ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂອງຄະນະພັກຮາກຖານສະພາປະຊາຊົນແຂວງ

ທ.ວ. 5, 2025

ເພື່ອເປັນການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ຄະນະພັກຮາກຖານ ສະພາປະຊາຊົນແຂວງ, ສະນັ້ນ,​ ມາໃນວັນທີ 4 ທັນວາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂອງຄະນະພັກຮາກຖານສະພາປະຊາຊົນແຂວງ ໂດຍການເປັນທານ ຮ່ວມຂອງສະຫາຍ ວຽງໄຊ ສີວິໄລ ເລຂາຄະນະພັກຮາກຖານສະພາປະຊາຊົນແຂວງ ແລະ ສະຫາຍ ຄໍາເພັດ ເພັງມະແສງ ຮອງປະທານກວດກາພັກ-ລັດແຂວງ, ໃຫ້ກຽດເຂົ້າຮ່ວມມີຄະນະຮັບຜິດຊອບລົງຊຸກຍູ້ສ້າງໜ່ວຍພັກປອດໃສ,​ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ, ຄະນະໜ່ວຍພັກສະພາປະຊາຊົນແຂວງ, ມີບັນທ່ານສະມາຊິກພັກສົມບູນ ແລະ ສໍາຮອງຂອງຄະນະພັກຮາກຖານ ສະພາປະຊາຊົນແຂວງເຂົ້າຮ່ວມ.

ຄະນະພັກຮາກຖານສະພາ​ປະຊາຊົນ​​ແຂວງ ປະກອບມີ 4 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຄະນະເລຂາທິການ, ໜ່ວຍພັກຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ໜ່ວຍພັກຄະນະກໍາມະການວັດທະນະທໍາ-ສັງຄົົມ ແລະ ບັນດາເຜົ່າ ແລະ ໜ່ວຍພັກຄະນະກໍາມະການຍຸດຕິທໍາ ແລະ ປກຊ-ປກສ, ໃນວະລະດໍາເນີນກອງປະຊຸມຕ່າງໜ້າແຕ່ລະໜ່ວຍພັກຂຶ້ນຜ່ານ ບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ  2025 ແລະ ທິດທາງແຜນການ ປະຈໍາປີ 2026 ໃນໄລຍະຜ່ານມາຄະ​ນະ​ໜ່ວຍພັກ​ແຕ່ລະຂັ້ນໄດ້​ເອົາ​ໃຈ​ໃສ່​​ຈັດ​ຕັ້ງເຊື່ອມ​ຊຶມແນວ​ທາງ​ນະ​ໂຍ​ບາຍຂອງພັກ, ກົດ​ໝາຍ, ມະ​ຕິ, ຄໍາສັ່ງ, ຄຳແນະນໍາ, ມູນ​ເຊື້ອ​ຂອ​ງພັກ, ຂອງຊາດ ແລະ ຄຸນ​ສົມ​ບັດ​ຂອງ​ບັນ​ດາ​ທ່ານ​ຜູ້​ນຳ, ປັບ​ປຸງ​ແບບ​ແຜນ​ການ​ນຳ​ພາບົນ​ພື້ນ​ຖານຢຶດ​ໝັ້ນຫຼັກ​ການ​ເຮັດ​ວຽກ​ແບບ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ ລະ​ຫ່​ວາງ​ ການ​ນຳ​ພາ​ຂອງ​ພັກກັບການ​ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ຂອງອົງການ​ປົກ​ຄອງກໍ່​ຄື ຄະ​ນະ​ປະ​ຈຳ, ບັນ​ດາກຳ​ມະ​ການ, ຄະ​ນະ​ເລ​ຂາ​ທິ​ການ, ຂະ​ແໜງ​ການ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ເອົາໃຈໃສ່ຊີ້ນໍາໜ່ວຍພັກ, ສະມາຊິກພັກ ດໍາເນີນຊີວິດປະຈໍາເດືອນ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເປັນປົກະຕິ ໂດຍປະຕິບັດຕາມລະບຽບການ ຢ່າງເຂັ້ມງວດ  ແລະ ທິດທາງແຜນການ ປີ 2026 ຄະນະພັກຮາກຖານສະພາປະຊາຊົນແຂວງ ຈະສ້າງໜ່ວຍພັກໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບກາຍ​ເປັນໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຕິດ​ພັນ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ວິ​ຊາ​ສະ​ເພາະ, ຕິດ​ພັນ​ກັບ​ຂໍ້​ແຂ່ງ​ຂັນ​ຮັກ​ຊາດ ແລະ ພັດ​ທະ​ນາ, ຕິດ​ພັນ​ກັບ 5 ເນື້ອ​ໃນ​ຂອງ​ການ​ສ້າງໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສະ​ມາ​ຊິກ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສູ້​ຊົນ​ສ້າງ​ໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອ​ໃນທີ່​ກົມ​ການ​ເມືອງ​ສູນ​ກາງ​ພັກກຳ​ນົດ​ໄວ້ໃຫ້​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ​ຂອງ​ໜ່ວຍ​ພັກ​ວາງ​ອອກ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ