ກອງປະຊຸມສຳມະນາ ທັກສະການເປັນຜູ້ນຳ ແລະ ພາວະຄວາມເປັນຜູ້ນຳ ໃຫ້ແກ່ສະມາຊິກສະພາປະ ຊາຊົນແຂວງ.

ພ.ພ. 8, 2024

ຕອນເຊົ້າຂອງວັນທີ 25 ເມສາ 2024 ຢູ່ທີ່ສະໂມສອນເມືອງແບງ, ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສຳມະນາ ທັກສະການເປັນຜູ້ນຳ ແລະ ພາວະຄວາມເປັນຜູ້ນຳ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີສະຫາຍ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີນັກວິທະຍາກອນຈາກສະພາແຫ່ງຊາດ, ມະຫາວິທະຍາໄລແຫ່ງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 7 ເມືອງ, ຄະນະເລຂາທິການ, ຫົວໜ້າຂະແໜງ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມແມ່ນຈະໄດ້ຮັບຟັງການສະເໜີບົດ ລະບອບການປົກຄອງ ແລະ ການບໍລິຫານລັດຢູ່ ສປປ ລາວ; ການຍົກສູງປະສິດທິພາບ, ກົນໄກການບໍລິຫານອົງການ; ການພັດທະນາທັກສະການເປັນຜູ້ບໍລິຫານ ຫຼື ຜູ້ນຳ; ບົດຮຽນການແນະນຳການໃຫ້ຄຳປຶກສາຫາ ລືກັບປະຊາຊົນຕໍ່ຜູ້ມີສິດເລືອກຕັ້ງ ຂອງສະມາຊິກສະ ພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ຈັນຍາບັນຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.
ປະທານໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ແລະ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານ ຈົ່ງສຸ່ມທຸກສະຕິປັນຍາຂອງທ່ານ ເຂົ້າໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ສົນທະນາແລກປ່ຽນຄວາມຄິດເຫັນໃນແຕ່ລະຫົວຂໍ້ຮ່ວມກັນໃຫ້ເປັນຂະບວນຟົດຟື້ນ ແລະ ສ້າງສັນ, ຮັບປະກັນການ ສົ່ງ ແລະ ຮັບຄວາມຮູ້ຢ່າງທົ່ວເຖິ່ງ ເພື່ອນໍາໄປມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃນແຕ່ລະໄລຍະ.
ກອງປະຊຸມດັ່ງກ່າວຈະດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຫຼື ສະເຕັບສ໌ (STEPs).
ພາບ/ຂ່າວ: ສະພາປະຊາຊົນແຂວງ.