ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ຄະນະລັດຖະບານ

​ພ.ຈ. 1, 2025


(ສພຊ)- ວັນທີ 29 ຕຸລາຜ່ານມາ ທີ່ຫ້ອງປະຊຸມວຽງໄຊສະພາແຫ່ງຊາດ ໄດ້ມີກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງ ກັບ ຄະນະລັດຖະບານ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີບັນດາທ່ານຮອງປະທານ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານອົງການກວດສອບແຫ່ງລັດ, ຮອງປະທານອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ການດໍາເນີນກອງປະຊຸມຮ່ວມເທື່ອນີ້ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ສຸມໃສ່ປຶກສາຫາລືບັນຫາເຄັ່ງຮ້ອນ ແລະ ຮີບດ່ວນຂອງສັງຄົມ ເພື່ອໃຫ້ມີຄວາມເປັນເອກະພາບຕໍ່ວິທີການແກ້ໄຂບັນຫາຕ່າງໆ ໂດຍສະເພາະການແກ້ໄຂບັນຫາເສດຖະກິດ-ການເງິນ ພ້ອມກັນຊອກຫາວິທີທາງປັບປຸງແກ້ໄຂຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ນັບມື້ດີຂຶ້ນ.
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືການຈັດຕັ້ງປະຕິບັດວຽກງານການເຊົ່າ ແລະ ສໍາປະທານທີ່ດິນຂອງບັນດາໂຄງການລົງທຶນໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບການອະນຸມັດຜ່ານມາ ມີດ້ານດີ, ດ້ານຕັ້ງໜ້າ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ລວມທັງການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນຂອບເຂດທີ່ດິນປ່າໄມ້ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024; ການປະເມີນໂຄງການການຂຸດຄົ້ນແຮ່ທາດ ແລະ ການຫັນປ່ຽນໂຄງການທົດລອງ ມາເປັນໂຄງການປົກກະຕິ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 133/ສພຊ, ລົງວັນທີ 1 ກໍລະກົດ 2024; ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການລົດ ເມ BRT ແລະ ການແກ້ໄຂປາກົດການຫຍໍ້ທໍ້ທີ່ມີຕໍ່ໂຄງການ; ການແກ້ໄຂເສດຖະກິດນອກລະບົບໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ; ແຜນດັດແກ້ງົບປະມານແຫ່ງລັດ ປະຈໍາປີ 2025; ຜົນການຕິດຕາມກວດກາໂຄງການພັດທະນາຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ; ຕີລາຄາກົນໄກປະສານງານ ແລະ ການຈັດຕັ້ງປະຕິບັດບົດບັນທຶກຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງ ກັບ ຄະນະລັດຖະບານ ຄັ້ງວັນທີ 14 ກຸມພາ 2025.
ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບໃນການປະກອບຄໍາຄິດຄໍາເຫັນ ເພື່ອສະເໜີວິທີແກ້ໄຂ, ປຶກສາຫາລືໃຫ້ມີຄວາມເປັນເອກະພາບ ແລະ ເຮັດໃຫ້ຜົນການປຶກສາຫາລື ແລະ ການຕົກລົງຂອງກອງປະຊຸມເທື່ອນີ້ ເປັນບ່ອນອີງໃຫ້ບັນດາອົງການຈັດຕັ້ງລັດທຸກຂັ້ນ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບສູງຂຶ້ນເລື້ອຍໆ, ປະກອບສ່ວນນໍາເອົາປະເທດເຮົາກ້າວຂຶ້ນຢ່າງໜັກແໜ້ນ.

(ນາງ ອາລິນ ສຸພິມມະປະດິດ)