ກອງປະຊຸມສຳມະນາສຳລັບສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນ ທີ່ ສປຈີນ

ສ.ຫ. 11, 2025

(ສພຊ) – ລະຫວ່າງວັນທີ 27 ກໍລະກົດ – 6 ສິງຫາ 2025 ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສຳລັບສະມາຊິກລັດ ຖະສະພາຈາກບັນດາປະເທດສະມາຊິກອາຊຽນ ທີ່ນະຄອນຫຼວງປັກກິ່ງ, ແຂວງຈຽງຊູ ແລະ ແຂວງຢຸນນານ, ສປຈີນ ເຊິ່ງມີຄະນະຜູ້ແທນ 24 ທ່ານ ຈາກ 5 ປະເທດ ຄື: ກຳປູເຈຍ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ; ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພາຍໃຕ້ທຶນສະໜັບສະໜູນຂອງກະຊວງການຄ້າຈີນ, ມີຈຸດປະສົງເພື່ອແລກປ່ຽນບົດຮຽນກ່ຽວກັບການພັດທະນາຕາມຂົງເຂດວຽກງານຕ່າງໆ ຂອງ ສປຈີນ ກັບ ລັດຖະສະພາຈາກບັນດາປະເທດສະມາຊິກອາຊຽນ.


ໃນກອງປະຊຸມ, ຄະນະຜູ້ແທນໄດ້ລົງເລິກແລກປ່ຽນສົນທະນາ ແລະ ຖອດຖອນບົດຮຽນພາຍໃຕ້ຫົວຂໍ້ຕ່າງໆ ເຊັ່ນ: ການກ້າວໄປສູ່ລະບົບປະຊາທິປະໄຕ ທີ່ມີລັກສະນະສະເພາະຂອງປະເທດໃນຕໍ່ໜ້າ; ການປະຕິຮູບ, ການທົບທວນຄືນ ແລະ ການຕິດຕາມກວດກາງົບປະມານຂອງຈີນ; ການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຊົນນະບົດ; ການຍາດແຍ່ງໂອກາດຈາກການປະຕິວັດເຕັກໂນໂລຊີ; ການຮ່ວມກັນຮັບມືກັບສະພາບອາກາດທີ່ປ່ຽນແປງ ເພື່ອອະນາຄົດທີ່ຍືນຍົງ; ການສົ່ງເສີມທ່າແຮງຂອງອາຊຽນ ເພື່ອຄວາມເປັນເອກະພາບ ແລະ ຄວາມສາມັກຄີ. ນອກຈາກນັ້ນ, ຄະນະຜູ້ແທນໄດ້ໄປຢ້ຽມຊົມຫໍພິພິທະພັນພັກກອມມູນິດຈີນ, ທັດສະນະ ແລະ ແລກປ່ຽນບົດຮຽນກັບສະພາຜູ້ແທນປະຊາຊົນແຂວງຈຽງຊູ ແລະ ແຂວງຢຸນນານ, ຢ້ຽມຢາມພື້ນຖານການພັດທະນາທີ່ສຳຄັນບາງແຫ່ງ ເຊັ່ນ: ກຸ່ມບໍລິສັດ SUMEC, ບໍລິສັດພັດທະນາດ້ານໂທລະຄົມ ແລະ ເຕັກໂນໂລຊີການບິນບໍ່ມີຄົນຂັບ ຂອງ ສປຈີນ, ໂຮງງານຜະລິດລົດ ສາງອັນມາສດາ ທີ່ນຳໃຊ້ພະລັງ ງານໃໝ່; ຢ້ຽມຊົມເຂດອະນຸລັກຄວາມຫຼາກຫຼາຍທາງດ້ານຊີວະນານາພັນພື້ນທີ່ຊຸ່ມນ້ຳເປົາເຟີງ, ໂຄງການພື້ນຖານໂຄງລ່າງ ແລະ ການເຊື່ອມຕໍ່ທາງລົດໄຟ (ໂລຈິດສຕິກ) ບ້ານວັງເຈຍອິງ ແລະ ໂຄງການຟື້ນຟູຊົນນະບົດບ້ານໄບຈາວ.
ຄະນະຜູ້ແທນລາວ ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງຫຼາກຫຼາຍ ແລະ ສ້າງສັນ ໂດຍສະເພາະໃນພິທີເປີດ ແລະ ປິດກອງປະຊຸມສຳມະນາ, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າພາບ ສປຈີນ ໃນການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການຈັດກອງປະຊຸມສຳມະນາຄັ້ງນີ້ ໄດ້ສ້າງຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມ ກ່ຽວກັບລະບົບປະຊາທິປະໄຕແບບຈີນ, ການພັດທະນາປະເທດແບບຍືນຍົງຂອງຈີນ, ການພັດທະນາເຕັກໂນໂລຊີທີ່ທັນສະໄໝ ຄວບຄູ່ກັບການອະນຸລັກຮັກສາວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນຈີນ ລວມໄປເຖິງແນວທາງການຮ່ວມມືເພື່ອການພັດທະນາລະຫວ່າງຈີນ ກັບ ອາຊຽນ ໃນຕໍ່ໜ້າ ຖານະທີ່ ສປຈີນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາຊຽນ ໂດຍສະເພາະການຮ່ວມມືພາຍໃຕ້ “ຂໍ້ລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ”; ພ້ອມດຽວກັນນັ້ນ, ທ່ານໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ, ເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ພິເສດແມ່ນການຮ່ວມມືພາຍໃຕ້ໂຄງການລົດໄຟ ລາວ-ຈີນ ທີ່ເຊື່ອມຈອດລະຫວ່າງຢຸນນານ ຂອງ ສປຈີນ ກັບ ສປປລາວ ຜ່ານໄປຍັງບັນດາປະເທດສະມາຊິກອາຊຽນ ກໍຄືການເຊື່ອມຈອດຈາກອາຊຽນ ຜ່ານ ສປປລາວ ເຖິງ ສປຈີນ ແລະ ໄປສູ່ປະເທດຕ່າງໆ ອັນໄດ້ຫັນປ່ຽນ ສປປລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງ. ທ່ານໄດ້ສະເໜີໃຫ້ມີການເພີ່ມທະວີການແລກປ່ຽນສົນທະນາໃນທຸກດ້ານ-ທຸກລະດັບ ລະຫວ່າງ ຈີນ-ອາຊຽນ, ສົ່ງເສີມການຮ່ວມມືຢ່າງໃກ້ຊິດໃນການຮັກສາສັນຕິພາບ, ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນອາຊຽນ ແລະ ປະຊາຊົນຈີນ ໃຫ້ນັບມື້ນັບດີຂຶ້ນ.
ນອກຈາກນັ້ນ, ຫົວໜ້າຄະນະຜູ້ແທນລາວ ຍັງໄດ້ໃຫ້ສຳພາດຕໍ່ສຳນັກຂ່າວຊິນຮວາ, ສື່ມວນຊົນຂອງສະພາຜູ້ແທນປະຊາຊົນຈີນ ແລະ ສື່ມວນຊົນປະຈຳທ້ອງຖິ່ນຢູ່ແຂວງຈຽງຊູ ແລະ ແຂວງຢຸນນານ ກ່ຽວກັບປະສົບການ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການເຄື່ອນໄຫວວຽກງານໃນຄັ້ງນີ້ອີກດ້ວຍ.