ກອງປະຊຸມຝຶກອົບຮົມຕໍ່ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງ

ກ.ຍ. 29, 2025

ໃນລະຫວ່າງວັນທີ 29- 30 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມຝຶກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ(ສພຊ), ສະພາປະຊາຊົນຂັ້ນແຂວງ(ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ v ຂຶ້ນ ໂດຍການເປັນປະທານຂອງທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າໂດຍ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເລຂາພັກແຂວງ,​ ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການສະພາປະຊາຊົນແຂວງ, ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ຄະນະເລຂາທິການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 50 ທ່່ນ.

ໃນກອງປະຊຸມທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ໄດ້ສະເໜີບົດຮຽນກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ, ສພຂ ບົດຮຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ການຄາດຄະເນໂຄງປະກອບກົງຈັກການຈັດຕັ້ງບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງທັງນີ້ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ທົ່ວປະເທດ ຕາມລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ປີ 2025, ພ້ອມທັງແລກປ່ຽນຄວາມເຫັນ ເພື່ອຄວາມເປັນເອກະພາບສູງ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ຂອງສະພາປະຊາຊົນຂັ້ນແຂວງຊຸດໃໝ່ ກໍຄືການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ພ້ອມນັ້ນບັນດາທ່ານຜູ້ແທນກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນ ແລະ ປະກອບຄຳເຫັນ ແລະ ສະເໜີບັນຫາຕໍ່ສອງວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ທັງເປັນການຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ໃນລະບົບອຳນາດແຫ່ງລັດຂັ້ນຕ່າງໆ ຂອງປະເທດເຮົາເປັນຕົ້ນແມ່ນ ເປັນການກະກຽມໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.