ກອງປະຊຸມສະໄໝວິສາມັນ ຄັ້ງທີ 4 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ໄດ້ຈັດຂື້ນໃນວັນທີ 30 ມີຖຸນາ 2025 ຢູ່ທີສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນການພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໆ ຫລວງນ້ຳທາ ພ້ອມຄະນະ, ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ, ຫົວຫນ້າ-ຮອງຫົວຫນ້າພະແນກການຂອງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 160 ຄົນ.
ເຊີ່ງໃນໄລຍະຜ່ານມາ ແຂວງຫລວງນ້ຳທາ ໄດ້ມີການປັບປຸງລະບົບບໍລິຫານລັດຄືນໃໝ່ຄື: ໄດ້ຮັບຮອງ ແລະ ປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງປີ 2025 ໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງໄດ້ກາຍເປັນຂີດໝາຍທາງປະຫວັດສາດທີ່ມີຄວາມໝາຍສຳຄັນທີ່ສຸດຂອງຊາດລາວ ເພື່ອປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແນໃສ່ສ້າງການຫັນປ່ຽນຢ່າງເລິກເຊີ່ງ ແລະ ຮອບດ້ານ ໃນລະບົບອໍານາດແຫ່ງລັດ ແລະ ຍູ້ແຮງການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ ຢ່າງເປັນຮູບປະທໍາ, ດ້ວຍເຫດນັ້ນ ລະບົບກົງຈັກບໍລິຫານລັດຢູ່ຂັ້ນແຂວງກໍ່ມີຄວາມຈຳເປັນ ທີ່ຈະຕ້ອງໄດ້ມີການປັບປຸງ ໃຫ້ທ່ວງທັນ ແລະ ແທດເໝາະກັບສະພາບການຕົວຈິງ.
ສະນັ້ນ, ຄະນະປະຈຳສະພາປະຊາຊົແຂວງ ຈຶ່ງຕົກລົງເຫັນດີເປີດກອງປະຊຸມສະໄໝວິສາມັນຄັ້ງທີ 4 ຕາມການສະເໜີຂອງອົງການປົກຄອງແຂວງ ເພື່ອພິຈາລະນາ, ຕົກລົງບັນຫາສຳຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ: ໄດ້ຮັບຟັງການລາຍງານ ສະພາບການກະກຽມ ແລະ ດໍາເນີນການປັບປຸງກົງຈັກການຈັດຕັ້ງ ແລະ ການປັບປຸງບຸກຄະລາກອນ ຂອງຄະນະປັບປຸງຂັ້ນແຂວງ, ພິຈາລະນາ, ຮັບຮອງເອົາການສະເໜີປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ພິຈາລະນາ, ຮັບຮອງເອົາການສະເໜີຍົກຍ້າຍບັນດາຫົວໜ້າພະແນກການຂອງແຂວງ 4 ທ່ານ, ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງບັນດາຫົວໜ້າພະແນກການຂອງແຂວງ 4 ທ່ານ, ພ້ອມນັ້ນ,ປະທານສະພາປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽຂ້ອງຈົ່ງໃຫ້ການຮ່ວມມື ສະໜອງຂໍ້ມູນທີ່ຮັດກຸມ, ຊັດເຈນ ພ້ອມກັນເຊີດຊູຄວາມຮັບຜິດຊອບຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງມີຈຸດສຸມ, ມີເຫດຜົນ, ພາວະວິໄສ ແລະ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັແນວທາງຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ສາມາດອອກເປັນມະຕິ ແລະ ນຳໄປຈັດຕັ້ງປະຕິບັດໄດ້.