ໃນວັນທີ 3 ເມສາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງສະພາປະຊາຊົນແຂວງ ແລະ ອົງຈັດຕັ້ງສັງຄົມ, ໂດຍການເປັນປະທານຮ່ວມມີທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ສົມພອນ ສີອຸດົມພັນ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ເຂົ້າຮ່ວມມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການ, ຄະນະເລຂາທິກາານ, ບັນດາທ່ານຕາງໜ້າຈາກໂຄງການ ແລະ ພະນັກງານຊ່ວຍວຽກເຂົ້າຮ່ວມ.

ຈຸດປະສົງຈັດກອງປະຊຸມຄັ້ງນີ້: ເພື່ອຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເປັນໂຕແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ແລະ ເປັນອົງການອຳນາດລັດຂັ້ນທ້ອງຖິ່ນໃນການປະຕິບັດພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ໃນການຕົກລົງບັນຫາສຳຄັນຂອງທ້ອງຖິ່ນ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງອົງການອຳນາດລັດຂັ້ນທ້ອງຖິ່ນ, ເພື່ອແລກປ່ຽນຂໍ້ມູນຕ່າງໆ ກ່ຽວກັບການປະຕິບັດວຽກງານໃນໄລຍະຜ່ານມາ ຂອງສະພາປະຊາຊົນຂັ້ນແຂວງ, ອົງການອຳນາດລັດ ແລະ ອົງການຈັດຕັ້ງສັງຄົມ ແລະ ເພື່ອປະຕິບັດບັນດາມະຕິກອງປະຊຸມສະພາປະຊາຊົນແຂວງ ກໍ່ຄືມະຕິກອງປະຊຸມສະໄໝສາມັນ ຂອງສະພາປະຊາຊົນຂັ້ນແຂວງ ແລະ ມະຕິກອງປະຊຸມ ຄະນະປະຈຳ ສະພາປະຊາຊົນແຂວງ ທີ່ໄດ້ວ່າງອອກໃນແຕ່ລະສະໄໝ.

ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ກ່າວຕ້ອນຮັບ ແລະ ຕີລາລາສູງຕໍ່ກອງປະຊຸມຮ່ວມໃນຄັ້ງນີ້ ເຊິ່ງການພົບປະແລກປ່ຽນຄັ້ງນີ້ແມ່ນຄັ້ງທຳອິດ, ເຊິ່ງແມ່ນຈະຮັບໝາກຜົນຫລາຍໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນຂັ້ນແຂວງ ແລະ ອົງການຈັດຕັ້ງສັງຄົມໃນການເພີ່ມທະວີການຮ່ວມມືຂອດການປະສານງານຂອງ ສະພາປະຊາຊົນແຂວງຂັ້ນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ມີຜົນສຳເລັດ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງ: ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນຂັ້ນແຂວງ; ພາລະບົດບາດ ແລະ ການຈັດຕັ້ງວຽກງານຂອງອົງການຈັດຕັ້ງທາງສັງຄົມ ໃນຂົງເຂດບົດບາດຍິງ-ຊາຍ ແລະ ສິ່ງແວດລ້ອມ; ຈາກນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມ, ກໍ່ໄດ້ປຶກສາຫາລືຄົ້ນຄວ້າແລກປ່ຽນຄໍາຄິດ-ຄໍາເຫັນ, ເພື່ອວາງແນວທາງຮ່ວມກັນລະຫວ່າງສະພາປະຊາຊົນຂັ້ນແຂວງ ແລະ ອົງການຈັດຕັ້ງທາງສັງຄົມ; ແລກປ່ຽນປະສົບການເຮັດວຽກຮ່ວມກັນລະຫວ່າງສະພາປະຊາຊົນແຂວງ ແລະ ອົງການຈັດຕັ້ງທາງສັງຄົມ ໃນໄລຍະທີ່ຜ່ານມາ ແລະ ຂອດການປະສານງານລະຫວ່າງສອງພາກສ່ວນໃນຕໍ່ໜ້າເຮັດໃຫ້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຫຼາຍຂຶ້ນ.
ກອງປະຊຸມໄດ້ຮັບການສະໜັບສະໜູນໂດຍ: ຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດ ທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ – CEGGA).
ໂດຍ: ເອື້ອ ມະໂນສິງ