ວັນທີ 10 ເມສາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນໍ້າທາ (ສພຂ) ໄດ້ເປີດກອງປະຊຸມກະກຽມ ການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ທີ່ສະພາປະຊາຊົນແຂວງ ໄດ້ພິຈາລະນາຮັບຮອງເອົາໄລຍະຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີປະທານຄະນະກຳມະການພາຍໃນ ສພຂ, ຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະເລຂາທິການ, ຫົວໜ້າ, ຮອງຫົວໜ້າ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ປະທານຄະນະກຳມະການຍຸຕິທຳ ແລະ ປປຊ-ປກສ ຂອງ ສພຂ ໄດ້ຂຶ້ນຜ່ານຄຳເເນະນໍາກ່ຽວກັບການຕິດຕາມກວດກາ ການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ຫຼວງນໍ້າທາ, ຊຶ່ງຂໍ້ຕົກລົງ ທີ່ ສພຂ ພິຈາລະນາເອົາໃນໄລຍະຜ່ານມາທີ່ຕິດຕາມກວດກາຄືນມີຄື: ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 306/ຈຂ, ລົງວັນທີ 22 ເມສາ 2019 ວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ສະຫງວນທາງ ພາຍໃນແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 25/ຈຂ, ລົງວັນທີ 08 ມັງກອນ 2021 ວ່າດ້ວຍການກໍານົດຂອບເຂດ ການປະເມີນລາຄ່າທີ່ດິນ ຢູ່ພາຍໃນແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ສະບັບເລກທີ 24/ຈຂ , ສະບັບລົງວັນທີ 08 ມັງກອນ 2021 ການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ທັງນີ້ ເຮັດໃຫ້ການ ຕິດຕາມ ກວດກາການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ໄດ້ດໍາເນີນໄປຢ່າງຖືກຕ້ອງ ແລະ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງໃນການເກັບກຳຂໍ້ມູນ, ຮັບຟັງການປະກອບຄຳເຫັນ ຂອງປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບບັນຫາທີ່ພົ້ນເດັ່ນ ເພື່ອຈະນໍາລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ມີເນື້ອໃນ ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ແທດເໝາະກັບສະພາບຕົວຈິງ; ພ້ອມດຽວກັນ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນຕໍ່ການປະເມີນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ການຕິດຕາມກວດກາ ຂ້ໍຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ຂົງເຂດຕ່າງໆ ໃນຕໍ່ໜ້າໃຫ້ມີປະສິດທິຜົນ.