂັ້ນຕອນ ແລະ ວິທີການ ໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີແພ່ງ ໃຫ້ເປັນເອກະພາບ.
ການປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໃນແຕ່ລະຄັ້ງມີຄື: ຄັ້ງທີ 1 ໃນປີ 2004 ໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປີ 1990 ໃຫ້ປະກອບມີ 11 ພາກ, 15 ໝວດ, 129 ມາດຕາ ໂດຍໄດ້ປັບປຸງຂັ້ນຂອງການດຳເນີນຄະດີ ຈາກ 2 ຂັ້ນ ມາເປັນ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ, ພ້ອມທັງກໍານົດສິດອໍານາດ, ຂັ້ນຕອນ ແລະ ວິທີການດໍາເນີນຄະດີຂອງສານຂັ້ນຕົ້ນ ແລະ ຂັ້ນອຸທອນ ໃຫ້ພິຈາລະນາດ້ານຫຼັກຖານ, ສ່ວນສານຂັ້ນລົບລ້າງ ມີສິດອໍານາດພິຈາລະນາແຕ່ບັນຫາທາງດ້ານກົດໝາຍເທົ່ານັ້ນ; ຄັ້ງທີ 2 ໃນປີ 2012 ໄດ້ປັບປຸງລະບົບການດໍາເນີນຄະດີໃຫ້ສອດຄ່ອງກັບການປັບປຸງການຈັດຕັ້ງຂອງສານປະຊາຊົນ ໂດຍສະເພາະການໂຮມສານປະຊາຊົນເມືອງ ເປັນສານປະຊາຊົນເຂດ ແລະ ເພີ່ມສິດອໍານາດໃນການຕັດສິນຄະດີຂອງສານປະຊາຊົນເຂດ, ປັບປຸງຂັ້ນຕອນການດໍາເນີນຄະດີນັບແຕ່ຂັ້ນຕອນການຮັບຄໍາຮ້ອງຟ້ອງ, ການຄົ້ນຄວ້າ, ເກັບກໍາຂໍ້ມູນຫຼັກຖານໃນຄະດີໃຫ້ລະອຽດ, ຄົບຖ້ວນມາແຕ່ເບື້ອງຕົ້ນ, ກໍານົດຫຼັກການ ແລະ ວິທີການໂຕ້ແຍ່ງ ເພື່ອໃຫ້ຄະດີມີຄວາມຈະແຈ້ງ, ການເກັບກໍາຂໍ້ມູນຫຼັກຖານມີຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ການຕັດສິນ ແລະ ພິພາກສາມີຄວາມຖືກຕ້ອງ ແລະ ກໍານົດການຮ່ວມມືສາກົນໃນການດໍາເນີນຄະດີແພ່ງຢ່າງລະອຽດ ແລະ ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນທີ່ ສປປລາວ ເຂົ້າເປັນພາຄີ ເຊິ່ງກົດໝາຍສະບັບນີ້ ປະກອບມີ 18 ພາກ, 32 ໝວດ, 370 ມາດຕາ.
ກົດໝາຍວ່າດ້ວຍສານປະຊາຊົນ ໄດ້ຖືກຈັດພິມ ແລະ ແຈກຢາຍ ໃຫ້ພະນັກງານສານແຕ່ລະແຫ່ງເປັນເຄື່ອງມືນໍາໃຊ້ ແລະ ໄດ້ແຈກຢາຍໃຫ້ພາກສ່ວນກ່ຽວຂ້ອງອື່ນຈໍານວນໜຶ່ງ, ພ້ອມນັ້ນ ກໍໄດ້ມີຄໍາສັ່ງ, ຄໍາແນະນໍາໃຫ້ສານປະຊາຊົນແຕ່ລະຂັ້ນ ຄັດຈ້ອນເອົາບາງໝວດ, ບາງມາດຕາ, ສ້າງເປັນເອກະສານ ລົງເຜີຍແຜ່ໃຫ້ປະຊາຊົນຮັບຮູ້ໄດ້ຈໍານວນໜຶ່ງ. ເຖິງຢ່າງໃດກໍຕາມ ການຈັດຕັ້ງໂຄສະນາ, ເຜີຍແຜ່ ແລະ ການຍົກສູງສະຕິເຄົາລົບກົດໝາຍວ່າດ້ວຍສານປະຊາຊົນໃຫ້ແກ່ພະນັກງານຢູ່ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ຍັງເຮັດໄດ້ໜ້ອຍ, ຈໍາກັດ, ບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ, ບໍ່ທັນໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ໂດຍກົງ ໃຫ້ແກ່ບັນດາກະຊວງ-ອົງການ ແລະ ພະແນກການຂັ້ນແຂວງ, ເມືອງ ເຮັດໃຫ້ສັງຄົມ, ປະຊາຊົນ ແລະ ບັນອົງການຈັດຕັ້ງຕ່າງໆ ບໍ່ເຂົ້າໃຈເຖິງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານປະຊາຊົນເທົ່າທີ່ຄວນ.
ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໄດ້ຖືກຈັດພິມເປັນປື້ມ ຈຳນວນ 30.000 ຫົວ ເພື່ອແຈກຢາຍໃຫ້ພະນັກງານຂອງສານ, ພະນັກງານຂະແໜງຍຸຕິທໍາ, ທະນາຍຄວາມ, ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈການດໍາເນີນຄະດີແພ່ງ, ໄດ້ອອກຄໍາແນະນໍາຈັດຕັ້ງປະຕິບັດ ແລະ ແນະນໍາໃຫ້ສານແຕ່ລະຂັ້ນຈັດຕັ້ງໂຄສະນາເຜີຍແຜ່. ພ້ອມນັ້ນ ສານປະຊາຊົນສູງສຸດ ກໍໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ໃຫ້ພະນັກງານຂອງສານປະຊາຊົນ, ພະນັກງານໄອຍະການ, ບັນດາຄູອາຈານສອນກົດໝາຍ, ທະນາຍຄວາມ ແລະ ນັກກົດໝາຍ ຢູ່ 6 ຈຸດໃນຂອບເຂດທົ່ວປະເທດ, ສ້າງແຜນວາດການດໍາເນີນຄະດີແພ່ງ, ປຶ້ມຄູ່ມືການດໍາເນີນຄະດີແພ່ງ ແຈກຢາຍໃຫ້ພາກສ່ວນຕ່າງໆ ແລະ ສັງ ຄົມ, ໄດ້ຄັດຈ້ອນເອົາບາງໝວດ, ບາງມາດຕາ ລົງໂຄສະນາເຜີຍແຜ່ທາງໜັງສືພິມ, ວາລະສານ, ເວັບໄຊ, ເພສເຟສບຸກຂອງສານປະຊາຊົນ ແລະ ສື່ອອນລາຍຕ່າງໆ ໂດຍສະເພາະເວັບໄຊ ແລະ ເພສເຟສບຸກຂອງສານປະຊາຊົນສູງສຸດ ມີຜູ້ເຂົ້າເບິ່ງ ແລະ ຕິດຕາມຫຼາຍກວ່າ 300.000 ຄົນ. ເຖິງຢ່າງໃດກໍຕາມ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ກໍຄືການໃຫ້ປະຊາຊົນນໍາໃຊ້ສິດໃນການດໍາເນີນຄະດີຢ່າງຖືກຕ້ອງນັ້ນ ເຫັນວ່າການໂຄສະນາກົດໝາຍດໍາເນີນຄະດີແພ່ງ ຍັງບໍ່ແຂງແຮງ ແລະ ທົ່ວເຖິງ ເຮັດໃຫ້ປະຊາຊົນບັນດາເຜົ່າ ບໍ່ເຂົ້າໃຈຕໍ່ລະບຽບກົດໝາຍ, ຂັ້ນຕອນການດໍາເນີນຄະດີ, ເປັນສາເຫດໜຶ່ງພາໃຫ້ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ ບໍ່ສາມາດເຂົ້າເຖິງຂະບວນການຍຸຕິທໍາໄດ້ຢ່າງສະດວກເທົ່າທີ່ຄວນ.
ກົດໝາຍວ່າດ້ວຍສານປະຊາຊົນ ສະບັບປັບປຸງປີ 2017 ໄດ້ກໍານົດໃຫ້ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍ ມີ 6 ມາດຕາຄື: ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບສານປະຊາຊົນ; ມາດຕາ 13 ການພິຈາລະນາຄະດີເປັນໝູ່ຄະນະ; ມາດຕາ 31 ໂຄງປະກອບການຈັດຕັ້ງ; ມາດຕາ 32 ສະພາຜູ້ພິພາກສາ; ມາດຕາ 44 ສິດ ແລະ ໜ້າທີ່ຂອງຈ່າສານ; ມາດຕາ 63 ງົບປະມານ ຂອງສານປະຊາຊົນ.
ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012 ໄດ້ກໍານົດໃຫ້ຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍຄື: ມາດຕາ 60 ສິດ ແລະ ໜ້າທີ່ຂອງພະນັກງານວິຊາການ; ມາດຕາ 156 ການເກັບເງິນວາງສານ; ມາດຕາ 218 ລະບຽບການລວມຂອງການປະຊຸມສານ.
ກົດໝາຍວ່າດ້ວຍສານປະຊາຊົນ ມາດຕາທີ່ປະຕິບັດບໍ່ໄດ້ ປະກອບມີ: ມາດຕາ 12, 21 ແລະ ມາດຕາ 32 ກ່ຽວກັບປະເພີສານ ຍັງບໍ່ສາມາດສ້າງເປັນປະເພີສານໄດ້ຢ່າງຈະແຈ້ງເທື່ອ; ມາດຕາ 19 ແລະ ມາດຕາ 24 ກໍານົດກ່ຽວກັບສານເດັກ ບໍ່ສາມາດຈັດຕັ້ງສານເດັກຂຶ້ນໄດ້, ຍັງນໍາໃຊ້ຄະນະສານເດັກຕັດສິນ, ພິພາກສາຄະດີກ່ຽວກັບເດັກຢູ່ໃນປັດຈຸບັນ; ມາດຕາ 63 ກ່ຽວກັບດັດສະນີເງິນເດືອນສະເພາະຂອງຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ ແລະ ຈ່າສານ ບໍ່ທັນໄດ້ແຍກສະເພາະຕາມກົດໝາຍກໍານົດໄວ້.
ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ມາດຕາທີ່ປະຕິບັດບໍ່ໄດ້ ປະກອບມີ: ມາດຕາ 30 ກໍານົດເວລາໃນການພິຈາລະນາຕັດສິນຄະດີ ທີ່ກໍານົດໃຫ້ຄົ້ນຄວ້າ ແລະ ຕັດສິນຄະດີຢູ່ສານຂັ້ນຕົ້ນ 9 ເດືອນ, ຂັ້ນອຸທອນ 4 ເດືອນ, ຂັ້ນລົບລ້າງ 3 ເດືອນໃຫ້ສໍາເລັດ. ແຕ່ການປະຕິບັດຕົວຈິງຄະດີສ່ວນຫຼາຍ ບໍ່ສາມາດຄົ້ນຄວ້າ ແລະ ຕັດສິນຄະດີສໍາເລັດຕາມກໍານົດເວລາທີ່ກົດໝາຍກໍານົດໄວ້; ມາດຕາ 103 ການຍື່ນຫຼັກຖານ ໃຫ້ຍື່ນນັບແຕ່ວັນຮັບຄໍາຮ້ອງຟ້ອງຈົນຮອດວັນປິດປະຊຸມສານຂັ້ນຕົ້ນ. ໃນພາກປະຕິບັດຕົວຈິງ ບໍ່ໄດ້ຍື່ນທັງໝົດຢູ່ສານຂັ້ນຕົ້ນ, ເມື່ອຕັດສິນໄປແລ້ວ ຄູ່ຄວາມຈະໄປຍື່ນຫຼັກຖານໃໝ່ເພີ່ມຕື່ມຢູ່ສານຂັ້ນອຸທອນ ຫຼື ຂັ້ນລົບລ້າງ ຫຼື ສິ້ນສຸດການດໍາເນີນຄະດີຂອງສານ ກໍມີການຍື່ນຫຼັກຖານຕໍ່ພາກສ່ວນຕ່າງໆ ເຮັດໃຫ້ການດໍາເນີນຄະດີຂອງສານຂັ້ນຕົ້ນ ບໍ່ຮັບປະກັນການພິຈາລະນາຫຼັກຖານຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ຄະດີສົ່ງກັບໄປ-ມາ ເຮັດໃຫ້ຊັກຊ້າ ແກ່ຍາວໃນການດໍາເນີນຄະດີ; ມາດຕາ 124, 125 ແລະ 126 ມາດຕະການຂອງສານ ກ່ຽວກັບການຈໍາກັດບໍລິເວນຄູ່ຄວາມໃນຄະດີແພ່ງ, ມາດຕະການບໍ່ໃຫ້ຄູ່ຄວາມເຄື່ອນໄຫວ ຫຼື ກະທໍາອັນໃດໜຶ່ງ ແລະ ມາດຕະການບໍ່ໃຫ້ຄູ່ຄວາມປະຕິບັດຂໍ້ຜູກພັນອັນໃດໜຶ່ງ. ມາດຕະການດັ່ງກ່າວ ໃນພາກປະຕິບັດຕົວຈິງ ບໍ່ໄດ້ປະຕິບັດ ຫຼື ນໍາໃຊ້ ເນື່ອງຈາກວ່າຄູ່ຄວາມບໍ່ໄດ້ຮ້ອງຂໍຕໍ່ສານໃຫ້ນໍາໃຊ້ມາດຕະການດັ່ງກ່າວ ເຊິ່ງກົດໝາຍໄດ້ກໍານົດໄວ້ຕ້ອງໃຫ້ຄູ່ຄວາມຮ້ອງຂໍ, ສານຈຶ່ງສາມາດນໍາໃຊ້ມາດຕະການດັ່ງກ່າວໄດ້ ເວັ້ນເສຍແຕ່ເປັນຜົນປະໂຫຍດຂອງລັດ, ສັງຄົມ ຫຼື ຂອງເດັກ; ມາດຕາ 190 ການໃຫ້ຄູ່ຄວາມມາມີສ່ວນຮ່ວມໃນການດໍາເນີນຄະດີແຕ່ເບື້ອງຕົ້ນ, ໃນພາກປະຕິບັດຕົວຈິງ ປະຕິບັດບໍ່ໄດ້ ແລະ ຜູ້ພິພາກສາ ກໍບໍ່ທັນປະຕິບັດຕາມກົດໝາຍກໍານົດຢ່າງເຄັ່ງຄັດ ເນື່ອງຈາກວ່າຄູ່ຄວາມບໍ່ໃຫ້ຄວາມຮ່ວມມື, ມີການອອກໝາຍຮຽກຫຼາຍຄັ້ງແຕ່ບໍ່ເຂົ້າມາສານ. ສະນັ້ນ, ໃນການດໍາເນີນຄະດີຕົວຈິງ ຈະສືບຕໍ່ດໍາເນີນຄະດີ ໂດຍບໍ່ປະຕິບັດຕາມຂັ້ນຕອນດັ່ງກ່າວທີ່ກົດໝາຍກໍານົດ; ມາດຕາ 278 ການພິພາກສາຂອງສານຂັ້ນອຸທອນເປັນຂັ້ນສຸດທ້າຍທາງດ້ານຂໍ້ມູນຫຼັກຖານ. ໃນພາກປະຕິບັດຕົວຈິງ ພາຍຫຼັງທີ່ສານອຸທອນພິພາກສາແລ້ວ ຄູ່ຄວາມຍັງສະເໜີຂໍ້ມູນຫຼັກຖານໃຫ້ສານຂັ້ນລົບລ້າງພິຈາລະນາ ແລະ ສານຂັ້ນລົບລ້າງຍັງພິຈາລະນາພິພາກສາກ່ຽວກັບຂໍ້ມູນຫຼັກຖານຕາມການສະເໜີ. ເຮັດໃຫ້ຂໍ້ມູນຫຼັກຖານບໍ່ສິ້ນສຸດຕາມກົດໝາຍກໍານົດ; ມາດຕາ 289, 296 ແລະ 298 ກ່ຽວກັບການພິພາກສາຂັ້ນລົບລ້າງທາງດ້ານກົດໝາຍ, ໃນພາກປະຕິບັດຕົວຈິງ, ຄູ່ຄວາມຍັງສະເໜີຫຼັກຖານໃຫ້ສານຂັ້ນລົບລ້າງພິຈາລະນາ ແລະ ສານຂັ້ນລົບລ້າງກໍຍັງພິພາກສາກ່ຽວກັບຫຼັກຖານ, ຍັງບໍ່ພິພາກສາບັນຫາກົດໝາຍ ເພື່ອອະທິບາຍດ້ານກົດໝາຍ ແລະ ສ້າງເປັນປະເພນີສານ, ບໍ່ທັນຮັບປະກັນຫຼັກການພິຈາລະນາຄະດີສາມຂັ້ນຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ຢ່າງເຂັ້ມງວດ.
ຂໍ້ສະເໜີ:
- 1. ການຈັດຕັ້ງປະຕິບັດ
- ໃຫ້ພະນັກງານສານ, ອົງການຈັດຕັ້ງ ແລະ ປະຊາຊົນ ເພີ່ມທະວີການປະຕິບັດກົດໝາຍ ວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງຢ່າງເຂັ້ມງວດ;
- ສ້າງເງື່ອນໄຂ ປະກອບວັດຖຸເຕັກນິກທີ່ທັນສະໄໝ ແລະ ເໝາະສົມ ໃນການປະຕິບັດພາລະບົດບາດ, ໜ້າທີ່ວຽກງານຂອງສານໃນການດໍາເນີນ ແລະ ຕັດສິນຄະດີ;
- ສ້າງເງື່ອນໄຂ ໃຫ້ມີພາຫະນະ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງຄະນະສານເຄື່ອນທີ່ລົງໄປຕັດສິນ ຢູ່ຄ້າຍຄຸມຂັງ ເພື່ອຮັບປະກັນຄວາມປອດໄພໃນການເຄື່ອນຍ້າຍຈໍາເລີຍ ມາເຂົ້າຮ່ວມປະຊຸມສານ ຫຼື ເຂດຫ່າງໄກ ເພື່ອບໍລິຫານຮັບໃຊ້ປະຊາຊົນ;
- ສະໜອງງົບປະມານທີ່ຈໍາເປັນ ແລະ ພຽງພໍ ເພື່ອຮັບໃຊ້ໃນການດໍາເນີນຄະດີ, ປະກອບຂໍ້ມູນຫຼັກຖານ ແລະ ການຕັດສິນຄະດີ ໂດຍສະເພາະການຕັດສິນຄະດີອາຍາທີ່ກົດໝາຍກໍານົດໃຫ້ນໍາໃຊ້ງົບປະມານຂອງລັດ.
- ການປັບປຸງກົດໝາຍ
- ກົດໝາຍວ່າດ້ວຍສານປະຊາຊົນ: ມາດຕາ 27 ສິດ ແລະ ໜ້າທີ່ ຂອງສານປະຊາຊົນເຂດ; ມາດຕາ 44 ສິດ ແລະ ໜ້າທີ່ຂອງຈ່າສານ; ມາດຕາ 48 ມາດຕະຖານ ແລະ ເງື່ອນໄຂຂອງຜູ້ພິພາກສາ.
- ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ: ພາກທີ III ຈະສຸມໃສ່ປັບປຸງການກໍານົດເວລາສໍາລັບການພິຈາລະນາຕັດສິນຄະດີ; ພາກທີ VII ໂດຍສຸມໃສ່ປັບປຸງການອອກຄໍາສັ່ງອາຍັດຊັບ, ຍຶດຊັບ; ພາກທີ X ກ່ຽວກັບການດໍາເນີນຄະດີຂອງສານຂັ້ນຕົ້ນ ໂດຍສຸມໃສ່ປັບປຸງການຮັບເອົາຄະດີມາພິຈາລະນາ, ການເກັບກໍາຂໍ້ມູນຫຼັກຖານ ເປັນຕົ້ນ ການມອບຮັບຫຼັກຖານ ແລະ ວິທີການກວດກາ ຕີລາຄາຫຼັກຖານ; ການໂຕ້ແຍ່ງ ແລະ ອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນ; ພາກທີ XI ຈະສຸມໃສ່ປັບປຸງການປະຊຸມສານ, ການຂຽນຄໍາຕັດສິນ, ຄໍາພິພາກສາ; ພາກທີ XVII ໂດຍສຸມໃສ່ປັບປຸງການຮັບຮູ້ຄໍາຕັດສິນຂອງສານຕ່າງປະເທດ.
ນອກຈາກການປັບປຸງກົດໝາຍທີ່ກໍານົດໄວ້ແລ້ວ ຍັງມີຄວາມຈໍາເປັນຕ້ອງໄດ້ເພີ່ມບາງມາດຕາເຂົ້າຕື່ມ ເພື່ອຮັບປະກັນໃຫ້ການປະກອບຫຼັກຖານ, ການປິດຮັບຫຼັກຖານ, ການໂຕ້ແຍ່ງ, ການໂຕ້ຖຽງຂອງຄູ່ຄວາມ ແລະ ອື່ນໆ ເພື່ອໃຫ້ການດໍາເນີນຄະດີມີຄວາມວ່ອງໄວ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເຮັດໃຫ້ການຕັດສິນ, ພິພາກສາຄະດີ ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ.