ກອງປະຊຸມຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງສະພາແຫ່ງຊາດ  ແລະ ສະພາປະຊາຊົນແຂວງ.

ກ.ຍ. 29, 2025

ຕອນເຊົ້າຂອງວັນຈັນທີ 29 ກັນຍາ 2025, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໄດ້ຈັດຝຶກອົບຮົມ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ພົນໂທ ສຸວອນ ເລື່ອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາພັກແຂວງ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ບັນດາທ່ານແຂກເຊີນ, ຄະນະທິມງານຈາກສະພາແຫ່ງຊາດ, ຄະນະເລຂາທິການ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.  ກອງປະຊຸມໄດ້ຮັບຟັງການສະເໜີ: ພາລະບົດບາດ, ສິດ ແລະ ໜ້າທີ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ; ການກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມະຊິກສະພາປະຊາຊົນແຂວງ ຊຸດທີ V ຕາມຄໍາແນະນໍາຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພ້ອມກັນນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນດັ່ງກ່າວ ຢ່າງເລິກເຊິ່ງ ແລະ ກົງໄປກົງມາ, ເພື່ອໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັນດາເນື້ອໃນຕ່າງໆ ເພີ່ມຍິ່ງຂຶ້ນ ແລະ ເພື່ອຄວາມເອກະພາບໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ຖືກ ຕ້ອງສອດຄ່ອງຕາມລະບຽບການ ແລະ ກົດໝາຍທີ່ກໍານົດໄວ້. ກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນເປັນເວລາ 2 ວັນ ຈິ່ງຈະສຳເລັດ. ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II.

ພາບ/ຂ່າວ: ສະພາປະຊາຊົນແຂວງ.