


ຕອນເຊົ້າຂອງວັນພຸດ, ວັນທີ 1 ກຸມພາ 2023, ຢູ່ທີ່ສະໂມສອນແຂວງ(ບ້ານເຈງ) ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ, ມີຮອງເຈົ້າແຂວງ, ບັນດາທ່ານຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ 7 ເມືອງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ຫົວໜ້າ-ຮອງຫົວໜ້າພະແນກ, ບັນດາທ່ານອາດີດການນໍາຂັ້ນແຂວງ, ອາດີດສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາປະຊາຊົນແຂວງ, ບັນດາທ່ານຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, 2 ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາທະນາຄານທຸລະກິດ ແລະ ແຂກເຊີນ ເຂົ້າຮ່ວມ 162ທ່ານ, ຍິງ 39 ທ່ານ.



ກອງປະຊຸມ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ, ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງດັ່ງນີ້: ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານຂອງອົງການປົກຄອງແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023; ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈໍາພາກເໜືອ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດກາລັດແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ການກວດກາຕາມຜົນການກວດສອບ ປະຈໍາປີ 2020; ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023, ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023; ບົດລາຍງານ ຂອງຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນແຂວງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຈະໄດ້ຮັບຟັງການລາຍງານແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ ບ້ວງກອງທຶນບູລະນະຮັກສາເສັ້ນທາງຫຼວງ ປະຈຳປີ 2022 ຂອງແຂວງອຸດົມໄຊ, ການລາຍງານການປະເມີນຜົນກະທົບຈາກໄພພິບັດ ແລະ ການຟື້ນຟູໃນຕໍ່ໜ້າ; ການລາຍງານການຄຸ້ມຄອງ ແລະ ການແກ້ໄຂບັນຫາໂຮງແຮມ, ຮ້ານອາຫານ ແລະ ຮ້ານບັນເທິງ ພາຍໃນແຂວງອຸດົມໄຊ; ການລາຍງານການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສບຕິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ພາຍໃນແຂວງ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023; ການລາຍງານຜົນການຕິດຕາມກວດກາຜົນກະທົບຈາກໂຄງການພັດທະນາ ຢູ່ແຂວງອຸດົມໄຊ ຂອງສະພາປະຊາຊົນແຂວງ; ໜັງສືສະເໜີຂອງທ່ານເຈົ້າແຂວງ ວ່າດ້ວຍການພິຈາລະນາ ຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ, ອົງການທຽບເທົ່າ ແລະ ຈະໄດ້ຄົ້ນຄວ້າ, ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາຈໍານວນ 4 ສະບັບຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ນໍ້າ, ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຢາປາບສັດຕູພືດ, ຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ, ຮ່າງຂໍ້ຕົກລົງ ວ່າດ້ວຍການໂຄສະນາ ແລະ ເຜີຍແຜ່ນິຕິກຳ.







ພາບ-ຂ່າວ: ແສງພອນ ອິນນະລົງ.