ກອງປະຊຸມໃຫຍ່ຄັ້ງທີ II ໜ່ວຍກໍາມະບານຮາກຖານ ກມຍທ

ກ.ພ. 5, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍກໍາມະບານຮາກຖານກໍາມາທິການຍຸຕິທໍາ (ກມຍທ) ໄດ້ດໍາເນີນໃນຕອນເຊົ້າວັນພຸດທີ 29 ມັງກອນຜ່ານມາ ໂດຍການເປັນປະທານຂອງສະຫາຍ ນາງ ຄອນສະຫວັນ ທໍາມະວົງ ປະທານກຳມະບານຮາກຖານ ກມຍທ; ມີສະຫາຍ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ), ເລຂາໜ່ວຍພັກຮາກຖານກໍາມາທິການຍຸຕິທໍາ, ສະຫາຍ ໂພສີ ເຕັມເມລາດ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ, ບັນ ດາສະຫາຍຕາງໜ້າຈາກໜ່ວຍກໍາມະບານຮາກຖານພາຍໃນ ສພຊ ລວມຜູ້ເຂົ້າຮ່ວມທັງໝົດ 31 ສະຫາຍ ເປັນຍິງ 11 ສະຫາຍ.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາສະພາບການເຄື່ອນໄຫວວຽກງານຂອງກຳມະບານຮາກຖານກຳມາທິການຍຸຕິທໍາ ໃນໄລຍະ 5 ປີຜ່ານມາ (2020-2024), ໃນນັ້ນ ໄດ້ຍົກໃຫ້ເຫັນຜົນງານດ້ານດີຫຼາຍດ້ານທີ່ສາມາດຍາດມາໄດ້ ລວມທັງບາງຂໍ້ຄົງຄ້າງ ແລະ ສາເຫດທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງກໍາມະບານຮາກຖານ ກມຍທ ສາມາດຈັດຕັ້ງປະຕິບັດໄດ້ດີຂຶ້ນໃນຕໍ່ໜ້າ; ເຫັນດີເປັນເອກະພາບກັບທິດທາງແຜນການເຄື່ອນໄຫວວຽກງານໃນໄລຍະ 5 ປີຕໍ່ໜ້າ (2025-2029) ໃນນັ້ນ, ບັນຫາສໍາຄັນຕົ້ນຕໍແມ່ນການເພີ່ມທະວີການສຶກສາອົບຮົມແນວຄິດ, ການຊ່ວຍເຫຼືອ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກຳມະບານພາຍໃນຮາກຖານ ຕິດພັນກັບການເປັນເສນາທິການທີ່ດີໃຫ້ແກ່ໜ່ວຍພັກຮາກຖານກຳມາທິການຍຸຕິທໍາ ໄປພ້ອມກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ແລະ ແຜນການທີ່ວາງໄວ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ; ຮັບຮອງເອົາບົດສຳຫຼວດການນໍາພາ-ຊີ້ນໍາຂອງຄະນະກໍາມະບານຮາກຖານ ຕະຫຼອດໄລຍະ 5 ປີຜ່ານມາ ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈຳນວນໜຶ່ງ ທີ່ຄະນະກຳມະບານຮາກຖານຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ຈັດຕັ້ງປະຕິບັດຕາມແຜນການທີ່ກຳນົດໄວ້ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງກຳມະບານຮາກຖານມີຄວາມຖືກຕ້ອງ ແລະ ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ກໍຄືຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານກຳມາທິການຍຸຕິທໍາ ໃຫ້ປາກົດຜົນເປັນຈິງ.
ຜູ້ແທນກອງປະຊຸມ 26 ສະຫາຍ, ຍິງ 11 ສະຫາຍ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານກໍາມາທິການຍຸຕິທໍາຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 7 ສະຫາຍ ຍິງ 2 ສະຫາຍ, ເລືອກເອົາ 5 ສະຫາຍ ຍິງ 2 ສະຫາຍ ຄື: ສະຫາຍ ນາງ ຄອນສະຫວັນ ທໍາມະວົງ ເປັນປະທານ, ສະຫາຍ ພູພະຍາ ມະຫາລາດ ເປັນຮອງປະທານ, ສະຫາຍ ບຸນຄື ພັນທະວົງສີ ເປັນປະທານກວດກາ, ສະຫາຍ ແສງຈັນ ເພັງພົມມາ ແລະ ສະຫາຍ ນາງ ລັດສະນີ ວົງສາລີ ເປັນຄະນະ.
ສະຫາຍ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງກຳມະບານຮາກຖານກຳມາທິການຍຸຕິທໍາ ທີ່ສາມາດຍາດມາໄດ້ໃນໄລຍະ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເອົາໃຈໃສ່ບາງບັນຫາ ເປັນຕົ້ນ: ເພີ່ມທະວີຄວາມເປັນເຈົ້າການ, ຄວາມເປັນແບບຢ່າງນໍາໜ້າ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກກໍາມະບານພາຍໃນຮາກຖານ; ສືບຕໍ່ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານດ້ວຍຄວາມຮັບຜິດຊອບສູງ ໃຫ້ມີຜົນສໍາເລັດຕາມຄາດໝາຍ ເພື່ອຮັກສາມູນເຊື້ອຄວາມເປັນເຈົ້າຕົນເອງ; ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເບິ່ງແຍງເຊິ່ງກັນແລະກັນ ແລະ ປະຕິບັດລະບຽບວິໄນໃຫ້ເຂັ້ມງວດ.
(ສອນສັກ ວັນວິໄຊ)