loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈໍາປີ 2023

ທ.ວ. 6, 2022 | SlideMobile

​(ສພຊ) ທ່ານ ປອ. ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປີ 2022 ແລະ ແຜນເງິນຕາປະຈໍາປີ 2023 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ວ່າ: ເສດຖະກິດ ສປປລາວ ເຖິງຈະມີທ່າອ່ຽງດີຂຶ້ນ ເຫັນໄດ້ຈາກການສົ່ງອອກ ແລະ ການທ່ອງທ່ຽວ ແຕ່ກໍຍັງຈະປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີ ໂດຍສະເພາະການນໍາເຂົ້າສິນຄ້າ ແລະ ການບໍລິການ ຍັງສືບຕໍ່ເພີ່ມຂຶ້ນ ແລະ ຕົວເລກໜີ້ສິນຕ່າງປະເທດຢູ່ໃນລະດັບທີ່ສູງ.
​ ດ້ານນະໂຍບາຍເງິນຕາ: ໄດ້ຈັດຕັ້ງປະຕິບັດນະໂຍບາຍເງິນຕາແບບປະສົມປະສານ ໃນທິດທາງທີ່ຮັດກຸມຫຼາຍຂຶ້ນ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ-ດ້ານລາຄາ ເຊິ່ງໃນໄລຍະ 9 ເດືອນຕົ້ນປີ 2022 ໄດ້ປ່ອຍສິນເຊື່ອ 221,67 ຕື້ກີບ, ໄດ້ປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອທັງໝົດ ໃຫ້ແກ່ລູກຄ້າ 2.508 ລາຍ ລວມມູນຄ່າ 8,93 ຕື້ກີບ; ຮອດເດືອນກັນຍາ 2022 ທະນາຄານທຸລະກິດ ຈໍານວນ 23 ແຫ່ງ ໄດ້ດໍາເນີນການເພີ່ມທຶນ ລວມເປັນເງິນທັງໝົດ 2.529,60 ຕື້ກີບ ກວມເອົາ 50,54% ຂອງທຶນຈົດທະບຽນ ແລະ ເງິນລົງທຶນທີ່ທະນາຄານທຸລະກິດຕ້ອງເພີ່ມ.
​ ໄລຍະ 9 ເດືອນຕົ້ນປີ 2022 ໄດ້ສໍາເລັດການລົງກວດກາທະນາຄານທຸລະກິດ ຈໍານວນ 12 ແຫ່ງ ບັນລຸໄດ້ 100% ຂອງແຜນການ.
​ ຮອດເດືອນກັນຍາ ຕະຫຼາດຫຼັກຊັບລາວມີບໍລິສັດຈົດທະບຽນທັງໝົດ 11 ແຫ່ງ ແລະ ສາມາດລະດົມທຶນ (ຜ່ານການອອກຈໍາໜ່າຍຮຸ້ນ, ຮຸ້ນກູ້ ແລະ ພັນທະບັດ) ໄດ້ທັງໝົດ 32.063,25 ຕື້ກີບ ກວມເອົາ 15,1% ຂອງ GDP ແລະ ມີມູນຄ່າຕະຫຼາດ 10.829 ຕື້ກີບ.
​ ເງິນຝາກຂອງທະນາຄານທຸລະກິດສືບຕໍ່ເພີ່ມຂຶ້ນ, ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ກວມເອົາ 86,72% ຂອງ GDP ແລະ ຮອດທ້າຍປີ 2022 ຈະເພີ່ມຂຶ້ນໃນລະດັບ 90% ຂອງ GDP (ມະຕິສະພາແຫ່ງຊາດ: 70% ຂອງ GDP ໃນທ້າຍປີ 2022); ສິນເຊຶ່ອຂະຫຍາຍຕົວໃນຈັງຫວະທີ່ດີກວ່າປີຜ່ານມາ ໂດຍກວມເອົາ 60,58% ຂອງ GDP ແລະ ຈະເພີ່ມຂຶ້ນຢູ່ໃນລະດັບ 65% ໃນທ້າຍປີ 2022 (ມະຕິສະພາແຫ່ງຊາດ: 50% ຂອງ GDP ໃນທ້າຍປີ 2022); ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນຂອງທະນາຄານທຸລະກິດ (NPLs) ຢູ່ໃນລະດັບ 2,13% ແລະ ທ້າຍປີ 2022 ຄາດວ່າຈະຢູ່ໃນລະດັບ 2,3% (ມະຕິສະພາແຫ່ງຊາດ: ບໍ່ເກີນ 3%).
ນອກຈາກນີ້, ຍັງສາມາດບັນລຸໄດ້ຕົວຊີ້ບອກທີ່ກໍານົດໃນວາລະແຫ່ງຊາດດັ່ງນີ້:
1) ສິນເຊື່ອປ່ອຍໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ທີ່ເຂົ້າເຖິງແຫຼ່ງທຶນຂອງທະນາຄານ ກວມເອົາອັດຕາສ່ວນປະມານ 30% ຂອງຈຳນວນ MSMEs ທັງໝົດ (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: 35% ໃນປີ 2023);
2) ອັດຕາສ່ວນຜົນຕອບແທນຕໍ່ຊັບສິນ (ROA) ຂອງທະນາຄານທຸລະກິດທົ່ວລະບົບ ສະເລ່ຍຢູ່ໃນລະດັບ 1,35% ທຽບໃສ່ປີ 2021 ເພີ່ມຂຶ້ນຈາກລະດັບ 0,65% (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ໃຫ້ເພີ່ມຂຶ້ນທຸກປີ);
3) ອັດຕາສ່ວນຜົນຕອບແທນຈາກທິນ (ROE) ຂອງທະນາຄານທຸລະກິດທົ່ວລະບົບ ສະເລ່ຍຢູ່ໃນລະດັບ 15,84% ທຽບໃສ່ປີ 2021 ເພີ່ມຂຶ້ນຈາກລະດັບ 11,63% (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ໃຫ້ເພີ່ມຂຶ້ນທຸກປີ);
4) ຮອດທ້າຍເດືອນກັນຍາ 2022 ການລະດົມທຶນຜ່ານຕະຫຼາດທຶນ ກວມເອົາ 15,1% ຂອງ GDP (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: 15% ໃນປີ 2023).
ເຖິງແມ່ນວ່າໃນໄລຍະ 9 ເດືອນຕົ້ນປີ 2022, ທະນາຄານ ແຫ່ງ ສປປລາວ ສາມາດບັນລຸໄດ້ຄາດໝາຍ ດ້ານເງິນຕາຈຳນວນໜຶ່ງ ແຕ່ຍັງມີບາງຄາດໝາຍທີ່ຍັງບໍ່ສາມາດບັນລຸໄດ້ຄື: ອັດຕາເງິນເຟີ້ສະເລ່ຍ 9 ເດືອນຕົ້ນປີ ຢູ່ໃນລະດັບ 17,73% ແລະ ຄາດວ່າສະເລ່ຍໝົດປີ 2022 ຈະຢູ່ໃນລະດັບ 22% ເກີນມະຕິສະພາແຫ່ງຊາດ ທີ່ກໍານົດສະເລ່ຍໝົດປີຢູ່ໃນລະດັບບໍ່ເກີນ 5%.
ອັດຕາແລກປ່ຽນສະເລ່ຍ 9 ເດືອນຕົ້ນປີ 2022 ທຽບໃສ່ທ້າຍປີ 2021, ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ແລະ ຄາດວ່າສະເລ່ຍໝົດປີຈະອ່ອນຄ່າຢູ່ໃນລະດັບໃກ້ຄຽງກັບ 9 ເດືອນຕົ້ນປີ 2022 (ມະຕິສະພາແຫ່ງຊາດ: ສະເລ່ຍໝົດປີອ່ອນຄ່າ ຫຼື ເເຂງຄ່າ ບໍ່ເກີນ 5% ທຽບໃສ່ປີຜ່ານມາ).
ປະລິມານເງິນ M2 ຮອດທ້າຍເດືອນກັນຍາ 2022 ເພີ່ມຂຶ້ນ 39,69% ແລະ ຄາດວ່າຮອດທ້າຍປີ 2022 ຈະເພີ່ມຢູ່ໃນລະດັບ 42%-44% ທຽບໃສ່ທ້າຍປີຜ່ານມາ ເກີນລະດັບທີ່ສະພາໄດ້ຮັບຮອງ ບໍ່ເກີນ 22% ທຽບໃສ່ປີຜ່ານມາ. ໃນນີ້, ປະລິມານເງິນ M2 ທີ່ເປັນເງິນຕາຕ່າງປະເທດໄດ້ກວມເອົາອັດຕາສ່ວນ 65,03% ຂອງປະລິມານເງິນທັງໝົດ. ສະນັ້ນ, ຖ້າຫັກລົບປັດໄຈການປ່ຽນແປງຂອງອັດຕາແລກປ່ຽນ, ປະລິມານເງິນ M2 ຈະເພີ່ມຂຶ້ນພຽງ 9,95% ເທົ່ານັ້ນ.
ນອກຈາກນີ້, ຍັງບໍ່ສາມາດປະຕິບັດຄາດໝາຍວາລະແຫ່ງຊາດໄດ້ຄື:
1) ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ສະເລ່ຍ 9 ເດືອນຕົ້ນປີ 2022 ຢູ່ໃນລະດັບ 12,33% (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ບໍ່ເກີນ 2% ໃນປີ 2023) ແລະ ຢູ່ໃນລະດັບ 4,27% ສຳລັບອັດຕາເງິນກີບທຽບໃສ່ເງິນບາດ;
2) ອັດຕາສ່ວນສິນເຊື່ອໃຫ້ຂະແໜງກະສິກຳ ແລະ ຫັດຖະກຳ ຢູ່ໃນລະດັບ 5,59% (ຄາດໝາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ: ຢ່າງໜ້ອຍ 10% ໃນປີ 2023); 9 ເດືອນຕົ້ນປີ 2022, ເຖິງແມ່ນວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປລາວ ໄດ້ເກີນດຸນຢູ່ໃນລະດັບເກືອບ 657,01 ລ້ານໂດລາ ແຕ່ໃນນີ້ມີພຽງແຕ່ 36,4% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 87,79% ຂອງມູນຄ່າການນໍາເຂົ້ານັ້ນ ແມ່ນໄດ້ມີການໂອນອອກຜ່ານລະບົບທະນາຄານ.