

ຕອນເຊົ້າຂອງວັນພະຫັດ, ວັນທີ 15 ມິຖຸນາ 2023, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໄດ້ເປີດກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ, ໂດຍການເປັນປະທານຮ່ວມຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ສົມຈິດ ປັນຍາສັກ ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ/ຮອງພະແນກ, 2 ກໍາລັງ ປກຊ-ປກສ, ອົງການທຽບເທົ່າ, ຄະນະເລຂາທິການ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.




ຈຸດປະສົງຂອງກອງປະຊຸມ ເພື່ອເປັນການປຶກສາຫາລື ການກະກຽມເນື້ອໃນດ້ານຕ່າງໆທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງແຜນການກະກຽມ ແລະ ດໍາເນີນໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 737/ສພຂ, ລົງວັນທີ 13 ມິຖຸນາ 2023 ວ່າດ້ວຍການ ປະເມີນຄວາມໄວ້ວາງໃຈໃນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ເຊິ່ງສະເໜີໂດຍທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາ, ເລຂາທິການສະພາປະຊາຊົນແຂວງ.


ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນຳ ແລະ ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມ, ບັນດາພະແນກການ, ອົງການ ໄດ້ປະກອບຄຳຄິດຄຳເຫັນ ແລະ ມີຄຳສະເໜີແລກປ່ຽນກ່ຽວກັບບັນດາເນື້ອໃນທີ່ຈະນໍາເຂົ້າຜ່ານກອງປະຊຸມດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ເລິກເຊິ່ງ ແລະ ກົງໄປກົງມາ.



ພ້ອມນັ້ນ, ບັນດາທ່ານ ຄະນະປະຈຳສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ມີບາງຄໍາເຫັນເຈາະຈີ້ມ, ແລກປ່ຽນກັບບັນດາພະແນກການ, ອົງການ ເພື່ອເຮັດໃຫ້ເນື້ອໃນທີ່ຈະເຂົ້າຜ່ານໃນກອງປະຊຸມຮັບປະກັນຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ແລະ ເຮັດໃຫ້ຂອດການປະສານງານ, ການສະໜອງຂໍ້ມູນຕ່າງໆ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ສຳເລັດຕາມແຜນການທີ່ວາງໄວ້ ພ້ອມທັງສົ່ງເນື້ອໃນເອກະສານຕ່າງໆໃຫ້ຄະນະປະຈຳສະພາປະຊາຊົນແຂວງຄົ້ນຄວ້າ, ພິຈາລະນາ ແລະ ນຳເຂົ້າຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II, ຊຶ່ງຕາມແຜນຄາດຄະເໜແມ່ນຈະດໍາເນີນໃນລະຫວ່າງວັນທີ 26-27 ກໍລະກົດ 2023 ທີ່ຈະມາເຖິງນີ້.


ພາບ/ຂ່າວ: ນັກຂ່າວ ສພຂ.