loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊູມປືກສາຫາລືວຽກງານປະເມີນຄວາມໄວ້ວາງໃຈບຸກຄະລາກອນ ສະພາປະຊາຊົນແຂວງເລືອກຕັ້ງ, ຮັັບຮອງເອົາການເເຕ່ງຕັ້ງ

​ກ.ກ. 28, 2023 | ເຂດ 3 ຫຼວງນ້ຳ​ທາ

         ວັນທີ 28 ກໍລະກົດ 2023ນີ້ ສະພາປະຊາຊົນແຂວງໄດ້ຈັດກອງປະຊູມປືກສາຫາລືວຽກງານປະເມີນບຸກຄະລາກອນທີ່ສະພາປະຊາຊົນແຂວງເເຕ່ງຕັ້ງ, ຮັບຮອງເອົາການແຕ່ງຕັ້ງ ຂຶ້ນທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີບັນດາທ່ານ ສະມະຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ບັນດາທ່ານຈາກພະແນກທີ່ກຽ່ວຂ້ອງຂອງແຂວງຄື ສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດ, ພາຍໃນ, ຈັງຕັ້ ແລະ ກວດກາ, ປະທານ, ຮອງປະທານຄະນະກໍາມະການການ, ຫົວໜ້າຂະແໜງ, ຮອງຂະແໜງພະນັກງານວິຊາການພາຍໃນສະພາປະຊາຊົນເຂົ້າຮ່ວມ

ໃນວາລະປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງເລກທີ່79/ຄຊມລົງວັນທີ 21 ກໍລະກົດຂອງ ຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ກອງເລຂາຮັບຜິດຊອບການປະເມີນຄວາມໄວ້ວາງໃຈ, ມະຕິເລກທີ່60/ຄປຈຂລົງວັນທີ23ກໍລະກົດ2023, ໃນນີ້ມ່ີຄະນະຮັບຜິດຊອບຈໍານວນ 17 ທາ່ນ ແລະ ກອງເລຂາມີຈໍານວນ 9 ທ່ານ, ພ້ອມທັງ ໄດ້ປືກສາຫາລືແລກປ່ຽ່ນຄໍາຄິດຄໍາເຫັນເຊີ່ງກັນ ແລະ ກັນເພື່ອກະກຽມຄວາມພ້ອມໃຫ້ແກ່ການດໍາເນີນການປະເມີນຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ຂອງບຸຄະລາກອນ ທີ່ສະພາປະຊາຊົນແຂວງຈະເລືອກຕັ້ງ, ຮັບຮອງເອົາການແຕ່ງຕັ້ງໃນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາປະຊາຊົນແຂວງໃນຕໍ່ໜ້ານີ້ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

ຂ່າວ ອາເມີງ ວີແຄລູ