ກອງປະຊຸມແລກປ່ຽນມິດຕະພາບລະຫວ່າງລັດຖະສະພາບັນດາປະເທດປະຈຳປີ 2025 ທີ່ ສປຈີນ

ກ.ຍ. 19, 2025

(ສພຊ) – ວັນທີ 9-17 ກັນຍາຜ່ານມາ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນມິດຕະພາບລະຫວ່າງລັດຖະສະພາບັນດາປະເທດ ປະຈຳປີ 2025 ພາຍໃຕ້ຄໍາຂວັນ: “ການສ້າງຄູ່ຮ່ວມມືລະດັບໂລກ ເພື່ອການພັດທະນາແບບຍືນຍົງ ແລະ ການກ້າວໄປທາງໜ້າຮ່ວມກັນ” ຈັດຂຶ້ນທີ່ນະຄອນອຸຣຸມຊີ, ເຂດປົກຄອງຕົນເອງຊິນຈຽງ, ສປຈີນ ໂດຍການເປັນປະທານຂອງທ່ານຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ເລຂາຄະນະພັກເຂດປົກຄອງຕົນເອງຊິນຈຽງ ເຊິ່ງມີຄະນະຜູ້ແທນລັດຖະສະພາຕ່າງປະເທດ 63 ທ່ານ ຈາກຫຼາຍກວ່າ 50 ປະເທດ ແລະ ອົງການຈັດຕັ້ງສາກົນໃນ 5 ທະວີບ ພ້ອມດ້ວຍບັນດາຜູ້ນໍາ ແລະ ສະມາຊິກສະພາຜູ້ແທນປະຊາຊົນຂັ້ນທ້ອງຖິ່ນ ຂອງ ສປຈີນ ເຂົ້າຮ່ວມ.
ກອງປະຊຸມໄດ້ຈັດເປັນສອງວາລະ ເຊິ່ງວາລະທີໜຶ່ງຈັດຢູ່ນະຄອນຫຼວງປັກກິ່ງ ໂດຍຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ເຂົ້າພົບປະທ່ານ ຈ້າວ ​ເລີ້​ຈີ້ ​ກຳມະການຄະນະ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ໃນການພົບປະຄັ້ງນີ້, ຫົວໜ້າຄະນະຜູ້ແທນ 4 ປະເທດ ໄດ້ມີຄຳເຫັນ ຄື: ປະທານສະພາຜູ້ແທນປະຊາຊົນລິເບເຣຍ, ປະທານສະພາຜູ້ແທນໂດມິນິກັນ, ຮອງປະທານສະພາແຫ່ງຊາດລາວ ແລະ ຮອງປະທານສະພາແຫ່ງຊາດແຊັກບີ. ທ່ານ ສົມມາດ ພົລເສນາ ໄດ້ມີຄຳເຫັນສະແດງຄວາມຊົມເຊີຍ ສປຈີນ ທີ່ສຳ ເລັດການຈັດສວນສະໜາມສະເຫຼີມສະຫຼອງວັນຄົບຮອບ 80 ປີ ແຫ່ງໄຊຊະນະສົງຄາມຕໍ່ຕ້ານຟາດຊິດຢີ່ປຸ່ນ ຂອງປະຊາຊົນຈີນ ແລະ ສົງຄາມໂລກຄັ້ງທີ II ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ ແລະ ກຽດສັກສີຂອງປະຊາຊົນຈີນ; ການສະເຫຼີມສະຫຼອງດັ່ງກ່າວ, ສປປລາວ ກໍໍມີຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ເຂົ້າຮ່ວມ ເປັນການສະແດງການສະໜັບສະໜູນ ສປຈີນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.
ຫຼັງຈາກນັ້ນ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະສອງຝ່າຍກັບທ່ານ ປະ ຢິນ ຊາວ ລູ ປະທານຄະນະມິດຕະພາບລັດຖະສະພາ ຈີນ-ລາວ ແລະ ຄະນະ ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງອົງການນິຕິບັນຍັດ ກໍຄືສອງຄະນະມິດຕະພາບລັດຖະສະພາ ໂດຍໄດ້ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງສອງອົງການນິຕິບັນຍັດ ລາວ-ຈີນ, ຈີນ-ລາວ; ນອກຈາກນີ້, ຍັງໄດ້ພົບປະທ່ານ ຢາງ ຫວ້ານໝິງ ປະທານສະມາຄົນມິດຕະພາບຈີນກັບຕ່າງປະເທດ ແລະ ພົບປະໂອ້ລົມກັບບັນດາທ່ານຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ເລຂາຄະນະພັກເຂດປົກຄອງຕົນເອງຊິນຈຽງ ໃນເວລາເຂົ້າຮ່ວມພິທີເປີດກອງປະຊຸມ.
ກອງປະຊຸມຄັ້ງນີ້, ຫົວໜ້າຄະນະຜູ້ແທນຂອງບັນດາປະເທດທີ່ເຂົ້າຮ່ວມ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ທັດສະນະ ກ່ຽວກັບການຮ່ວມມືເຊິ່ງກັນແລະກັນ ເພື່ອການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ຕິດພັນກັບການຜັນຂະຫຍາຍບັນດາແນວຄິດລິເລີ່ມຂອງ ສປຈີນ ໂດຍສະເພາະການພັດທະນາຮ່ວມກັນ ແລະ ການຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີປະສິດທິຜົນສູງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາສີຂຽວ, ການປົກຄອງຕົນເອງຂອງຊົນເຜົ່າ ແລະ ການປົກປ້ອງສິດທິມະນຸດ, ການປົກປ້ອງວັດທະນະທຳຂອງຊົນເຜົ່າສ່ວນນ້ອຍ, ຄວາມສາມັກຄີຂອງຊົນເຜົ່າ ແລະ ການພັດທະນາຮ່ວມກັນ; ພ້ອມນີ້, ໃນກອງປະຊຸມດັ່ງກ່າວ ຍັງມີເວທີສົນທະນາຂອງສະມາຊິກລັດຖະສະພາບັນດາປະເທດໃນກຸ່ມໂລກໃຕ້-ໃຕ້ ແລະ ເວທີສົນທະນາຂອງສະມາຊິກລັດຖະສະພາບັນດາປະເທດສະຫະພາບເອີຣົບ ແລະ ອື່ນໆ.
ກອງປະຊຸມເວທີສົນທະນາຂອງສະມາຊິກລັດຖະສະພາບັນດາປະເທດເຂດໃຕ້-ໃຕ້ ພາຍໃຕ້ຫົວຂໍ້ “ການພັດທະນາແບບກ້າວໜ້າ ແລະ ການຟື້ນຟູບັນດາປະເທດ ໂດຍຜ່ານການຫັນເປັນທັນສະໄໝ”, ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກຳມາທິການການຕ່າງປະເທດ ໄດ້ຕາງໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ປະກອບຄຳເຫັນ ໂດຍໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການພັດທະນາແບບກ້າວໜ້າ ແລະ ການຫັນເປັນທັນສະໄໝ ສຳລັບບັນດາປະເທດກຳລັງພັດທະນາ; ສປປລາວ ໄດ້ຜັນຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປຈີນ ເຊິ່ງໄດ້ສ້າງເງື່ອນໄຂ ແລະ ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງທີ່ເຊື່ອມໂຍງ-ເຊື່ອມຈອດ, ການຮ່ວມມືແຫ່ງການແບ່ງປັນ, ການມີຄວາມຮັບຜິດຊອບຮ່ວມກັນ ເພື່ອການພັດທະນາ ແລະ ພ້ອມກັນກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ. ສປປລາວ ໄດ້ມີໂຄງການທາງລົດໄຟດ່ວນ ລາວ-ຈີນ ທີ່ໄດ້ເຂົ້າສູ່ການນຳໃຊ້ຢ່າງມີປະສິດທິຜົນມາແຕ່ປີ 2021 ທີ່ສອດຄ່ອງກັບແນວທາງໃນການປ່ຽນແປງ ສປປລາວ ໃຫ້ເປັນປະເທດເຊື່ອມຈອດເຂົ້າກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ ໃຫ້ວ່ອງໄວຍິ່ງຂຶ້ນ; ພ້ອມດຽວກັນ, ຍັງສະແດງໃຫ້ເຫັນນະໂຍບາຍຕ່າງໆຂອງ ສປປລາວ ເພື່ອຮ່ວມກັບບັນດາປະເທດ ໂດຍສະເພາະ ສປຈີນ ເພື່ອພ້ອມກັນພັດທະນາໃຫ້ມີຄວາມຍືນຍົງ.
ໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ຍັງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນ ເປັນຕົ້ນແມ່ນໂທລະພາບສູນກາງແຫ່ງຊາດຈີນ, ໜັງສືພິມລາຍວັນປະຊາຊົນຈີນ, ສື່ມວນຊົນເຂດປົກຄອງຕົນເອງຊິນຈຽງ ກ່ຽວກັບການເຂົ້າຮ່ວມກອງປະຊຸມ, ຄວາມຮູ້ສຶກຕໍ່ການພົວພັນ ຈີນ-ລາວ ໃນນາມທີ່ທ່ານເປັນພະນັກງານຂັ້ນສູງຂອງລາວ ທີ່ເຄີຍໄດ້ສຶກສາຮໍ່າຮຽນຢູ່ ສປຈີນ ແລະ ແນວຄິດໃນການສ້າງຜູ້ສືບທອດ.
ນອກຈາກນີ້, ຄະນະຜູ້ແທນຍັງໄດ້ເຄື່ອນໄຫວຢ້ຽມຢາມການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ, ເສັ້ນທາງສາຍໄໝ ທີ່ຕິດພັນກັບການຄຸ້ມຄອງບັນດາເຜົ່າ, ຊົນເຜົ່າສ່ວນນ້ອຍ ແລະ ສາສະໜາ (ສາສະໜາອິດສະລາມ) ຢູ່ນະຄອນອີ້ລີ້, ອູລູມູຊີ ຂອງເຂດປົກຄອງຕົນເອງຊິນຈຽງ ອີກດ້ວຍ.