ກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ.

ກ.ພ. 7, 2025 | ເຂດ 12 ຄຳມ່ວນ

   ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ແລະ ປະຕິບັດຕາມແຜນການເຄື່ອນໄຫວພົບປະປະຊາຊົນ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ສະບັບເລກທີ 159/ຄລຂ.ຄມ, ລົງວັນທີ 30 ມັງກອນ 2025; ພາຍຫຼັງທີ່ໄດ້ສຳເລັດການເຄື່ອນໄຫວໃນລະຫວ່າງວັນທີ 3-6 ກຸມພາ ທີ່ຜ່ານມາສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II , ເຊິ່ງໄດ້ແບ່ງອອກເປັນ 2 ຄະນະ: ຄະນະທີ 1 ນຳໂດຍທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ແລະ ທ່ານ ວິໄລ ພົມມະຈັກ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ, ພ້ອມດ້ວຍພະນັກງານ, ວິຊາການຈາກສະພາປະຊາຊົນແຂວງ ແລະ ໜ່ວຍງານຊ່ວຍວຽກ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງເຂົ້າຮ່ວມ; ແລະ ຄະນະທີ 2 ນຳໂດຍທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ກຳມະການຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງເມືອງ ແລະ ທ່ານ ພັທ ຈັນເພງ ແກ້ວມະນີ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ທັງເປັນ ສສຂ ປະຈໍາເຂດເລືອກຕັ້ງເມືອງ, ພ້ອມດ້ວຍພະນັກງານຈາກສະພາປະຊາຊົນຂັ້ນແຂວງ ແລະ ໜ່ວຍງານຊ່ວຍວຽກ ຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງເຂົ້າຮ່ວມເປັນຄະນະ, ໄດ້ສຳເລັດໃນການເຄື່ອນໄຫວພົບປະອຳນາດການປົກຄອງບ້ານ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢູ່ 16 ຈຸດຂອງເມືອງເຊບັ້ງໄຟ, ມີຜູ້ເຂົ້າຮ່ວມທັງໝົດ 1.477 ເທື່ອຄົນ, ຍິງ 561 ເທື່ອຄົນ, ໂດຍຜ່ານການສັງລວມການຮັບເອົາຄໍາຄິດ-ຄໍາເຫັນ ແລະ ຄໍາສະເໜີຂອງປະຊາຊົນຈໍານວນ 16 ຈຸດ, ນັ້ນເປັນຄໍາສະເໜີທີ່ໄດ້ຕິດພັນກັບ 2 ຂົງເຂດຄື: ຂົງເຂດເສດຖະກິດ ແລະ ຂົງເຂດວັດທະນະທຳ-ສັງຄົມ.
ສະນັ້ນ, ໃນຕອນເຊົ້າຂອງວັນທີ 7 ກຸມພາ 2025 ທີ່ສຳນັກງານເມືອງເຊບັ້ງໄຟ, ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງເມືອງເຊບັ້ງໄຟ ການເປັນປະທານທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ເຂົ້າຮ່ວມມີ ບັນດາທ່ານ ສສຂ ປະຈຳເຂດເລືອກຕັ້ງເມືອງ, ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ , ແລະ ຫົວໜ້າຫ້ອງການອ້ອມຂ້າງເມືອງ, ກຳລັງ ປກຊ-ປກສ ເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງ: ຈັດກອງປະຊຸມຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວພົບປະ ແລະ ການຄົ້ນຄວ້າປຶກສາຫາລື ປະກອບຄໍາຄິດ-ຄໍາເຫັນ, ພິຈາລະນາເອົາບັນດາຄໍາສະເໜີ, ຄໍາຮ້ອງ ແລະ ບັນຫາຂໍ້ຂັດຂ້ອງຫມອງໃຈຕ່າງໆຂອງອົງການປົກຄອງເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນໃນເຂດເລືອກຕັ້ງແຕ່ລະຈຸດທີ່ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນປະຈໍາເຂດເລືອກຕັ້ງເມືອງ, ທີ່ໄດ້ສຳເລັດໃນການເຄື່ອນໄຫວພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງທີຕິດພັນກັບການຈັດຕັ້ງຜັນຂະຫຍາຍ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະພາ 2 ຂັ້ນ ແລະ ຮັບຟັງຜົນຂອງການແກ້ໄຂຄຳສະເໝີໃນການເຄື່ອນໄຫວ ສາມັນ 6-7 ຜ່ານມາ.
ທັງນີ້, ກໍ່ເພື່ອເປັນປະກອບຄຳຄິດກຳເຫັນໃນການຄົ້ນຄ້ວາປຶກສາຫາລື ແລະ ເປັນເອກະພາບ, ສະເໜີຕໍ່ໄປຍັງອົງການອຳນາດລັດຂັ້ນຕ່າງໆ ໃນການນໍາໄປຄົ້ນຄວ້າ-ແກ້ໄຂຄໍາສະເໜີ ຕາມພາລະບົດ ສິດ, ໜ້າທີ່ ແລະ ຕາມລະບຽບກົດໝາຍ.