ກອງປະຊຸມເຊື່ອມຊຶມເອກະສານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V

ທ.ວ. 24, 2025

ໃນຕອນເຊົ້າວັນທີ 24 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V  ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະກໍາມະການເລືອກຕັ້ງຂັ້ນເມືອງ, ບັນດາອະນຸກໍາມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ລັດວິສາຫະກິດເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການບັນຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ດັ່ງນີ້:

  1. ມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ;
  2. ມະຕິວ່າດ້ວຍການແຕ່ງຕັ້ງອານຸກໍາມະການເລືອກຕັ້ງຂັ້ນແຂວງ;
  3. ແຜນການດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ;
  4. ມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
  5. ເຊື່ອມຊືມ ແລະ ເສີມຂະຫຍາຍ ມະຕິກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
  6. ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ V;
  7. ກໍາແໜ້ນເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມກົດໝາຍ, ສ່ອດຄ້ອງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ, ຜ່ານຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;
  8. ເອກະສານຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຍວກັບການເພີ້ມທະວີນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;

ໃນຕອນທ້າຍ ຂອງກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນແລກປ່ຽນຂອງຜູ້ແທນເຂົ້າຮ່ວມກອງປະຊຸມຕໍ່ກັບວຽກງານເລືອກຕັ້ງ, ພ້ອມດຽວກັນນີ້ປະທານກອງປະຊຸມ ກໍ່ໄດ້ເນັ້ນໜັກໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ຄະນະຮັບຜິດຊອບວຽກງານເລືອກຕັ້ງ ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ເຊີດຊູເສີດຂະຫຍາຍ ເນື້ອໃນກອງປະຊຸມເຊື່ອມຊຶມ ເອກະສານສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V,  ເພື່ອຮັບ ປະກັນໃຫ້ແກ່ບັ້ນເລືອກຕັ້ງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ ຕ້ອງຮັບປະກັນໃຫ້ໄດ້ ສີ່ຮ້ອຍສ່ວນຮ້ອຍ ຄື:

  1. ຕ້ອງຮັບປະກັນ ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມາ​ປ່ອນ​ບັດ​ເລືອກຕັ້ງ ໃຫ້ຄົບ​ຖ້ວນ 100%;
  2. ຕ້ອງຮັບປະ ກັນໃຫ້ຜູ້ມີສິດເລືອກຕັ້ງ ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການ ເລືອກຕັ້ງ 100%;
  3. ຕ້ອງຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມ​ສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມ​ປອດ​ໄພ​ໃນ​ວັນ​ເລືອກ​ຕັ້ງ 100%;
  4. ຕ້ອງຮັບປະກັນການປ່ອນບັດເລືອກຕັ້ງ ໃຫ້ມີຄວາມໂປ່ງໃສ ແລະ ສຳເລັດຕາມກຳນົດເວລາ 100%.

 

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ