ໃນວັນທີ 5 ເມສາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ຄະນະຜູ້ແທນ ສະພາປະຊາຊົນແຂວງຄໍາມ່ວນນຳໂດຍ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ເຈິ່ນ ຮ່າຍ ເຈົາ ຮອງເລຂາຜູ້ປະຈໍາການຄະນະພັກແຂວງ ປະທານສະພາປະຊາຊົນແຂວງກວາງບິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.


ໃນການພົບປະຄັ້ງນີ້, ສະຫາຍ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ເຈິ່ນ ຮ່າຍ ເຈົາ ປະທານສະພາປະຊາຊົນແຂວງກວາງບິ່ງ ພ້ອມດ້ວຍ ຄະນະທີ່ໄດ້ເດີນທາງມາຢ້ຽມຢາມແຂວງຄໍາມ່ວນ ແລະຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມນັບຖືຮັກແພງ ໄປຍັງ ສະຫາຍ ເລຂາພັກແຂວງ, ການນຳຂອງແຂວງ ຕະຫຼອດເຖິງປະຊາຊົນບັນດາເຜົ່າແຂວງກວາງບິ່ງ ທຸກທົ່ວໜ້າ ທີ່ຍາມໃດກໍ່ໄດ້ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອແຂວງຄຳມ່ວນ, ພ້ອມນັ້ນທ່ານຍັງໄດ້ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຄໍາມ່ວນ ໂດຍສັງເຂບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມ 3 ພາລະບົດບາດຕົ້ນຕໍຄື: ດ້ານການພິຈາລະນາ ແລະ ຮັບຮອງເອົານິຕິກຳທີ່ສຳຄັນຂອງທ້ອງຖິ່ນ, ການຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາການເຄົາລົບປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງການປົກຄອງທ້ອງຖິ່ນ.

ສະຫາຍ ເຈິ່ນ ຮ່າຍ ເຈົາ ປະທານສະພາປະຊາຊົນແຂວງກວາງບິ່ງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮວ່ມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ຄື:ແຂວງຄໍາມ່ວນ – ແຂວງກວາງບິ່ງ, ຈາກນັ້ນ ສະຫາຍ ປະທານສະພາປະຊາຊົນແຂວງກວາງບິ່ງ ໄດ້ລາຍງານການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງກວາງບິ່ງໃນໄລຍະຜ່ານມາ; ຫຼັງຈາກນັ້ນຄະນະຜູ້ແທນສອງຝ່າຍກໍ່ໄດ້ແລກປ່ຽນຄໍາເຫັນ, ເນື້ອໃນບາງບົດຮຽນ, ປະສົບການໃນການເສີມຂະຫຍາຍວຽກງານເພື່ອຍົກສູງຄຸນນະພາບການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານຂອງສະພາປະຊາຊົນຂັ້ນແຂວງໃຫ້ມີປະສິດທິພາບສູງຂຶ້ນ, ປະທານສະພາປະຊາຊົນແຂວງກວາງບິ່ງ ຍັງໄດ້ເຊື້ອເຊີນຄະນະຜູ້ແທນສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມຕິດຕາມ, ການຈັດຕັ້ງກອງປະຊຸມວຽກງານຂອງສະພາປະຊາຊົນແຂວງກວາງບິ່ງ ທີ່ຈະໄດ້ຈັດຂຶ້ນໃນບໍ່ດົນຕໍ່ໜ້ານີ້; ແລະ ເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາເຖິງນີ້ສະຫາຍ ເຈິ່ນ ຮ່າຍ ເຈົາ ປະທານສະພາປະຊາຊົນແຂວງກວາງບິ່ງ ໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດເຖິງພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ, ມີຄວາມເບີກບານມ່ວນຊື່ນ ສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນ.
ໂດຍ: ເອື້ອ ມະໂນສິງ
ລິ້ງ:ຂ່າວແຂວງກວາງບິ່ງ ສສ ຫວຽດນາມ
( Báo Quảng Bình, tiếng việt)
