ກອງປະຊຸມໃຫຍ່ຜູ້ແທນກໍາມະບານ ສພຊ ຄັ້ງທີ VI

​ກ.ກ. 4, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຜູ້ແທນກໍາມະບານສະພາແຫ່ງຊາດ (ສພຊ) ຄັ້ງທີ VI ໄດ້ດໍາເນີນໃນວັນທີ 3 ກໍລະກົດນີ້ ພາຍໃຕ້ການເປັນປະທານຂອງສະຫາຍ ອໍາໄພ ຈິດມານົນ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ (ສກລ), ປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ ໂດຍມີສະຫາຍ ຄຳໃບ ດຳລັດ ກໍາມະການສູນກາງພັກ, ປະທານຄະນະກວດກາພັກສະພາແຫ່ງຊາດ, ສະຫາຍ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ບັນດາຕາງໜ້າອົງການຈັດຕັ້ງມະຫາຊົນຂອງ ສພຊ ແລະ ແຂກຮັບເຊີນ ເຂົ້າຮ່ວມ 187 ສະຫາຍ, ຍິງ 95 ສະຫາຍ.
ກອງປະຊຸມເຫັນດີຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງສະຫະພັນກໍາມະບານສະພາແຫ່ງຊາດ ນັບແຕ່ປີ 2020-2025 ດ້ວຍຜົນສໍາເລັດຫຼາຍດ້ານ ແລະ ການກໍານົດທິດທາງແຜນການເຄື່ອນໄຫວວຽກງານຮອດປີ 2030 ທັງຕີລາຄາສູງຕໍ່ຄະນະບໍລິຫານງານສະຫະພັນກໍາມະບານ ສພຊ ໃນການຊີ້ນໍາ-ນໍາພາລວມວຽກງານກໍາມະບານ ບັນລຸຜົນຕາມລະດັບຄາດໝາຍວາງໄວ້, ການຍົກສູງປະຊາທິປະໄຕພາຍໃນຄະນະບໍໍລິຫານງານ, ເປັນແກ່ນສານທີ່ສໍາຄັນໃນການຜັນຂະຫຍາຍແນວທາງ, ນິຕິກໍາຂອງພັກ-ລັດ ກໍຄືການເຕົ້າໂຮມຄວາມສາມັກຄີເປັນກໍາລັງແຮງໃນທຸກວຽກງານ ແລະ ເປັນເຈົ້າການປົກປ້ອງສິດຜົນປະໂຫຍດຂອງສະມາຊິກກໍາມະບານ, ພະນັກງານ-ລັດຖະກອນ; ກອງປະຊຸມໄດ້ເນັ້ນໃຫ້ຄະນະບໍລິຫານງານຊຸດໃໝ່ ຈົ່ງເສີມຂະຫຍາຍມູນເຊື້ອທີ່ຕັ້ງໜ້າ, ແກ້ໄຂຂໍ້ຄົງຄ້າງທີ່ຜ່ານມາ ແລະ ຍົກສູງຄວາມສາມາດຊີ້ນໍາ-ນໍາພາ ແລະ ເປັນແບບຢ່າງນໍາໜ້າໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ພ້ອມນັັ້ນ, ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂອງ ສພຊ ເຊິ່ງເປັນການຢັ້ງຢືນຜົນງານຂອງສະຫະພັນກໍາມະບານທີ່ຍາດມາໄດ້ ທັງເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນກໍາມະບານ ສພຊ ເສີມຂະຫຍາຍຄວາມສາມັກຄືເປັນປຶກແຜ່ນ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີບາດກ້າວດີຂຶ້ນກວ່າເກົ່າ.
ຜູ້ແທນກອງປະຊຸມ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດຊຸດໃໝ່ 11 ສະຫາຍ, ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານຊຸດໃໝ່ ເຫັນດີເລືອກເອົາສະຫາຍ ວຽງແກ້ວ ວັນນະຈັກ ເປັນປະທານ, ສະຫາຍ ຄໍາແທ່ນ ວິລະກຸນ ເປັນຮອງປະທານ, ສະຫາຍ ໂພສີ ເຕັມເມລາດ ເປັນຮອງປະທານ, ສະຫາຍ ນາງ ປານຄໍາ ຂະຫຍອງເອກ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ພຸດສະດີ ປັນຍາສິດ ເປັນຮອງປະທານກວດກາ.
ສະຫາຍ ຄຳໃບ ດຳລັດ ໄດ້ໂອ້ລົມຕໍ່ທີ່ປະຊຸມ ເຊິ່ງສະຫາຍຕີລາຄາສູງຕໍ່ຜົນສຳເລັດການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານສະພາແຫ່ງຊາດໃນໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ເອົາໃຈໃສ່ຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ໃນປີມ້ວນທ້າຍ ແລະ ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ທີ່ຈະມາເຖິງ ຂອງອົງຄະນະພັກສະພາແຫ່ງຊາດ ເຂົ້າສູ່ວຽກງານຕົວຈິງ ແລະ ມີຜົນເປັນຮູບປະທໍາກວ່າເກົ່າ; ເພີ່ມທະວີການສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດທີ່ຖືກຕ້ອງຂອງສະມາຊິກກໍາມະບານໃນໄລຍະໃໝ່; ຢຶດໝັ້ນທັດສະນະຊົນຊັ້ນຜູ້ອອກແຮງງານ, ດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ມີລະບຽບວິໄນ ໃນການຍົກສູງປະສິດທິພາບການເປັນເສນາທິການໃຫ້ນັບມື້ນັບດີຍິ່ງຂຶ້ນ; ສືບຕໍ່ຜັນຂະຍາຍ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວ ກໍຄືຂອງສະຫະພັນກໍາມະບານ ສພຊ ໃຫ້ຕິດພັນກັບຂະບວນຂອງພັກ ໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ ແລະ ກາຍເປັນຂະບວນການແຂ່ງຂັນສ້າງໃຫ້ໄດ້ວຽກດີຄົ້ນເດັ່ນໃນທຸກຂົງເຂດວຽກງານຢ່າງແທ້ຈິງ; ເອົາໃຈໃສ່ສ້າງຕັ້ງກອງທຶນສະຫະພັນກໍາມະບານໃຫ້ມີຄວາມເຂັ້ມແຂງ ທັງຄຸ້ມຄອງການນໍາໃຊ້ໃຫ້ມີຄວາມໂປ່ງໃສ; ປະສານງານກັບອົງການຈັດຕັ້ງມະຫາຊົນພາຍໃນ ສພຊ, ກໍາມະບານຂອງບັນດາກະຊວງ-ອົງການ ແລະ ສກລ ຢ່າງຕໍ່ເນື່ອງ ເພື່ອຖອດຖອນບົດຮຽນໃນການພັດທະນາວຽກງານໃຫ້ນັບມື້ດີຍິ່ງໆຂຶ້ນ.
(ນາງ ອາລິນ ສຸພິມມະປະດິດ)