ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ທ.ວ. 30, 2024

ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໄດ້ດຳເນີນມາແຕ່ວັນທີ 24 ຫາ 27 ທັນວາ 2024 ເປັນເວລາ 04 ວັນ, ໄດ້ບັນລຸຜົນສຳເລັດ ຕາມຈຸດປະສົງຄາດໝາຍທີ່ວາງໄວ້,ໂດຍເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມ ໂດຍທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້ົ້າແຂວງສະຫວັນນະເຂດ; ມີບັນດາທ່ານ ການນໍາພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍບັນດາຫົວໜ້າພະແນກ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການກວດສອບປະຈຳພາກກາງ 2,  ​ເຈົ້າ​ນະຄອນໄກສອນ​ພົມວິຫານ, ບັນດາ​ທ່ານເຈົ້າ​ເມືອງ, ອາດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13, ຫົວໜ່ວຍທຸລະກິດ ແລະ ບັນດາທ່ານແຂກຖືກເຊີນ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. 

ກອງປະຊຸມໄດ້ ພິຈາລະນາ ຮັບຮອງເອົາ ບັນດາເນື້ອໃນສຳຄັນຕ່າງໆ ດັ່ງນີ້: 1. ຮັບຮອງເອົາ ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະຜ່ານມາ; 2. ຮັບຮອງເອົາ ການສະເໜີ ຍົກຍ້າຍ, ແຕ່ງຕັ້ງ ພະນັກງານນຳພາຄຸ້ມຄອງຂັ້ນແຂວງ ຈຳນວນ 4 ທ່ານ ; 3. ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງອົງການກວດສອບ ປະຈໍາພາກກາງ 2; 4. ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025; ບົດລາຍງານ ການແກ້ໄຂຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2023 ຂອງອົງການກວດກາລັດແຂວງ; 5. ຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; 6. ຮັບຮອງເອົາ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຈຳນວນ 3 ສະບັບ, ສ້າງໃໝ່ 1 ສະບັບ, ປັບປຸງ 2 ສະບັບ ຄື: (1) ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງທີ່ດິນວັດທະນາທໍາ ພາຍໃນແຂວງສະຫວັນນະເຂດ (ສ້າງໃໝ່); (2) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງພາຍໃນແຂວງ (ປັບປຸງ); (3) ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການສົ່ງເສີມ ຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ (ປັບປຸງ); 7. ຮັບຮອງເອົາ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ II. 8. ຮັບຮອງເອົາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2024 ແລະ ທິດທາງແຜນ​ການ ປະຈໍາປີ 2025; ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໄໝທີ IX ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນລວມຂອງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດ ຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ໃນການຄົ້ນຄວ້າ ພິຈາລະນາ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງ ເຊິ່ງແມ່ນການຕັດສິນໃຈສູງຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ດີຂຶ້ນເທື່ອລະກ້າວ ແລະ  ສືບຕໍ່ພັດທະນາແຂວງຂອງພວກເຮົາໃຫ້ມີຄວາມເຂັ້ມແຂງ. ໃນໄລຍະດຳເນີນກອງປະຊຸມ 4 ວັນ ໄດ້ຮັບຄໍາສະເໜີ ຈາກພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມ ຈຳນວນ 20 ສາຍ, 08 ເລື່ອງ;

ໃນຕອນທ້າຍຂອງກອງປະຊຸມ ທ່ານ ກົງແກ້ວ ມີວໍລະຈັກ ປະທານກອງປະຊຸມ ກໍ່ໄດ້ຂໍອວຍພອນ ເນື່ອງໃນໂອກາດປີໃໝ່ສາກົນທີ່ຈະໝູນວຽນມາຮອດນີ້້ ແລະ ກ່າວອັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ຢ່າງເປັນທາງການ