ກອງປະຊຸມສະໄໝສາມັນເທື່ອທີ 10 ອອກມະຕິ 8 ສະບັບ

​ພ.ຈ. 21, 2025

(ສພຊ) – ຕອນແລງວັນສຸກທີ 21 ພະຈິກນີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນໃນວັນວັນທີ 10 ຫາ 21 ພະຈິກ 2025 ດໍາເນີນເປັນເວລາ 10 ວັນ ໂດຍໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ 14 ເນື້ອໃນ ແລະ ຮັບຮອງອອກເປັນມະຕິ 8 ສະບັບ ດັ່ງນີ້:
1. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈໍາປີ 2025; ແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025, ແຜນເງິນຕາ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ບົດລາຍງານການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024.
2. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
3. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ.
4.) ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2023 ຂອງອົງການກວດກາແຫ່ງລັດ.
5. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ.
6. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈຳປີ 2026 ຂອງສານປະຊາຊົນສູງສຸດ.
7. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈຳປີ 2026 ອົງການໄອຍະການປະຊາຊົນສູງສຸດ
8. ມະຕິສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025). ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວວຽກງານຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X.
ພ້ອມນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ຄົບຮອບ 50 ປີ; ບົດລາຍງານການກະກຽມວຽກງານເລືອກຕັ້ງ; ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ຈັດພິທີຍ້ອງຍໍຜົນງານ ໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ IX, ມອບຫຼຽນກາລະນຶກ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ເພື່ອຢັ້ງຢືນການສໍາເລັດໜ້າທີ່ການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງກ່າວອີກວ່າ: ໄລຍະດຳເນີນກອງປະຊຸມ ໄດ້ມີປະຊາຊົນສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ລວມທັງໝົດ 989 ສາຍ, 525 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະ ກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ; ຕໍ່ຄໍາຄິດເຫັນທີ່ສົ່ງມານັ້ນ, ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.