ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 22 ກໍລະກົດ 2025 ຢູ່ທີ່ສະໂມສອນຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຫຼວງນໍ້າທາ,ມີການນໍາຂອງແຂວງ,ອະດີດການນໍາຂອງແຂວງ-ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ອະດີດສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ-ສະມາຊິກສະພາປະຊາຊົນແຂວງ, ການນໍາຂອງເມືອງ, ພະແນກການ-ອົງການທີ່ກ່ຽວຂອງແຂວງ, ສອງກອງບັນຊາການຂອງແຂວງ, ເຂົ້້າຮ່ວມ 160 ທ່ານ.
ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ພິຈາລະນາ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ, ຄຶ: ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ; ພິຈາລະນາ, ຮັບຮອງເອົາບົດລາຍງານຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງ; ຮັບຮອງເອົາບົດລາຍງານ ຂອງອົງການປົກຄອງກ່ຽວກັບ ການຈັດຕັ້ງປະຕິິບັດແຜນງົບປະມານແຫ່ງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງແຂວງ; ຮັບຮອງເອົາບົດລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃນໄລຍະ 4 ປີຜ່ານມາ; ຮັບຮອງເອົາບົດລາຍງານການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຈໍານວນ 3 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ; ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງສິ່ງປຸກສ້າງ ແລະ ເຂດສະຫງວນທາງ ພາຍໃນເທດສະບານ ແລະ ບັນດາຕົວເມືອງຂອງແຂວງຫຼວງນໍ້າທາ; ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນແຕ່ລະປະເພດ ຢູ່ແຂວງຫຼວງນໍ້າທາ; ພິຈາລະນາ, ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ.
ນອກນິ້ ສະມາຊິກສະພາຊົນແຂວງຫຼວງນໍ້າທາ ແລະ ຜູ້ແທນກອງປະຊຸມ ຍັງໄດ້ປະກອບຄໍາເຫັນໃສ່ບັນດາບົດລາຍງານຂອງແຂວງ ແລະ ຮັບຟັງການຊີ້ແຈງຂອງພະແນກການກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ພ້ອມທັງ ຈະລົງຄະແນນສຽງຮັບເອົາມະຕິກອງປະຊຸມ. ກອງປະຊຸມຈະໄດ້ດໍາເນີນເປັນເວລາ ສອງວັນ (ແຕ່ວັນທີ 22-23 ກໍລະກົດ 2025) ຈິ່ງຈະໄດ້ອັດລົງ.
ຂ່າວ: ວັນນີ ແຝງບວົວັນ