ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງຈໍາປາສັກ ກັບ ອົງການປົກຄອງແຂວງຈໍາປາສັກ ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງ ແຂວງຈໍາປາສັກ

ກ.ກ. 22, 2024

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງ ແຂວງຈໍາປາສັກ ໄດ້ເປີດຂື້ນໃນວັນທີ 22 ກໍລະກົດ 2024 ນີ້, ຢູ່ທີ່ສະພາປະຊາຊົນແຂວງຈໍາປາສັກ ໂດຍການເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ແລະ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈໍາປາສັກ ມີບັນດາທ່ານ ຄະນະປະຈໍາ-ຄະນະກໍາມະການ-ຄະນະເລຂາທິການ ຂອງສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການກົມກອງ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ວາລະດໍາເນີນກອງປະຊຸມ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ແລະສະເໜີຈຸດປະສົງຂອງການດໍາເນີນກອງປະຊຸມຄັ້ງນີ້: ໂດຍປະຕິບັດຕາມຂໍ້ຕົກລົງສະບັບເລກທີ 852 ວ່າດ້ວຍການພົວພັນປະສານງານ ລະຫວ່າງສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ ມື້ນີ້, ກອງປະຊຸມຮ່ວມລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຈຳປາສັກ ໄດ້ດຳເນີນຂຶ້ນຢ່າງເປັນທາງການ ເພື່ອຮ່ວມກັນຄົ້ນຄວ້າພິຈາລະນາ ແລະ ຕົກລົງບາງວຽກງານທີ່ສຳຄັນຂອງທ້ອງຖິ່ນ ແລະ ເພື່ອເປັນການກະກຽມຄວາມພ້ອມ ກ່ອນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງ ທີ່ຈະດຳເນີນຂຶ້ນໃນວັນທີ 25 ຫາ 26 ກໍລະກົດ 2024 ນີ້.
ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບການກະກຽມຄວາມພ້ອມທາງດ້ານເນື້ອໃນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II ຈາກ ທ່ານ ສົມສີ ມະນີນິນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ. ຮັບຟັງການລາຍງານກ່ຽວກັບການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດກົນໄກປະສານງານ ລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງໃນໄລຍະຜ່ານມາ ຈາກ ທ່ານ ທີບພະສອນ ສະມາເລິກ ເລຂາທິການສະພາປະຊາຊົນແຂວງຈໍາປາສັກ, ການແຈ້ງຜົນກອງປະຊຸມຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການປະກອບຄຳເຫັນຕໍ່ຮ່າງນິຕິກຳ 5 ສະບັບ ແລະ ວາລະຂອງແຂວງ 1 ສະບັບ ຈາກ ທ່ານ ປອ. ສົມໄຊ ສີຫາຈັກ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ,ກອງປະຊຸມໄດ້ຮັບຟັງການລາຍງານຈາກຫຼາຍພາກສ່ວນຕາງໜ້າອົງການປົກຄອງແຂວງຈໍາປາສັກ ໃນຫຼາຍໜ້າວຽກ ເປັນຕົ້ນ: ກລາຍງານຄວາມພ້ອມກ່ຽວກັບບົດລາຍງານຂອງອົງການປົກຄອງແຂວງ , ພະແນກການທີ່ກ່ຽວຂ້ອງ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ II. ນອກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກພະແນກການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາຂໍ້ຄົງຄ້າງ ຕາມຂໍ້ຊັກຖາມຂອງສະມາຊິກສະພາປະຊາຊົນແຂວງຈໍາປາສັກ ໃນນັ້ນ, ມີຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງ ໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການພັດທະນາເຂດເສດຖະກິດພິເສດຢູ່ແຂວງຈໍາປາສັກ: ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ (ໄລຍະທີ 1), ເຂດເສດຖະກິດພິເສດວັງເຕົ່າ, ເຂດນິຄົມອຸດສາຫະກໍາຈໍາປາສັກ -ລາວບໍລິການ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ລາຍງານກ່ຽວກັບການຄຸ້ມຄອງການຊື້-ຂາຍໝາກຈອງບານ ຢູ່ແຂວງຈໍາປາສັກ ຕາມຂໍ້ຕົກລົງ ສະບັບເລກທີ 262/ຈຂ.ຈສ, ລົງວັນທີ 14 ມີນາ 2024 ແລະ ຂໍ້ຕົກລົງ ສະບັບເລກທີ 555/ຈຂ.ຈສ, ລົງວັນທີ 15 ພຶດສະພາ 2024. ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດການພັດທະນາທີ່ໄດ້ຮັບອະນຸຍາດການລົງທຶນ ໃນເຂດສວນວັດທະນະທຳ ຫຼັກ 7 ນະຄອນປາກເຊ; ຫົວໜ້າພະແນກການເງິນແຂວງ ລາຍງານກ່ຽວກັບການເກັບລາຍຮັບຈາກການເຊົ່າ-ສໍາປະທານ ເນື້ອທີ່ດິນລັດ ຢູ່ເຂດສວນວັດທະນະທໍາ ຫຼັກ 7 ນະຄອນປາກ ແລະ ລາຍງານກ່ຽວກັບຄວາມຄືບໜ້າຜົນການແກ້ໄຂສັນຍາສໍາປະທານ ກ່ຽວກັບການເກັບເງິນຄ່າຜ່ານທາງ 14 A ແຕ່ບ້ານຫ້ວຍເພັກເມືອງໂພນທອງ ຫາບ້ານພະພີນ ເມືອງຈໍາປາສັກ ແລະປະທານອົງການກວດກາລັດແຂວງ ລາຍງານກ່ຽວກັບຜົນການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ແລະ ຕາມມະຕິສະພາປະຊາຊົນແຂວງ. ບັນດາທ່ານຜູ້ແທນກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງສ້າງສັນ, ພາວະວິໄສ, ມີເຫດມີຜົນ, ຮັດກຸມ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງຂອງແຂວງເຮົາ ເພື່ອເຮັດໃຫ້ບັນຫາດັ່ງກ່າວ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.
ໃນຕອນທ້າຍຂອງການດໍາເນີນກອງປະຊຸມ, ຄະນະປະທານກອງປະຊຸມ ໄດ້ມີຄໍາເຫັນສະຫຼຸບ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານໜ້າທີ່ຄວາມຮັບຜິດຊອບຂອງຕົນຢ່າງມີຜົນສໍາເລັດ. ທັງນີ້, ກໍ່ເພື່ອເພື່ອຮ່ວມກັນປຶກສາຫາລື, ສ້າງຄວາມເປັນເອກະພາບຕໍ່ບັນດາເນື້ອໃນທີ່ໄດ້ນຳເຂົ້າພິຈາລະນາໃນກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໃນເທື່ອນີ້. ສໍາລັບຂໍ້ຄົງຄ້າງບາງດ້ານ, ກໍ່ຄືບາງເນື້ອໃນບົດທີ່ຈະລາຍຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ທີ່ຍັງບໍ່ທັນສໍາເລັດ ແມ່ນສະເໜີໃຫ້ພາກສ່ວນທີ່ກ່ຽວໃຫ້ສືບຕໍ່ຂຸ້ນຂ້ຽວກະກຽມໃຫ້ສໍາເລັດຕາມກໍານົດເວລາ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)