ກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV

ກ.ຍ. 18, 2025

ກອງປະຊຸມສະໄໝວິສາມັນ ຄັ້ງທີ 5 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ IV  ໄດ້ຈັດຂື້ນໃນວັນທີ 18 ກັນຍາ 2025 ຢູ່ທີສະໂມສອນແຂວງ  ໂດຍການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ  ເປັນກຽດເຂົ້າ           ຮ່ວມຂອງທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫລວງນ້ຳທາ, ມີອາດີດການນໍາສະພາປະຊາຊົນແຂວງ, ການນໍາແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,​ ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ, ຫົວຫນ້າ-ຮອງຫົວຫນ້າພະແນກການຂອງແຂວງ,  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 160 ຄົນ.

ເພື່ອຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກໃນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສືບຕໍ່ພັດທະນາ ແລະ ຍົກລະດັບພື້ນຖານດ້ານກະສິກໍາ, ອຸດສາຫະກໍາ, ການຄ້າ ແລະ ການທ່ອງທ່ຽວ ໂດຍການມີສ່ວນຮ່ວມຂອງປະຊາຊົນຢູ່ທ້ອງຖິ່ນ ປັບປຸງການບໍລິການ, ຄວາມສາມາດໃນການບໍລິ ການຂົນສົ່ງສິນຄ້າ ໂດຍສະເພາະແລວເສດຖະກິດລາວ-ຈີນ ແນໃສ່ປັບປຸງເສດຖະກິດຂອງແຂວງ ກໍຄືການສ້າງວຽກເຮັດງານທໍາ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນພາຍໃນແຂວງຫຼວງນໍ້າທາ ໃຫ້ດີຂຶ້ນເທື່ອລະກ້າວ.

ຄະນະປະຈໍາສະພາປະຊາຊົນແຂວງ ຈຶ່ງຕົກລົງເປີດກອງປະຊຸມສະໄໝວິສາມັນ ຕາມການສະເໜີຂອງອົງການປົກຄອງແຂວງ ເພື່ອພິຈາລະນາ, ຮັບຮອງເອົານິຕິກໍາສໍາຄັນຂອງແຂວງ ຈໍານວນ 02 ສະບັບຄື; ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກ ໂຄງ ການພັດທະນາກະສິກໍາ, ອຸດສາຫະກໍາ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ເມືອງສິງ ແຂວງຫຼວງນໍ້າທາ;       ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການກໍານົດຫົວໜ່ວຍລາຄາຊົດເຊີຍ ທີ່ຖືກຜົນກະທົບຈາກ ໂຄງ ການສາຍສົ່ງໄຟຟ້າແຮງສູງ 500 ກິໂລໂວນ ລາວ-ຈີນ ຊ່ວງຜ່ານເມືອງຫຼວງນໍ້າທາ (ແຕ່ບ້ານເຕີຍ ຫາ ບ້ານບໍ່ເຕ່ນ) ແຂວງຫຼວງນໍ້າທາ ພ້ອມດຽວກັນ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ປະກອບຄຳຄິດເຫັນຕໍ່ຂໍ້ຕົກລົງ 2 ສະບັບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວມີຄຸນະພາບ ແລະ ໄດ້ຮັບຜົນດີຕາມລະດັບຄາດໝາຍ ພ້ອມທັງ ໄດ້ຮັບຟັງການຊີ້ແຈງບາງບັນຫາຂອງຄະນະຮັບຜິດຊອບຂໍ້ຕົກລົງ ແລະ ລົງຄະແນນສຽງຮັບຮອງເອົາຂໍ້ຕົກລົງຈໍານວນ 2 ສະບັບ ດ້ວຍຄະແນນສຽງເປັນເອກະພາບຂອງສະມາຊິກສະພາປະຊາຊົນແຂວງ.

ຂ່າວ ວັນນີ ແຝງບົວວັນ