ໃນວັນທີ 21 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການວາງແຜນຈັດຕັ້ງປະຕິບັດວຽກງານຂອງແຜນງານເຊກາ ໄລຍະ 2 ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນຂັ້ນແຂວງ ທັງເປັນ ຫົວໜ້າຄະນະຜູ້ປະສານຫຼັກຮັບຜິດຊອບໂຄງການ, ມີບັນດາທ່ານ ຄະນະກຳມະການສະພາປະຊາຊົນແຂວງຄໍາມ່ວນ, ກອງເລຂາແຜນງານເຊກາ, ກົມຮ່ວມມືສາກົນ ກະຊວງຍຸຕິທຳ, ສະຖາບັນຍຸຕິທຳແຫ່ງຊາດ ແລະ ຫ້ອງການເຊກາ-ຈີໄອແຊັດ, ຫ້ອງວ່າການແຂວງ, ພະແນກພາຍໃນແຂວງ, ພະແນກຍຸຕິທຳແຂວງ, ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ແລະ ທີມງານວິຊາການຮັບຜິດຊອບວຽກງານເຊກາ ເຂົ້າຮ່ວມ.

ຈຸດປະສົງຈັດກອງປະຊຸມຄັ້ງນີ້: ແມ່ນປຶກສາຫາລື ກ່ຽວກກັບການວາງແຜນຈັດຕັ້ງປະຕິບັດວຽກງານຂອງແຜນງານເຊກາ ໄລຍະ 2 ຢູ່ໃນ ແຂວງຄໍາມ່ວນ ເພື່ອກຳນົດຄາດໝາຍທີ່ສຳຄັນ ໃຫ້ບັນລຸຕົວຊີ້ວັດຜົນໄດ້ຮັບຮ່ວມກັນ ແລະ ບັນດາກິດຈະກຳເພື່ອວາງແບບແຜນຈັດຕັ້ງປະຕິບັດສຳລັບປີ 2023. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລະ ແລກປ່ຽນກ່ຽວກັບຂອດປະສານງານລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງານເຊກາ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບແຜນງານເຊກາກະລຸນາເຂົ້າເບິ່ງເວັບໄຊທ໌ https://www.giz.de/en/worldwide/108982.html