

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາ ການປະເມີນຜົນການປະຕິບັດກົດໝາຍ ສະບັບເລກທີ 53/ຄປຈ, ລົງວັນທີ 22 ສິງຫາ 2022; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການໂຄສະນາ ເຜີຍແຜ່ ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງສະພາແຫ່ງຊາດ ສະບັບເລກທີ 29/ຄປຈ, ລົງວັນທີ 7 ກຸມພາ 2022; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ສະບັບເລກທີ 30/ຄປຈ, ລົງວັນທີ 7 ກຸມພາ 2022; ສະເໜີການນຳໃຊ້ຄູ່ມືການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ; ສະເໜີບົດຮຽນການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ແລະ ສະເໜີບົດຮຽນຂອງສາກົນ ໃນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ (Post Legislative Scrutiny).

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນ ດ້ານງົບປະມານຈາກໂຄງການສ້າງຄວາມອາດສາມາດໃຫ້ສະພາແຫ່ງຊາດ ມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD) ແລະ ງົບປະມານສົມທົບຈາກຄະນະເລຂາທິການສະພາແຫ່ງຊາດ.
(ຂ່າວ: ນາງ ກຸກກິກ ບຸດດາໄຊ ແລະ ພາບ: ສົມວິຈິດ ໄຊມົນຕີ)